​ສານ​ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງ​ຊາດ​ຕ້ານ​ຢາ​ເສບ​ຕິດ ຄົບຮອບ 21 ປີ

0
903

ໃນ​ວັນ​ທີ 6 ຕຸລາ ນີ້, ທ່ານ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ອ່ານ​ສານ​ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງ​ຊາດ​ຕ້ານ​ຢາ​ເສບ​ຕິດ ຄົບຮອບ 21 ປີ (12 ຕຸລາ 2001-12 ຕຸລາ 2022) ໂດຍ​ມີ​ເນື້ອ​ໃນ​ບາງ​ຕອນ​ວ່າ: ຢາ​ເສບ​ຕິດ ແມ່ນ​ບັນຫາ​ລວມ​ຂອງ​ວົງ​ຄະນະ​ຍາດ​ສາກົນ ເຊິ່ງ​ເປັນ​ໄພ​ຂົ່ມຂູ່​ທີ່ ​ຮ້າຍ​ແຮງ​ຕໍ່​ມວນ​ມະນຸດ, ເປັນ​ບໍ່ ເກີດ​ຂອງ​ອາ​ຊະ​ຍາ​ກຳ​ຕ່າງໆທີ່​ກົດ​ໜ່ວງ​ຖ່ວງ​ດຶງ​ການ​ສ້າງສາ​ພັດທະນາ ເສດຖະກິດ-ສັງຄົມ​ຂອງ​ຊາດ, ທັງ​ຍັງ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ບຸກຄົນ ແລະ ຄອບຄົວ ຜູ້​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ; ປັດຈຸບັນ ການ​ຄ້າຂາຍ​ຢາ​ເສບ​ຕິດ ໄດ້​ກາຍເປັນ ຂະ​ບວນ​ການ​ຂ້າມ​ຊາດ ທີ່​ລັດຖະ ບານ ແລະ ປະຊາຊົນ​ລາວ ກໍ​ຄື​ບັນ ດາ​ປະຊາ​ຊາດ​ໃນ​ທົ່ວ​ໂລກ ພ້ອມ​ກັນ​ຕ້ານ ແລະ ສະກັດ​ກັ້ນ​ຢ່າງ​ແຂງແຮງ.

ສຳລັບ​ຢູ່ ​ສປປ ລາວ ການ​ເສບ, ການ​ຄ້າຂາຍ, ຂົນສົ່ງ​ຢາ​ເສບ​ຕິດ ໄດ້​ລະ ບາດ ແລະ ແຜ່​ລາມ​ຈາກ​ຕົວ​ເມືອງ​ໄປ​ສູ່​ເຂດ​ຊົນນະບົດ, ຈາກ​ທົ່ງພຽງ​ຂຶ້ນ​ສູ່​ພູ​ດອຍ​ຫ່າງ​ໄກ​ສອກຫຼີກ; ປັດຈຸບັນ​ຢູ່​ຫລາຍ​ທ້ອງຖິ່ນ ໄດ້​ມີ​ຊາວ​ໜຸ່ມ-ເຍົາວະ​ຊົນ, ນັກຮຽນ-ນັກ​ສຶກ​ສາ, ກຳມະກອນ​ຢູ່​ຕາມ​ໂຮງ​ຈັກ​ໂຮງງານ ແລະ ຊາວ​ໄຮ່ນາ ຈຳນວນ​ບໍ່​ໜ້ອຍ ໄດ້​ຕົກ​ເປັນ​ທາດ​ຂອງ​ຢາ​ເສບ​ຕິດ; ຈຳນວນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ສ່ວນ​ຫນຶ່ງ ໄດ້​ພາກັນ​ສ້າງ​ຄວາມ​ສັບສົນ​ວຸ້ນວາຍ, ກໍ່ໃຫ້ເກີດ​ມີ​ສິ່ງ​ຫຍໍ້ທໍ້​ຕ່າງໆ ພາຍ​ໃນ​ຄອບຄົວ ກໍ​ຄື​ຢູ່​ຊຸມ​ຊົນ; ເກີດ​ມີ​ການ​ຂີ້ລັກ​ງັດ​ແງະ, ປຸ້ນ​ຈີ້, ຊີງ​ຊັບ, ຄາດ​ຕະ​ກຳ, ລັກ​ພາ​ຕົວ, ຄ້າ​ໂສເພນີ, ລະເມີດ​ກົດ​ຈາລະ​ຈອນ ພາໃຫ້​ເກີດ​ອຸບັດ​ຕິ​ເຫດ​ຕາມ​ທ້ອງ​ຖະໜົນ, ກໍ່​ອາ​ລະ​ວາດ​ຜິດ​ຖຽງ​ຕີ​ກັນ ແລະ ອື່ນໆ.

ສະນັ້ນ ຈຶ່ງ​ສະເໜີ​ມາ​ຍັງ​ກະຊວງ, ອົງການ ແລະ ທ້ອງຖິ່ນ​ຂັ້ນ​ຕ່າງໆ ຈົ່ງ​ໄດ້​ໃຫ້​ຄວາມ​ຮ່ວມ​ມື ໃຫ້​ຖື​ເອົາ​ວຽກ​ງານ​ຄວບ​ຄຸມ, ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ເປັນ​ພັນທະ, ເປັນ​ໜ້າທີ່​ຂອງ​ທຸກ​ພາກ ສ່ວນ, ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງຖິ່ນ; ເພີ່ມ​ທະວີ​ຄວາມ​ເອົາໃຈໃສ່​ຕໍ່​ວຽກ​ງານ​ໂຄສະນາ, ສຶກ​ສາ​ອົບຮົມ, ສ້າງ​ຄວາມ​ຮັບ​ຮູ້​ໃນ​ທົ່ວ​ສັງຄົມ​ໃຫ້​ກວ້າງຂວາງ ດ້ວຍ​ຫຼາຍ​ຮູບ​ການ ເພື່ອ​ປູກ​ຈິດ​ສຳນຶກ ໃຫ້​ປະຊາຊົນ​ລາວ​ທຸກ​ຊັ້ນ​ຄົນ ໂດຍ​ສະເພາະ​ແມ່ຍິງ, ຊາວ​ໜຸ່ມ, ເຍົາວະ​ຊົນ ເຫັນ​ໄດ້​ເຖິງ​ພິດ​ໄພ, ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ, ຮັບ​ຮູ້, ເຂົ້າໃຈ​ລະບຽບ​ກົດໝາຍ ທີ່​ພົວພັນ​ກັບ​ຢາ​ເສບ​ຕິດ; ປຸກລະດົມ​ຂົນຂວາຍ ໃຫ້​ເຂົາເຈົ້າ​ເຂົ້າໃຈ, ຕື່ນ​ຕົວ, ສະໝັກ​ໃຈ ແລະ ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ; ເອົາໃຈໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ ເພື່ອ​ຟື້ນ​ຟູ​ຕໍ່​ຜູ້​ຖືກ​ເຄາະ​ຮ້າຍ, ວຽກ​ງານ​ບຳບັດ​ປິ່ນປົວ, ຟື້ນ​ຟູ​ສຸ ຂະພາບ ແລະ ຝຶກ​ວິຊາ​ຊີບ ເພື່ອ​ໃຫ້​ເຂົາເຈົ້າ​ມີ​ສຸຂະພາບ​ແຂງແຮງ​ດີ​ຂຶ້ນ​ເປັນ​ປົກກະຕິ ກັບ​ຄືນ​ສູ່​ຄວາມ​ອົບ​ອຸ່ນ​ຂອງ​ຄອບຄົວ ແລະ ສັງຄົມ.

ໃນ​ຂະນະ​ທີ່​ພາກ​ລັດ​ກໍ​ຕ້ອງ​ສຸມ​ໃສ່​ສ້າງ, ປັບປຸງ​ກົດໝາຍ ແລະ ນິຕິ​ກຳ​ໃຕ້​ກົດໝາຍ ລວມ​ທັງ​ການ​ສ້າງ​ຄວາມ​ເຂັ້ມແຂງ ກ່ຽວ​ກັບ​ວຽກ​ງານ​ຄວບ​ຄຸມ, ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໃຫ້​ບຸກ​ຄະລາ​ກອນ​ໃນ​ຂະແໜງການ​ທີ່​ກ່ຽວຂ້ອງ, ມີ​ການ​ຈັດ​ສັນ​ງົບປະມານ​ທີ່​ເຫມາະ​ສົມ, ກົງຈັກ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ເພື່ອ​ຮັບປະກັນ​ໃຫ້​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຖືກ​ທິດ, ມີ​ປະສິດທິພາບ ແລະ ບັນລຸ​ຄາດໝາຍ​ທີ່​ວາງ​ໄວ້;
ເອົາໃຈໃສ່​ຕິດຕາມ, ກວດກາ ແລະ ສຶກ​ສາ​ອົບຮົມ​ປະຊາຊົນ ບໍ່​ໃຫ້​ລັກລອບ​ປູກ​ພືດ​ທີ່​ມີ​ສານ​ເສບ​ຕິດ; ຊຸກຍູ້​ສົ່ງເສີມ ແລະ ຊ່ວຍເຫລືອ​ໃຫ້​ເຂົາເຈົ້າ ໄດ້​ມີ​ເງື່ອນໄຂ​ຫັນ​ໄປ​ປະກອບ​ອາຊີບ​ອື່ນ​ທີ່​ໝັ້ນຄົງ​ແທນ​ການ​ປູກ​ພືດ​ທີ່​ມີ​ສານ​ເສບ​ຕິດ ທີ່​ຜິດ​ກົດໝາຍ ພ້ອມ​ທັງ​ໃຫ້​ດຳເນີນ​ມາດ​ຕະການ​ດ້ານ​ກົດໝາຍ​ຢ່າງ​ເຂັ້ມ​ງວດ​ຕໍ່​ຜູ້​ກະທຳ​ຜິດ.
ຂ່າວໂດຍ: ສົມ​ຫວັງ, ພາບ: ຂັນໄຊ