spot_img
Homeຂ່າວພາຍ​ໃນພິທີມອບ-ຮັບໜ້າທີ່ ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ

ພິທີມອບ-ຮັບໜ້າທີ່ ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ

Published on

ວັນທີ 6 ຕຸລາ 2022, ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ເກົ່າ) ແລະ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນ ກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ໃໝ່) ແລະ ມີຜູ້ເຂົ້າຮ່ວມອີກຫຼາຍໆທ່ານ.

ໃນພິທີ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຜູ້ປະຈໍາການ ໄດ້ໃຫ້ກຽດລາຍ ງານ ການສະຫຼຸບ ຕີລາຄາວຽກງານອະໄພຍະໂທດປີ 2021 ແລະ ຕົ້ນປີ 2022 ໃນໄລຍະຜ່ານມາ ຄື:

  1. ໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ຄະນະກໍາມະການອະໄພຍະໂທດລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໃນການຈັດຕັ້ງປະຕິບັດ ລັດ ຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຄໍາແນະນໍາຂອງຄະ ນະກຳມະການອະໄພຍະໂທດ ລະດັບຊາດ ຢ່າງເປັນລະບົບປົກກະຕິ ແລະ ປັບປຸງແກ້ໄຂບາງກໍລະ ນີທີ່ເກີດຂຶ້ນຢ່າງທັນການ;
  2. ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກຳມະການອະໄພຍະໂທດ ແຕ່ລະຂັ້ນ ໄດ້ດໍາເນີນໄປຕາມຂັ້ນຕອນ, ລະບຽບການ ແລະ ເປັນໝູ່ຄະນະ, ຮັບປະກັນຄວາມຖຶກຕ້ອງ, ໂປ່ງໃສ, ຍຸຕິທໍາ, ເຊິ່ງເລີ່ມແຕ່ຂັ້ນຕອນການຄົ້ນຄວ້າຄັດເລືອກໄຈ້ແຍກນັກໂທດຜູ້ມີຄວາມກ້າວໜ້າ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດ ແລະ ການຄົ້ນຄວ້າຕົກລົງສະເໜີບັນຊີລາຍຊື່ນັກໂທດ ເຫັນວ່າມີເງື່ອນໄຂຖຶກຕ້ອງ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ;
  3. ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ເປັນເຈົ້າການກວດກາຄວາມຖຶກຕ້ອງ ແລະ ນັກໂທດໄດ້ຮັບອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດ ປະຈໍາປີ 2021 ມີທັງໝົດ 1.992 ຄົນ, ຍິງ 280 ຄົນ, ຕ່າງປະເທດ 25 ຄົນ, ຍິງ 5 ຄົນ, ນັກໂທດຕະຫຼອດຊີວິດ 49 ຄົນ, ຍິງ 9 ຄົນ. ໃນນີ້, ໄດ້ຮັບອະໄພຍະໂທດ ຫຼຸດຜ່ອນໂທດ 1.980 ຄົນ, ຍິງ 277 ຄົນ ແລະ ໄດ້ຮັບອະໄພຍະໂທດປ່ອຍຕົວ ຈໍານວນ 12 ຄົນ, ຍິງ 3 ຄົນ, ນັກໂທດທີ່ຖືກສານຕັດສິນປະຫານຊີວິດ ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດມາເປັນໂທດຕະຫຼອດຊີວິດ ຈໍານວນ 25 ຄົນ, ຍິງ 2 ຄົນ, ຕ່າງປະເທດ 2 ຄົນ ແລະ ເປັນເຈົ້າການຄົ້ນຄວ້າຄວາມຖືກຕ້ອງບັນຊີສະເໜີປ່ອຍຕົວ ສົ່ງໃຫ້ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 361 ຄົນ, ຍິງ 58 ຄົນ ເພື່ອສະເໜີຕໍ່ທ່ານນາຍົກລັດຖະມົນຕີ ພິຈາລະນານໍາສະເໜີຕໍ່ປະ ທານປະເທດ ອອກລັດຖະດໍາລັດ ໃຫ້ອະໄພຍະໂທດປ່ອຍຕົວ ໄລຍະຊ່ວງປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19;
  4. ຄະນະກໍາມະການອະໄພຍະໂທດ ລະດັບກະ ຊວງ, ແຂວງ, ນະຄອນຫຼວງວຽງຈັນ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ປະຈໍາປີ 2021 ໄດ້ຈໍານວນທັງໝົດ 4.901.721.000 ກີບ, ເງິນຕາຕ່າງປະເທດ 750.000 ບາດ. ໃນນີ້, ມີການໃຊ້ແທນຄ່າເສຍທາງແພ່ງ ຈໍານວນ 866.862.000 ກີບ, 750.000 ບາດ ແລະ ຄ່າປັບໃໝ ຈໍານວນ 4.034.859.000 ກີບ ແລະ ໄດ້ມອບເຂົ້າຄັງເງິນຂອງແຕ່ລະແຂວງໝົດແລ້ວ.

ສໍາລັບປີ 2022, ຄະນະກໍາມະການອະໄພຍະໂທດ ລະດັບກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ໄດ້ມີການສະເໜີຂໍອະໄພຍະໂທດທັງໝົດ ຈໍານວນ 1.895 ຄົນ, ຍິງ 264 ຄົນ, ຕ່າງປະເທດ 23 ຄົນ, ຍິງ 6 ຄົນ, ມີນັກໂທດຈຳຄຸກຕະຫຼອດຊີວິດ ຈໍານວນ 40 ຄົນ, ຍິງ 10 ຄົນ, ຕ່າງປະເທດ 1 ຄົນ, ນັກໂທດທີ່ຖືກສານຕັດສີນປະຫານຊີວິດ ທີ່ສະເໜີຂໍອະໄພຍະໂທດ ຈໍານວນ 8 ຄົນ, ຍິງ 1 ຄົນ ແລະ ໄດ້ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊໍາລະໃນບັ້ນຄົ້ນຄວ້າສະເໜີໃຫ້ອະໄພຍະໂທດ ໄດ້ທັງໝົດ ຈໍານວນ 3.756.142.833 ກີບ, ເງິນຕາຕ່າງປະເທດ 6000 ບາດ, 2.500 ໂດລາ ໃນນີ້ມີ ການໃຊ້ແທນຄ່າເສຍທາງແພ່ງ ຈໍານວນ 472.673.333 ກີບ, 6.000 ບາດ, 2.500 ໂດລາ ແລະ ຄ່າປັບໃໝຈໍານວນ 3.283.469.500 ກີບ.

ປັດຈຸບັນ, ໄດ້ສໍາເລັດການຄົ້ນຄວ້າກວດກາ ຂັ້ນກອງປະຊຸມກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດແລ້ວ, ຈາກນັ້ນຈະໄດ້ຄົ້ນຄວ້າໃນກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ໃນຂັ້ນຕໍ່ໄປ.

ຈາກນັ້ນ, ໄດ້ມີພິທີລົງນາມມອບ-ຮັບໜ້າທີ່ ລະຫວ່າງ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດຜູ້ເກົ່າ ແລະ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນໍາການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການອະໄພຍະໂທດ ລະດັບຊາດ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...