ເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ທຳລາຍໃບກະທ້ອມເກືອບ 50 ກິໂລກຣາມ

0
355

ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປ້ອງກັນຄວາມສະຫງົບແຂວງຈຳປາສັກ ຈູດທຳລາຍໃບກະທ້ອມ ໃນວັນທີ 7 ພະຈິກ 2023 ນີ້ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຈັດພິທີຈູດທຳລາຍໃບກະທ້ອມ ຢູ່ທີ່ຫ້ອງການພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍການເຂົ້າຮ່ວມ ພັທ ອາລຸນ ບົວລະພາພັນ ຮອງຫ້ອງຕຳຫຼວດປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ຜູ້ຊີ້ນຳ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ມີອົງການໄອຍະການປະຊາຊົນ ແຂວງຈຳປາສັກ ແລະ ເຈົ້າໜ້າທີ່ວິຊາສະເພາະກໍໄດ້ເຂົ້າຮ່ວມ.

ການຈູດທຳລາຍໃບກະທ້ອມໃນຄັ້ງນີ້ລວມມີ ໃບກະທ້ອມທັງໝົດ 9 ແກັດເທົ່າກັບ 46 ກິໂລກຣາມ ພາຍຫຼັງທີ່ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຮັບຄະດີຈາກເຈົ້າໜ້າທີ່ປະຈຳດ່ານສາກົນວັງເຕົ່າ ແຂວງຈຳປາສັກ ຍຶດໄດ້ຈາກ ທ້າວ ເພັງພະຈັນ ອາຍຸ 28 ປີ ອາຊີບຄ້າຂາຍ ອາໄສຢູ່ບ້ານແກ ນະຄອນປາກເຊ ໃນຄັ້ງວັນທີ 20 ຕຸລາ 2023 ຜ່ານມາ ຈຸດປະສົງກໍເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຈ້ງການສະບັບເລກທີ 13|ປກສ ລົງວັນທີ 14 ກັນຍາ 2022 ວ່າດ້ວຍການເພີ່ມທະວີ ການຄວບຄຸມ ແລະ ສະກັດກັ້ນການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ ຈຳໜ່າຍ, ຂົນສົ່ງ,j ມີໄວ້ໃນຄອບຄອງ ນຳເຂົ້າສົ່ງອອກພຶດທີ່ມີສານເສບຕິດ ຫຼື ພະລິດຕະພັນທີ່ມີສ່ວນປະສົມກັບສານເຄມີ ຕົ້ນ ຫຼື ສານເສບຕິດທີ່ຜິດກົດໝາຍ.