10 ອັນດັບຂ່າວສຸດຍອດແຫ່ງປີ 2018 ຈາກເວັບໄຊລາວໂພສ

ຕະຫຼອດໄລຍະປີ 2018 ເວັບໄຊລາວໂພສ໌ ໄດ້ນຳສະເໜີຫຼາກຫຼາຍຫົວບົດບໍ່ວ່າຈະເປັນຂ່າວເຫດບ້ານການເມືອງທັງພາຍໃນ ແລະ ຕ່າງປະເທດ, ສາລະໜ້າຮູ້, ເບິ່ງດວງ, ຂ່າວວິທະຍາສາດ, ຂ່າວດາລາສາດ ແລະ ອື່ນໆ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2019 ທາງທີມງານລາວໂພສຈິ່ງໄດ້ສັງລວມຈັດອັນດັບ 10 ສຸດຍອດຂ່າວໃນປີ 2018 ເຊິ່ງອີງໃສ່ຕົວເລກຈຳນວນຄົນທີ່ຄລິກເຂົ້າມາອ່ານຂ່າວໃນເວັບໄຊເປັນຕົວຊີ້ວັດໃນການຈັດອັນດັບຄັ້ງນີ້ ເຊິ່ງທີ່ຜ່ານມາໄລຍະ 1 ປີ (ນັບຕັ້ງແຕ່ເດືອນມັງກອນ – ເດືອນທັນວາ 2018) ຈະມີຂ່າວໃດທີ່ໄດ້ຮັບຄວາມນິຍົມສູງສຸດນັ້ນເຮົາມາອ່ານໄປພ້ອມກັນເລີຍ

ອັນດັບທີ 1: ເຕືອນ! ໃນໄລຍະນີ້ ປະຊາຊົນຢູ່ລຸ່ມເຂື່ອນໄຟຟ້າ ທຸກບ່ອນຕ້ອງກຽມພ້ອມໜີນໍ້າຖ້ວມໃຫ້ທັນ

ອັນດັບທີ 2: ຕລ. ແຈ້ງ ໃຫ້ລຶບຂ່າວນຸຖາພາຍໃນ 24 ຊມ ບໍ່ດັ່ງນັ້ນຈະຖືກດຳເນີນຄະດີ

ອັນດັບທີ 3: ແຈ້ງເຕືອນ! 10 ແຂວງໃນລາວກຽມຮັບມືພາຍຸດີຼເປຣຊັ່ນໃນລະຫວ່າງວັນທີ 26-30 ກໍລະກົດ 2018ນີ້

ອັນດັບທີ 4: ປກສ ແຈ້ງການຮັບນັກຮຽນໃໝ່ 

ອັນດັບທີ 5: ຮ້ານໂສເພນີເມືອງປາກຊັນ ຖືກປິດ ປກສ ສັ່ງໃຫ້ນໍາສົ່ງສາວບໍລິການກັບຄືນຖິ່ນຖານ

ອັນດັບທີ 6: ໃບຂັບຂີ່ຍານພາຫະນະລາວໃຊ້ໄດ້ຮອດໃສແນ່?

ອັນດັບທີ 7: ຂ່າວດີ! ຄົນຕ່າງຊາດທີ່ຈົດທະບຽນກັບພົນລະເມືອງລາວ ສາມາດຂໍວີຊ່າຜົວ-ເມຍ ໄດ້ແລ້ວ

ອັນດັບທີ 8: ສະຫຼຸບປະເທດທີ່ຍື່ນມືເຂົ້າມາຊ່ວຍເຫຼືອລາວແລ້ວ ແລະ ປະເທດທີ່ພ້ອມຊ່ວຍເຫຼືອຖ້າໄດ້ຮັບການຮ້ອງຂໍ

ອັນດັບທີ 9: ກະຈ່າງແຈ້ງ! ເຫດປາຕາຍຢູ່ເມືອງສັງທອງ ກວ່າ 310 ກິໂລກຣາມ

ອັນດັບທີ 10: ນາງງາມ 3 ຊາດຖືກວິຈານໜັກ! ຫຼັງເຢາະເຢີ້ຍ “ມິສຫວຽດນາມ-ມິສກຳປູເຈຍ” ເວົ້າພາສາອັງກິດບໍ່ໄດ້ 

 

ສັງລວມໂດຍ: ບຸດສະດີ ສາຍນໍ້າມັດ