Homeຂ່າວຕ່າງປະເທດ24 ທະນາຄານເອີລົບ ບໍ່ຜ່ານການທົດສອບມາດຕະຖານທາງການເງິນ

24 ທະນາຄານເອີລົບ ບໍ່ຜ່ານການທົດສອບມາດຕະຖານທາງການເງິນ

Published on

574923-01

 

ທະນາຄານເອີລົບ ປະກາດ 24 ທະນາຄານ ບໍ່ຜ່ານການທົດສອບມາດຕະຖານທາງການເງິນ ພ້ອມເນັ້ນໃຫ້ເວລາປັບປຸງ

9 ເດືອນກ່ອນຈະຖືກສັ່ງປິດ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຜູ້ບໍລິຫານການທະນາຄານແຫ່ງສະຫະພາບເອີລົບ ໄດ້ປະກາດວ່າ ມີ 24 ທະນາຄານ

ຂອງເອີລົບບໍ່ຜ່ານມາດຕະຖານທາງການເງິນ ພ້ອມທັງປະກາດໃຫ້ທະນາຄານທີ່ບໍ່ຜ່ານການປະເມ່ີນດັ່ງກ່ວ ມີເວລາທັງ

ໝົດ 9 ເດືອນນັບຈາກນີ້ ສຳລັບການຍົກລະດັບມາດຕະຖານທາງການເງິນຂອງຕົນເອງ ເຊິ່ງໃນຂະນະນີ້ຍັງຢູ່ໃນສະພາວະ

ສ່ຽງທີ່ຈະຖືກສັ່ງປິດເຊິ່ງປະກອບມີທະນາຄານຂອງອີຕາລີ 9 ແຫ່ງ, ເກຣັກ 3 ແຫ່ງ ແລະ ໄປຊຣັສ ອີກ 3 ແຫ່ງ ດັ່ງນີ້ເປັນ

ຕົ້ນ.

 

ແນວໃດກໍຕາມ ແຫລ່ງຂ່າວບໍ່ໄດ້ເປີດເຜີຍລາຍລະອຽດ ລວມເຖິງລາຍຊື່ຂອງທະນາຄານແຕ່ລະແຫ່ງແຕ່ປະການໃດ.

 

ບົດຄວາມຫຼ້າສຸດ

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...

ເຈົ້າໜ້າທີ່ໄທກັກຕົວ ຄົນລາວ 2 ຄົນ ທີ່ກ່ຽວຂ້ອງກັບຄະດີສາວແອລັກລອບເຮໂຣອີນເຂົ້າອົດສະຕາລີ

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຈາກກໍລະນີຄະດີສາວແອ ຖືກຈັບກຸມໃນຂໍ້ຫາລັກລອບຂົນເຮໂຣອີນເຂົ້າປະເທດອົດສະຕາລີ ເມື່ອວັນທີ 25​ ມິຖຸນາ 2026 ທີ່ຜ່ານມາ. ໃນວັນທີ 15 ກໍລະກົດ 2026, ເຈົ້າໜ້າທີ່ໄທສາມາດກັກຕົວກຸ່ມບຸກຄົນທີ່ມີຄວາມສຳຄັນໃນຄະດີໄດ້ ແລະ ຍັງສືບຕໍ່ປະສານການຂະຫຍາຍຜົນການສືບສວນກັບທາງການປະເທດອົດສະຕາລີ...