Homeຂ່າວພາຍ​ໃນທຳລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ມູນຄ່າເກືອບ 2 ຕື້ກີບ

ທຳລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ມູນຄ່າເກືອບ 2 ຕື້ກີບ

Published on

ໃນວັນທີ 26 ເມສາ 2024 ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຮ່ວມກັບຄະນະກຳມະການຄຸ້ມຄອງ-ກວດກາຊັບສິນທາງປັນຍາຂັ້ນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ໃນໂອກາດວັນຊັບສິນທາງປັນຍາໂລກຄົບ ຮອບ 24 ປີຄື: (26 ເມສາ 2000-26 ເມສາ 2024) ລວມມູນ ຄ່າສິນຄ້າທີ່ນຳມາທຳລາຍເກືອບ 2 ຕື້ກີບ.

ສຳລັບສິນຄ້າທີ່ລະເມີດເຄື່ອງໝາຍການຄ້າປະກອບມີເຄື່ອງໝາຍການຄ້າຂອງ HONDA WAVE ZOOMER-X CLICK MSX GX DOUBLE BIG-GUN OHO CASUMINA ແລະ MNV ປະເພດລົດຈັກ ນ້ຳມັນເຄື່ອງອາໄຫຼ່ ເຄື່ອງຈັກຕ່າງໆ ຢາງລົດໄຖນາເດີນຕາມ ຢ່າງຕີນລົດຮຸນໄດ ເຄື່ອງສໍາອາງ MNV (ແປ້ງນໍ້າໝັກໜ້າ) ແລະ ຄີມທາໜ້າໂອໂຫ ເຊິ່ງໄດ້ມາຈາກການລົງກວດກາ 16 ເປົ້າໝາຍ 6 ຄັ້ງ.

ສິນຄ້າທີ່ນຳມາທໍາລາຍຄັ້ງປະກອບມີ ລົດຈັກ 53 ຄັນ ມູນ ຄ່າ 503.500.000 ກີບ ອາ ໄຫຼ່ ແລະ ເຄື່ອງຈັກຕ່າງໆ 258 ຊີ້ນ ມູນຄ່າ 129 ລ້ານກີບ ນໍ້າມັນເຄື່ອງ 41 ແກັດ ມູນຄ່າ 26 ລ້ານກີບ ຢ່າງລົດໄຖນາ 450 ເສັ້ນ ມູນຄ່າ 315 ລ້ານກີບ ຄີມທາໜ້າຍີ່ຫໍ້ OHO 11.610 ກ່ອງ ມູນຄ່າ 917.190.000 ກີບ ຢາງຕີນລົດຮຸນໄດ 36 ເສັ້ນ ມູນຄ່າ 23.400.000 ກີບ ແລະ ເຄື່ອງສໍາອາງ MNV 675 ກັບ ມູນຄ່າ 30.375.000 ກີບ ລວມມູນຄ່າທັງໝົດ: 1.944.465.000 ກີບ.
ແຫຼ່ງຂ່າວ: ວຽງຈັນທຸລະກິດສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...