NuAns Neo ສະມາດໂຟນ Windows 10 ຕອນນີ້ເປີດໃຫ້ສັ່ງຈອງແລ້ວຢູ່ຍີ່ປຸ່ນ

1
650

ຈາກຂ່າວກ່ອນໜ້ານີ້ NuAns Neo ສະມາດໂຟນຈາກປະເທດຍີ່ປຸ່ນທີ່ສາມາດປັບແຕ່ງຝາຫຼັງໄດ້ NuAns ບໍລິສັດຈາກປະເທດຍີ່ປຸ່ນໄດ້ເປີດໂຕສະມາດໂຟນ Neo ທີ່ໃຊ້ງານລະບົບປະຕິບັດການ Windows 10 Mobile ແລະມື້ນີ້ເອງກໍໄດ້ເປີດໃຫ້ສັ່ງຈອງເປັນທີ່ຮຽບຮ້ອຍແລ້ວ

image

image

ສຳລັບສະເປັກຂອງ Nuans Neo ມີດັ່ງນີ້:
– ນ້ຳໜັກ : ປະມານ 150 ກຣາມ

– ລະບົບປະຕິບັັດການ : Windows 10 Mobile

– ຊິບປະມວນຜົນ : Snapdragon 617 (MSM8952) – Cortex-A53 Octa-core 1.5Ghz

– ຄວາມຈຳ : RAM 2GB / ພື້ນທີ່ຈັດເກັບ 16GB ແລະສາມາດເພີ່ມ microSD

– SIM : micro-SIM

– ຮອງຮັບເຄື່ອຂ່າຍ : 2G Quad band 3G?Band 1/6/8/9/19 42Mbps/5.76Mbps 4G LTE?Band 1/3/8/19/28 Cat.4 Up to 150Mbps.

– ໜ້າຈໍ : ຂະໜາດ 5 ນິ້ວ ຄວາມລະອຽດ 1280 x 720 ພ້ອມກັບປ້ອງກັນລາຍນິ້ວມື

– ກ້ອງ : ກ້ອງຫຼັງ 13MP, F2.0, BSI, 28 ມມ Lens / ກ້ອງໜ້າ 5MP, F2.4, BSI, 24 ມມ Lens

– ແບັດເຕີຣີ : 3,350mAh, ສະແຕນບາຍໄດ້ດົນ 400 ນາທີ

– WLAN : 802.11 a/b/g/n/ac

– ລຳໂພງໜຶ່ງອັນ, ໄມໂຄຣໂຟນສອງອັນ

– USB Type-C (ຮອງຮັບ Quick Charge 2.0)

– ຂະໜາດ : 141 x 74.2 x 11.3 ມິນລີແມັດ

  ເຖິງວ່າສະເປັກຈະບໍ່ຈັດມາເຕັມປານໃດແຕ່ວ່າ ຈຸດເດັ່ນສຳລັບສະມາດໂຟນ NuAns Neo ຈາກປະເທດຍີ່ປຸ່ນ ນັ້ນແມ່ນເຮົົາສາມາດປັບແຕ່ງຝາດ້ານຫຼັງຂອງມັນໄດ້ ເຊິ່ງປະກອບເປັນ 2 ສ່ວນຄື: ດ້ານເທິງແລະລຸ່ມ. ຝາຫຼັັງເຫຼົ່ານີ້ແມ່ນເຮັດມາຈາກວັດສະດຸປະເພດ ໄມ້ ຫຼື ໜັງສັງເຄາະ ມີຫຼາກຫຼາຍສີສັນໃຫ້ເລືອກໃຊ້ ແລະ ມີແຖມມາໃຫ້ພ້ອມພາຍໃນກ່ອງເລີຍ ແລະຍັງສາມາດຊື້ເພີ່ມໄດ້ອີກ

ສຳລັບໃຜທີ່ສົນໃຈກໍສາມາດເຂົ້າໄປສັ່ງຈອງໄດ້ຕາມລິ້ງນີ້ເລີຍ NuAns Neo ລາຄາຂອງໂຕເຄື່ອງແມ່ນ 42.700 ເຢນ (2.865.000 ກີບ)

ທີ່ມາ:wmpoweruser

1 COMMENT

  1. […] Windows 10 Mobile ຕອນນີ້ກຳລັງໄດ້ຮັບຄວາມສົນໃຈຫຼາຍຈາກຜູ້ຜະລິດຮາດແວຣໃນປະເທດຍີ່ປຸ່ນ ເຊິ່ງກ່ອນໜ້ານີ້ກໍເປັນສະມາດໂຟນຈາກບໍລິສັດ NuAns ທີ່ໄດ້ເປີດໂຕສະມາດໂຟນ Neo ໄປກ່ອນແລ້ວເຊິ່ງມີຈຸດເດັ່ນໃນເລື່ອງຂອງການອອກແບບແລະສາມາດປັບປ່ຽນຝາຫຼັງຂອງໂຕເຄື່ອງໄດ້ ແລະກໍເປີດໃຫ້ສັ່ງຈອງໄປແລ້ວ NuAns Neo ສະມາດໂຟນ Windows 10 ຕອນນີ້ເປີດໃຫ້ສັ່ງຈ… […]

Comments are closed.