spot_img
Homeຂ່າວພາຍ​ໃນເມືອງຍົມມະລາດແຈ້ງຫ້າມບຸກຄົມເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ

ເມືອງຍົມມະລາດແຈ້ງຫ້າມບຸກຄົມເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ

Published on

ເມື່ອບໍ່ດົນທີ່ຜ່ານມາ ທາງເມືອງຍົມມະລາດ ແຂວງຄຳມ່ວນ ໄດ້ອອກແຈ້ງການກ່ຽວກັບ ເປີດລະດູການຮັບເກັບຊື້ມັນຕົ້ນດິບ ແລະມັນຕົ້ນແຫ້ງ ປະຈຳປີ 2023-2024 ໃນຂອບເຂດເມືອງຍົມມະລາດ ນັບແຕ່ວັນທີ 20/10/2023 ໂດຍມີເນື້ອໃນລະບຸວ່າ:

  1. ໂຮງງານແປ້ງມັນຕົ້ນ ຄໍາມ່ວນ ຈໍາກັດ ເປັນຜູ້ເກັບຊື້ມັນຕົ້ນດິບ ແລະ ມັນຕົ້ນແຫ້ງ, ສະຖານທີ່: ຕັ້ງຢູ່ບ້ານຫ້ວຍເຢັນ ເມືອງຍົມມະລາດ ແຂວງຄໍາມ່ວນ ຮັບເກັບຊື້ ເລີ່ມແຕ່ວັນທີ 20/ 10/2023 ເປັນຕົ້ນໄປ ໃນລາຄາມັນຕົ້ນດິບ ເລີ່ມຕົ້ນ 1.600 ກີບ/ກິໂລ ລາຄາມັນຕົ້ນແຫ້ງ 3.000ກີບ/ກິໂລ.
  2. ບໍລິສັດ ທ່ຽມທອງມີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນບໍລິສັດແມ່ທີ່ຮັບເກັບຊື້ມັນຕົ້ນແຫ້ງ, ຖ້າຫາກຜູ້ປະກອບການ ມີຈຸດປະສົງໃນການເກັບຊື້ມັນຕົ້ນແຫ້ງໃນຂອບເຂດເມືອງຍົມມະລາດ ແມ່ນໃຫ້ພົວພັນປະສານງານ ຫຼື ໄດ້ຮັບອະນຸຍາດຈາກ ບໍລິສັດ ທ່ຽມທອງມີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈຶ່ງສາມາດໍາເນີນກິດຈະການໄດ້ ລາຄາມັນຕົ້ນແຫ້ງ 3.900ກີບ/ກິໂລ.
  3. ສ່ວນການປັບປ່ຽນລາຄາຂຶ້ນ ຫຼື ລົງ ແມ່ນອີງໃສ່ລາຄາຕາມທ້ອງຕະຫຼາດຕົວຈິງໃນແຕ່ລະໄລຍະ.
  4. ຫ້າມບໍ່ໃຫ້ຜູ້ປະກອບການ ຫຼື ບຸກຄົນ ເລາະເກັບຊື້ມັນຕົ້ນເພື່ອສົ່ງຂາຍອອກນອກເມືອງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກລັດ ຖ້າຫາກພົບເຫັນຈະໄດ້ປັບໄໝຕາມລະບຽບການ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...