spot_img
Homeຂ່າວພາຍ​ໃນອັດຕະປີ ທຳລາຍຊິ້ນສ່ວນລົດຈັກທີ່ບໍ່ຖືກຕາມເຕັກນິກ

ອັດຕະປີ ທຳລາຍຊິ້ນສ່ວນລົດຈັກທີ່ບໍ່ຖືກຕາມເຕັກນິກ

Published on

ແຂວງອັດຕະປື ໄດ້ຈັດພິທີ ທໍາລາຍຊິ້ນສ່ວນພາຫະນະປະເພດລົດຈັກ ທີ່ບໍ່ຖືກຕາມເຕັກນິກ ຂື້ນທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງຊານໄຊ ແຂວງອັດຕະປື.

อาจเป็นรูปภาพของ 5 คน

ເຊິ່ງສາມາດກັກລົດຈັກທີ່ດັດແປງສະພາບເຕັກນິກທັງໝົດ 64 ຄັນ, ປະເພດທໍ່ແຕ່ງຈໍານວນ 64 ທໍ່, ປະເພດຢາງນອ້ຍຈໍານວນ 30 ເສັ້ນ, ປະເພດຕາສີຈໍານວນ 5 ດອກ, ປ້າຍປອມ 2 ຄັນ. ຕໍ່ກັບຜູ້ລະເມີດກົດລະບຽບຈະລາຈອນ ແລະ ຜູ້ທີ່ໄດ້ມີການດັດແປງສະພາບເຕັກນິກພາຫະນະປະເພດລົດຈັກ ແມ່ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ມີການສຶກສາອົບຮົມກ່າວເຕື່ອນພ້ອມເຮັດບົດບັນທຶກ ແລະ ໃຫ້ພວກກ່ຽວປົດຊິ້ນສ່ວນຂອງພາຫະນະທີ່ໄດ້ມີການດັດແປງສະພາບເຕັກນິກ ດັ່ງກ່າວນັ້ນ ໃຫ້ຢູ່ໃນສະພາບເດີ່ມ ເຊິ່ງມີຈໍານວນຜູ້ທີ່ຖືກລະເມີດ ແລະ ສຶກສາອົບຮົມທັງໝົດ 64 ລາຍ, ຍິງ 2 ລາຍ.

อาจเป็นรูปภาพของ ไฟ และ ข้อความ

ທ່ານ ພັທ ພູມີ ແກ້ວບົວລະພາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງຊານໄຊ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຊຸກຍູ້ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃນການນຳໃຊ້ລົດໃຊ້ຖະໜົນ ຢູ່ບັນດາໂຮງຮຽນແຫ່ງຕ່າງໆ ແລະ ບັນດາບ້ານໃນທົ່ວເມືອງຢ່າງຕໍ່ເນື່ອງ, ເພື່ອເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈຕໍ່ວຽກງານດັ່ງກ່າວ ທັງເຮັດໜ້າທີ່ສຶກສາອົບຮົມໃຫ້ພໍ່ແມ່ຜູ້ປົກຄອງເດັກ ໄດ້ກ່າວເຕືອນລູກຫຼານ ໃຫ້ມີສະຕິລະວັງຕົວໃນການນຳໃຊ້ລົດ ໃຊ້ຖະໜົນ, ເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະກຸ່ມແກ້ງໄວລຸ້ນ ທີ່ໄດ້ມີການເຄື່ອນໄຫວ ດັດແປງສະພາບເຕັກນິກພາຫະນະລົດຈັກ ແລະ ບັນຫາອື່ນໆທີ່ຜິດຕໍ່ກົດລະບຽບຈາລະຈອນ.

ຂ່າວ: ອັດອີສານ ບຽດມະນີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...