spot_img
Homeຂ່າວຕ່າງປະເທດຟິລິບປິນສັ່ງພັກໂຮງຮຽນ ຍ້ອນອາກາດຮ້ອນ

ຟິລິບປິນສັ່ງພັກໂຮງຮຽນ ຍ້ອນອາກາດຮ້ອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກະຊວງສຶກສາທິການຂອງຟິລິບປິນ ໄດ້ສັ່ງພັກໂຮງຮຽນຫຼາຍພັນແຫ່ງທົ່ວປະເທດ, ເນື່ອງຈາກສະພາບອາກາດຮ້ອນອົບເອົ້າສູງ, ສົ່ງຜົນກະທົບຕໍ່ນັກຮຽນປະມານ 3,6 ລ້ານຄົນ ແລະ ຄາດວ່າຈະໄດ້ສັ່ງພັກໂຮງຮຽນອີກຄັ້ງໃນເດືອນພຶດສະພາ ເພາະມີການຄາດຄເນວ່າ: ສະພາບອາກາດຈະຮ້ອນສູງເຖິງ 52 ອົງສາ, ເຊິ່ງອາດຈະສົ່ງຜົນກະທົບຕໍ່ກັບສຸຂະພາບຂອງບັນດານັກຮຽນຈຳນວນຫຼາຍ, ໂດຍອົງການ ເຊບ ເດິ ຊິວເດັນ ຟິລິບປິນ ໄດ້ລະບຸວ່າ: ມີນັກຮຽນລົ້ມປ່ວຍຈາກອາການເປັນວິນ, ອາຈຽນ ແລະ ເປັນລົມ, ເມື່ອຕ້ອງປະເຊີນກັບອາກາດຮ້ອນອົບເອົ້າຫຼາຍໃນໄລຍະນີ້.

ນອກນີ້, ບາງໂຮງຮຽນໃນ ນະຄອນຫຼວງມະນິລາ, ຍັງບໍ່ໄດ້ມີການພັກຮຽນແຕ່ຢ່າງໃດ ແຕ່ໃນການຮຽນ-ການສອນກໍໄດ້ຫາວິທີຄາຍຄວາມຮ້ອນເຊັ່ນ: ພັດລົມມືຖື, ປຶ້ມຮຽນ ຫຼື ໃຊ້ວີເພື່ອພັດຄາຍຮ້ອນແທນ.

ໃນຂະນະດຽວກັນ, ຄູ ແລະ ນັກຮຽນບາງກຸ່ທກໍມີຄວ່ທກັງວົນຫາກຈະຕ້ອງໄດ້ສອນ-ຮຽນຜ່ານອອນລາຍ, ໂດຍສະເພາະໃນພື້ນທີ່ຊົນນະບົດຫ່າງໄກ, ເຊິ່ງບໍ່ສາມາດເຂົ້າເຖິງອິນເຕີເນັດ ອາດເຮັດໃຫ້ບໍ່ສາມາດຮຽນໄດ້ຢ່າງຕໍ່ເນື່ອງ.

ຂ່າວ: CNA

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...