Homeຂ່າວພາຍ​ໃນກະຊວງການເງິນ ເປີດກອງປະຊຸມຄົບຄະນະ ບໍລິຫານງານພັກ ຄັ້ງທີ 4 ສະໄໝທີ III

ກະຊວງການເງິນ ເປີດກອງປະຊຸມຄົບຄະນະ ບໍລິຫານງານພັກ ຄັ້ງທີ 4 ສະໄໝທີ III

Published on

ໃນລະຫວ່າງວັນທີ 06-07 ຕຸລາ 2022 ກະຊວງການເງິນ, ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ, ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະ ຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານພັກກະຊວງການເງິນເຂົ້າຮ່ວມ.

ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນວ່າ: ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ III, ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ-ລັດ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະທົ່ວຂະແໜງການເງິນສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຕ່ລະຄັ້ງ, ພ້ອມທັງສຸມໃສ່ການຈັດຕັ້ງປະຕິບັດແຜນງົບປະມານ 09 ເດືອນ ແລະ ທິດທາງມາດຕະການໃນທ້າຍປີ 2022 ທັງເພື່ອເປັນການກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄົບຄະນະເປີດກ້ວາງທີ່ໃກ້ຈະມາເຖິງນີ້ ແລະ ເພື່ອພ້ອມກັນສະຫຼຸບຄືນການນໍາພາ-ຊີ້ນໍາຂອງອົງຄະນະພັກກະຊວງ, ຕີລາຄາຄືນກ່ຽວກັບຄວາມຮັບຜິດຊອບຂອງຄະນະພັກ ທີ່ໄດ້ມີການແບ່ງງານ, ມອບໝາຍໃຫ້ລົງເລິກຊີ້ນໍາໃນແຕ່ລະຂົງເຂດໃຫ້ເຫັນໄດ້ຄວາມສໍາເລັດ ແລະ ບັນດາຂໍ້ຄົງຄ້າງທີ່ຍັງບໍ່ສາມາດແກ້ໄຂໄດ້ທັງສືບຕໍ່ປະຕິບັດວຽກງານໃນຕໍ່ໜ້າໃຫ້ສໍາເລັດ, ລົງເລິກຕີລາຄາຄືນຢ່າງພາວະວິໄສໃນການຊີ້ນໍາ-ນໍາພາ, ສໍາຄັນແມ່ນແຜນດໍາເນີນງານ ຂອງອົງຄະນະພັກກະຊວງ, ການຕັດສິນໃຈແກ້ໄຂສະພາບການທີ່ສັງຄົມ, ສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດໄດ້ມອບໃຫ້ແກ້ໄຂ, ພ້ອມກັນລົງເລິກຕີລາຄາອັນລວມ, ອັນສະເພາະ ແລະ ຄວາມຄືບໜ້າສິ່ງທີ່ຮຽກຮ້ອງໃຫ້ແກ້ໄຂເປັນຕົ້ນ: ແມ່ນການແກ້ໄຂປະກົດການຫຍໍ້ທໍ້ ໃນຂົງເຂດລາຍຮັບ, ເລັ່ງການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ, ການຫັນວຽກງານເປັນທັນສະໄໝ, ການອັດຊ່ອງຫວ່າງຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານໃນແຕ່ລະຂົງເຂດ, ການສວຍໃຊ້ໜ້າທີ່ຊ່ອງຫວ່າງກົນໄກຕ່າງໆຕ້ອງມີມາດຕະການວິທີການ.

ສ່ວນຂົງເຂດລາຍຈ່າຍຕ້ອງຮັບປະກັນໄດ້ລາຍຈ່າຍເງິນເດືອນ, ເງິນບໍລິຫານທີ່ເປັນບຸລິມະສິດແລະ ການຊໍາລະໜີ້ຕ່າງປະເທດ, ມີຄວາມໂປ່ງໃສໃນການປະຕິບັດວຽກງານ ແລະ ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ. ພ້ອມນັ້ນ, ສະຫາຍເລຂາບໍລິຫານງານພັກກະຊວງ, ຍັງໄດ້ຮຽກຮ້ອງໃຫ້ມີການກວດກາພາຍໃນ, ມີສະຕິລະວັງຕົວການຮົ່ວໄຫຼຄວາມລັບທາງລັດຖະການໃຫ້ເບິ່ງຢ່າງພາວະວິໄສໃນການແກ້ໄຂບັນຫາ ແລະ ໃຫ້ມີການແກ້ໄຂສະພາບແນວຄິດພະນັກງານ, ປັງປຸງກົງຈັກການຈັດຕັ້ງໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າດໍາເນີນການແກ້ໄຂໂດຍສະເພາະກົງຈັກການຊີ້ນໍາ-ນໍາພາໃຫ້ມີປະສິດທິພາບ.

ໃນກອງປະຊຸມດັ່ງກ່າວໄດ້ມີການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນ ແລະ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານ 09 ເດືອນ, ທິດທາງ 03 ເດືອນທ້າຍປີ 2022  ແລະ ທິດທາງແຜນການປີ 2023, ຟັງການເຜີຍແຜ່,ເຊື່ອມຊຶມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ວຽກງານສາມສ້າງ ແລະ ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...