ເສດຖະກິດ ຫວຽດນາມ ຂະຫຍາຍຕົວລະດັບ 7,7%

0
950

ອີງຕາມການລາຍງານຂ່າວ​ຈາກ bangkokbiznews, ສຳນັກງານ​ ສະຖິຕິ​ ຂອງ​ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 29 ​ມິຖຸນາ​ນີ້​ວ່າ: ຍອດ​ລວມ ຜະລິດ​ຕະພັນພາຍ​ໃນ​ປະ​ເທດ (ຈີ​ດີ​ພີ)​ ໄຕ​ມາດ​ທີ2​ ຂອງ​ປີ​ນີ້ ຂະຫຍາຍຕົວ​ລະດັບ 7,72% ​ເມື່ອ​ທຽບ​ໃສ່ ​ປີ​ກາຍ ຊຶ່ງ​ເປັນ​ ການ​ຂະຫຍາຍຕົວ ​ໄວ​ທີ່​ສຸດ​ ໃນ​ຮອບເກືອບ 10 ​ປີ ຫລັງ​ຈາກ​ໄດ້​ຮັບ​ ແຮງ​ໜູນ​ຈາກ​ການ​ຟື້ນ​ໂຕ ​ດ້ານ​ການ​ສົ່ງ​ອອກ ​ແລະ ການ​ຜະລິດ ຊຶ່ງ​ຊ່ວຍ​ຊົດ​ເຊີຍຜົນ​ກະທົບຈາກ​ການ​ ແພ່​ລະບາດ​ໂຄ​ວິດ-19 ​ແລະ ການ​ເພີ່ມ​ຂຶ້ນ ​ຂອງ​ລາຄາ​ນ້ຳມັນ.

ສຳລັບ ຈີ​ດີ​ພີ​ ໃນ​ໄຕ​ມາດ ​ທຳ​ອິດ​ປີ​ນີ້ຂະຫຍາຍຕົວ ລະດັບ 6,42%​ ເມື່ອ​ທຽບ​ໃສ່ ​ປີ​ກາຍສູງ​ກວ່າ ນັກວິ​ເຄາະ ​ຄາດ​ການ​ໄວ້ 5,5% ​ແລະ ​ໃກ້​ຄຽງກັບ​ເປົ້າໝາຍການ​ຂະຫຍາຍຕົວ ​ໝົດ​ປີທີ່​ລັດຖະບານຫວຽດນາມ ກຳນົດ​ ໄວ້​ທີ່ 6%-6,5%. ສ່ວນ​ເສດຖະກິດ​ ຫວຽດນາມ ​ໃນ  6​ ເດືອນ​ ທຳ​ອິດ​ ຂອງ​ປີ​ນີ້ຟື້ນ​ຕົວ​ເກືອບ​ທຸກ​ຂະ​ແໜງ​ການ ​ໂດຍ​ສະ​ເພາະຂະ​ແໜງການ​ຜະລິດ, ການ​ສົ່ງ​ອອກ, ການ​ຄ້າ​ຍ່ອຍ, ທະນາຄານ ​ແລະ ປະກັນ​ໄພ.

​ຂະນະ​ທີ່ ລັດຖະບານ ຈະ​ຕິດຕາມ​ ຢ່າງ​ໃກ້ຊິດ ກ່ຽວ​ກັບ ​ລາຄາ​ ສິນຄ້າ ທີ່​ຈຳ​ເປັນ ​ໂດຍ​ສະ​ເພາະ ລາຄາ ​ນ້ຳມັນ ​ເຊື້ອ​ໄຟ ​ໃນ​ໄລຍະ​ ເຄິ່ງປີ​ຫລັງ ​ເພື່ອ​ປະ​ເມີນ​ ສະຖານະ​ການ ​ເງິນ​ເຟີ້ ພາຍ​ໃນ​ ປະ​ເທດ.ນອກ​ນີ້ ດັດຊະນີ ລາຄາ ​ຜູ້​ບໍລິ​ໂພ​ກ ​ເດືອນ​ມິຖຸນາ ປັບ​ຕົວ​ຂຶ້ນ 3,3% ​ເມື່ອ​ທຽບ​ໃສ່​ ຕໍ່​ປີ ຂະນະ​ທີ່ ລັດຖະບານ​ ຫວຽດນາມ ກຳໜົດ ​ເປົ້າໝາຍ ສະ​ເລ່ຍ ຂອງ​ເງິນ​ເຟີ້​ ໃນ​ປີ​ນີ້​ ໄວ້​ທີ່4% ສ່ວນ​ຍອດ​ ການ​ສົ່ງ​ອອກ ​ເພີ່ມ​ຂຶ້ນ 20% ​ແລະ ຍອດ​ການ​ນຳ​ເຂົ້າ ​ເພີ່ມ​ຂຶ້ນ 16,3% ​ເປັນຕົ້ນ ຍອດ​ການ​ສົ່ງ​ອອກ​ ກາ​ເຟ ​ເພີ່ມ​ຂຶ້ນ 13,3% ລະດັບ 145.000​ໂຕນ, ຍອດ​ການ ​ສົ່ງ​ອອກ​ເຂົ້າ ​ເພີ່ມ​ຂຶ້ນ72% ລະດັບ 750.000​ໂຕນ ​ແລະ ຍອດ​ການ​ ສົ່ງ​ອອກ​ ຢາງພາລາ ​ເພີ່ມ​ຂຶ້ນ 16,5% ລະດັບ180.000​ໂຕນ ​ໃນ​ເດືອນ​ ມິຖຸນາ​ນີ້.

ທີ່ມາ: ຂປລ