spot_img
Homeຂ່າວພາຍ​ໃນລັດຖະບານ ກຳລັງສືບຕໍ່ແກ້ໄຂຫຼາຍບັນຫາທີ່ເປັນອຸປະສັກໃນການຂຶ້ນທະບຽນອອກໃບຕາດິນ

ລັດຖະບານ ກຳລັງສືບຕໍ່ແກ້ໄຂຫຼາຍບັນຫາທີ່ເປັນອຸປະສັກໃນການຂຶ້ນທະບຽນອອກໃບຕາດິນ

Published on

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ ຜ່ານມາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ໄດ້ມີວາລະຂຶ້ນຊີ້ແຈງ ຕໍ່ກັບຄໍາຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ຊຶ່ງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງ ຊສ ກໍໄດ້ຊີ້ແຈງຫຼາຍຄໍາຖາມ ໂດຍໃນນີ້ ກໍໄດ້ຍົກໃຫ້ເຫັນເຖິງຫຼາຍບັນຫາທີ່ເປັນອຸປະສັກ ໃນການຂຶ້ນທະບຽນອອກໃບຕາດິນ ເຮັດໃຫ້ປະຕິບັດໄດ້ພຽງ 27,50% ຂອງແຜນການ. ລັດຖະບານ, ກໍຄືກະຊວງ ຊສ ກຳລັງແກ້ໄຂ ແລະ ດຳເນີນ 8 ມາດຕະການ ເພື່ອຈະສາມາດຂຶ້ນທະບຽນອອກໃບຕາດິນ ໄດ້ສູງສຸດປະມານ 50%.

ທ່ານ ນາງ ບຸນຄໍາ ວໍລະຈິດ ກ່າວວ່າ: ຕົວເລກສໍາມະໂນຕອນດິນ ທີ່ເຮົາເກັບກໍາໄດ້ທັງໝົດໃນທົ່ວປະເທດ ມີທັງໝົດ 3 ລ້ານກວ່າຕອນ, ຂຶ້ນທະບຽນອອກໃບຕາດິນສໍາເລັດແລ້ວ 1,5 ລ້ານກວ່າຕອນ, ຍັງປະມານ 1,6 ລ້ານຕອນ ຈຶ່ງເປັນຄາດໝາຍສູ້ຊົນ ຢາກໃຫ້ສໍາເລັດໃນປີ 2025. ການຈັດຕັ້ງປະຕິບັດຕົວຈິງ ເຄິ່ງສະໄໝ (2021-2025) ສາມາດຂຶ້ນທະບຽນອອກໃບຕາດິນໄດ້ 335.455 ຕອນ ຫຼື ປະມານ 21% ຂອງ ແຜນການ 5 ປີ. ສໍາລັບປີ 2023, ຈັດຕັ້ງປະຕິບັດຂຶ້ນທະບຽນອອກໃບຕາດິນ ໄດ້ພຽງແຕ່ 110.262 ຕອນ (ຂໍ້ມູນ ວັນທີ 23/10/2023) ເທົ່າກັບ 27.50 % ຂອງແຜນການປີ (400.000 ຕອນ), ຊຶ່ງເຫັນວ່າ ເປັນໄປໄດ້ຍາກ ທີ່ຈະບັນລຸໄດ້ຕາມຄາດໝາຍ, ຍ້ອນວ່າ ໃນການຈັດຕັ້ງປະຕິບັດ ຕົວຈິງ ຍັງມີຫຼາຍບັນຫາທີ່ເປັນອຸປະສັກ ເປັນຕົ້ນ ດິນທີ່ຍັງຄ້າງບໍ່ທັນອອກໃບຕາດິນ ສ່ວນຫຼາຍແມ່ນນອນໃນທີ່ດິນປຸກສ້າງ ແລະ ດິນກະສິກໍາ ໃນເຂດຊານເມືອງ ແລະ ຊົນນະບົດ ທີ່ເປັນເນື້ອທີ່ຂະໜາດໃຫຍ່, ຢູ່ຫ່າງໄກສອກຫຼີກ ເຮັດໃຫ້ການສໍາຫຼວດວັດແທກ ມີຄວາມຫຍຸ້ງຍາກ, ໃຊ້ເວລາ ແລະ ຕ້ອງອີງໃສ່ເວລາຂອງປະຊາຊົນ ທີ່ສະດວກ ເພື່ອມາໃຫ້ສໍາພາດ ແລະ ຂຶ້ນທະບຽນອອກໃບຕາດິນ; ນອກນີ້, ກໍນອນໃນທີ່ດິນປ່າໄມ້ ທີ່ບໍ່ສາມາດຂຶ້ນທະບຽນອອກໃບຕາດິນໃຫ້ປະຊາຊົນໄດ້ ຊຶ່ງຕາມຂໍ້ມູນແມ່ນມີ 3.167 ບ້ານ (ຄາດຄະເນ ມີຈໍານວນຕອນດິນ ປະມານ 683.620 ຕອນ) ຈະຕ້ອງໄດ້ສໍາຫຼວດ, ວັດແທກ, ສອບຖາມສິດນໍາໃຊ້ທີ່ດິນຂອງປະຊາຊົນ ທີ່ຢູ່ອາໄສ ແລະ ທໍາການຜະລິດ ເພື່ອສາມາດຈັດສັນຂຶ້ນທະບຽນອອກໃບຕາດິນໄດ້ ຊຶ່ງຕ້ອງໃຊ້ເວລາ ແລະ ງົບປະມານຫຼາຍ.

ພ້ອມນີ້, ບັນຫາທີ່ເປັນອຸປະສັກ ກໍຍັງແມ່ນການຂາດງົບປະມານໃນເບື້ອງຕົ້ນ ຂອງການປະຕິບັດແຜນ ເຖິງຈະມີໂຄງການ ແລະ ງົບປະມານຊ່ວຍເຫຼືອຈາກສາກົນ ແຕ່ການກະກຽມເງື່ອນໄຂຕ່າງໆ ແມ່ນມີຫຼາຍເງື່ອນໄຂ ແລະ ຊັກຊ້າ ເຮັດໃຫ້ສາມາດຈັດຕັ້ງປະຕິບັດໃນກາງປີ 2023, ງົບປະມານລັດ ທີ່ໄດ້ຮັບໃນປີ 2023 ແມ່ນໄດ້ຮັບອະນຸມັດຊ້າ ແລະ ຖືກຊ່ວງລະດູຝົນ; ອຸປະກອນ, ພາຫະນະຮັບໃຊ້ ຍັງບໍ່ທັນພຽງພໍ, ພະນັກງານ ຍັງຈໍາກັດ ຢູ່ຂັ້ນທ້ອງຖິ່ນ, ຂາດແຜນຈັດສັນທີ່ດິນຂັ້ນບ້ານ ແລະ ປະຊາຊົນໃນບາງເຂດ ບໍ່ຢາກໄດ້ໃບຕາດິນ (ບໍ່ໃຫ້ການຮ່ວມມື).

ເຖິງຢ່າງໃດກໍຕາມ, ລັດຖະບານ, ອົງການປົກຄອງທ້ອງຖິ່ນ ກໍຄື ຂະແໜງ ຊສ ກໍໄດ້ເອົາໃຈໃສ່ ໃນການສືບຕໍ່ສູ້ຊົນ, ແກ້ໄຂບັນຫາທີ່ເປັນອຸປະສັກ ໂດຍອີງໃສ່ທ່າແຮງ ແລະ ຄວາມສາມາດຕົວຈິງ, ພາຍໃຕ້ການສະໜັບສະໜູນ ແລະ ການຮ່ວມມືຂອງຫຼາຍພາກສ່ວນ. ສະເພາະ, ພາຍໃນກະຊວງ ຊສ ກໍໄດ້ດໍາເນີນມາດຕະການດັ່ງນີ້:

1) ແຕ່ງຕັ້ງຄະນະຮັບຜິດຊອບ 10 ຄະນະ, ປະກອບມີຄະນະກົມ ແລະ ວິຊາການຂອງກົມທີ່ດິນ ເພື່ອລົງຊຸກຍູ້ ການປັບປຸງວຽກງານຄຸ້ມຄອງທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ ຢູ່ທຸກໆແຂວງໃນຂອບເຂດທົ່ວປະເທດ;

2) ເອົາໃຈໃສ່ ຜັນຂະຫຍາຍນິຕິກໍາລຸ່ມກົດໝາຍ ໃຫ້ຄົບຊຸດ ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນທະບຽນອອກໃບຕາດິນ ໂດຍສະເພາະ ທີ່ດິນປ່າໄມ້;

3) ຊຸກຍູ້ ອົງການປົກຄອງແຂວງ ແລະ ເມືອງ ໃນການສ້າງ ແລະ ປະກອບແຜນການນໍາໃຊ້ງົບປະມານເພື່ອຂຶ້ນທະບຽນອອກໃບຕາດິນ;

4) ເລັ່ງການຈັດຊື້ ແລະ ປະກອບອຸປະກອນ ໃຫ້ກັບໜ່ວຍງານຂຶ້ນທະບຽນອອກໃບຕາດິນຂອງເມືອງ ຕາມງົບປະມານຂອງໂຄງການ ແລະ ງົບປະມານທີ່ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ສໍາເລັດໃນເດືອນພະຈິກ 2023 ນີ້; (ບາງອົງການປົກຄອງທ້ອງຖິ່ນ ກໍໄດ້ບິແບ່ງງົບປະມານຂອງແຂວງຕົນ ຊ່ວຍຈັດຊື້ອຸປະກອນ, ຈັດສັນທີ່ດິນ ແລະ ການປັບປຸງຫ້ອງການເມືອງ);

5) ສືບຕໍ່ປະສານສົມທົບ ກັບກະຊວງ/ຂະແໜງການກ່ຽວຂ້ອງ ໃຫ້ມີສ່ວນຮ່ວມໃນການຈັດສັນທີ່ດິນ ແລະ ຂຶ້ນທະບຽນອອກໃບຕາດິນ;

6) ເປີດໃຫ້ພາກສ່ວນເອກະຊົນ ມີສ່ວນຮ່ວມໃນວຽກງານສໍາຫຼວດ ວັດແທກທີ່ດິນ ແລະ ການຫັນເປັນທັນສະໄໝ;

7) ເຜີຍແຜ່ ແລະ ປູກຈິດສໍານຶກໃຫ້ກັບປະຊາຊົນ ທີ່ຢູ່ໃນບ້ານຫ່າງໄກສອກຫຼີກ ຮ່ວມມືເຂົ້າຮ່ວມໃນຂະບວນການຂຶ້ນທະບຽນອອກໃບຕາດິນ; ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການມອບວຽກ ຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນ ຈາກຂັ້ນແຂວງ ໃຫ້ຂັ້ນເມືອງ ໃຫ້ສໍາເລັດ.

ທ່ານ ລັດຖະມົນຕີກະຊວງ ຊສ ຍັງກ່າວວ່າ: ອີງໃສ່ການສຸມທຸກທ່າແຮງ ແລະ ປັບປຸງກົນໄກ ທີ່ກ່າວມາ, ຄາດຄະເນວ່າໃນອີກ 2 ເດືອນ (ພະຈິກ-ທັນວາ) ນີ້ ຈະສາມາດຂຶ້ນທະບຽນອອກໃບຕາດິນ ໄດ້ສູງສຸດປະມານ 220.000 ຕອນ ຫຼື ເທົ່າ ກັບ 55% ຂອງແຜນການປີ, ເພາະວ່າ ທີ່ດິນຈໍານວນໜຶ່ງ ໃນໂຄງການອອກໃບຕາດິນ ໄດ້ສໍາຫຼວດວັດແທກໄວ້ແລ້ວ, ລໍຖ້າການພິສູດຫຼັກຖານ ແລະ ການອະນຸມັດຈັດຕັ້ງປະຕິບັດຈາກໂຄງການທີ່ຍັງຄົງຄ້າງເງື່ອນໄຂຮັບຮອງບົດປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ຈາກຜູ້ໃຫ້ທຶນ. ສໍາລັບແຜນປີ 2024, ໄດ້ສະເໜີຄາດໝາຍສູ້ຊົນ 300.000 ຕອນ, ນີ້ກໍຍັງເຫັນວ່າເປັນຕົວເລກທີ່ທ້າທາຍ ໃນການຈັດຕັ້ງປະຕິບັດ. ອີງໃສ່ຂໍ້ຫຍຸ້ງຍາກຂ້າງເທິງ, ແຕ່ກໍຈະສຸມທັງກໍາລັງທີ່ມີ ເພື່ອປະຕິບັດຄາດໝາຍດັ່ງກ່າວ ແລະ ຮຽກຮ້ອງມາຍັງທຸກພາກພາກສ່ວນ ຊ່ວຍກັນສະໜັບສະໜູນ ໂດຍສະເພາະ ສສຊ ໃນການລົງເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ຮ່ວມມື ແລະ ພິຈາລະນາງົບປະມານເພີ່ມໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ແຫຼ່ງຂ່າວ Vientiane Mai

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...