ສານຫວຽດນາມ ຕັດສິນຈຳຄຸກຕຳຫລວດສູງສຸດ 17 ປີ ທຸບຕີຜູ້ຕ້ອງສົງໄສຈົນເສຍຊີວິດ!

 

ສານຫວຽດນາມຕັດສິນຈຳຄຸກ ເຈົ້າໜ້າທີ່ຕຳຫລວດ 4 ຄົນ ສູງສຸດ 17 ປີ ຈາກການທຸບຕີຜູ້ຕ້ອງສົງໄສຈົນເຖິງແກ່

ຄວາມຕາຍ.

 

ໃນວັນທີ 18 ກັນຍາ 2014 ນີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ສານປະຊາຊົນນະຄອນຫລວງຮ່າໂນ້ຍ ໄດ້ມີຄຳພິ

ພາກສາຕັດສິນລົງໂທດຈຳຄຸກ ຮ່ວາງ ຫງັອກ ຕຽນ ຮອງຫົວໜ້າຕຳຫລວດບ້ານກິມໂນ ຊານເມືອງຮ່າໂນ້ຍ ດົນເຖິງ

17 ປີ ຈາກຄວາມຜິດຄາດຕະກຳ, ສ່ວນເຈົ້າໜ້າທີ່ຕຳຫລວດອີກ 3 ຄົນ ຖືກຕັດສິນຈຳຄຸກ 8 – 16 ປີ ໃນຂໍ້ຫາດຽວກັນ

ໃນການພິຈາລະນາຄະດີຢູ່ຊັ້ນສານເປັນເວລາເຖິງ 2 ວັນ.

 

ເຈົ້າໜ້າທີ່ຕຳຫລວດທັງ 4 ຄົນ ຖືກກ່າວຫາວ່າ ທຸບຕີຊາຍຄົນໜຶ່ງຈົນເຖິງແກ່ຄວາມຕາຍ ໃນເດືອນສິງຫາ 2012

ໂດຍສານໄດ້ລະບຸວ່າ ຊາຍທີ່ເສຍຊີວິດຄົນດັ່ງກ່າວ ຖືກຄວບຄຸມຕົວຢູ່ສະຖານີຕຳຫລວດຈາກຂໍ້ຫາທຳຮ້າຍຮ່າງກາຍ

ເພື່ອນບ້ານ, ຊາຍຄົນດັ່ງກ່າວຖືກໃສ່ກຸນແຈມື ແລະ ຕີນ ຕິດໄວ້ກັບຕັ່ງໃນຂະນະທີ່ຖືກທຸບຕີຊ້ຳໆ ດ້ວຍກະບອງຢາງ

ແລະ ຈາກຜົນຂອງການຊັນນະສູດສົບກໍພົບວ່າ ຜູ້ເສຍຊີວິດດູກຂ້າງຫັກເຖິງ 3 ທ່ອນ ແລະ ມີຮອຍຟົກຊ້ຳອີກຫລາຍ

ແຫ່ງ.