spot_img
Homeຂ່າວພາຍ​ໃນປຶກສາຫາລືການນຳເຂົ້າ-ສົ່ງອອກ ແລະ ຄຸ້ມຄອງລາຄາສິນຄ້າ

ປຶກສາຫາລືການນຳເຂົ້າ-ສົ່ງອອກ ແລະ ຄຸ້ມຄອງລາຄາສິນຄ້າ

Published on

ໃນຕອນເຊົ້າວັນທີ 29 ມິຖຸນາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມ ຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະ ກິດ; ມີບັນດາທ່ານ ລັດຖະມົນຕີ, ຮອງລັດ ຖະມົນຕີ ກະຊວງ-ອົງການ ທີ່ກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມ ແລະ ພະນັກງານ-ວິຊາການ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການນໍາເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນໍາເຂົ້າສິນຄ້າ ຈາກທ່ານຮອງລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ກ່ຽວກັບສະພາບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນໄລຍະ 6 ເດືອນຕົ້ນປີ 2022, ບາງລາຍການສິນຄ້າ ແລະ ປະລິ ມານ ທີ່ພາຍໃນປະເທດ ສາມາດຜະລິດໄດ້ ລວມທັງ ໂຄງສ້າງລາຄາ, ສະຖິຕິຄວາມຕ້ອງການຊົມໃຊ້ສິນຄ້າຍຸດທະ ສາດ ໃນແຕ່ລະໄລຍະ; ບັນດາຂໍ້ສະດວກ ແລະ ຫຍຸ້ງຍາກຕ່າງໆ ໃນແຕ່ລະຂົງເຂດ, ແຕ່ລະຂອດ ການເຄື່ອນໄຫວວຽກງານຕົວຈິງ; ສະເໜີມາດຕະການຕ່າງໆ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ບາງສິນຄ້າ ທີ່ຄວນຫຼຸດຜ່ອນການນຳເຂົ້າ; ການໂຄສະນາເຜີຍແຜ່ ຜະລິດຕະພັນພາຍໃນ ແລະ ອື່ນໆ.

ຜ່ານການຮັບຟັງການລາຍງານ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຂອງພາກສ່ວນທີ່ກ່ຽວຂ້ອງ, ທ່ານປະ ທານກອງປະຊຸມ ໄດ້ມີຄຳເຫັນສັງລວມ ແລະ ເນັ້ນໜັກ ໃຫ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງ ຕັ້ງຄະນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ສະບັບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017; ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດດໍາລັດ 474/ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ສືບຕໍ່ຊີ້ນຳຂະແໜງການສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນແຕ່ລະຂັ້ນ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການ ໃຫ້ມີຄວາມເຂັ້ມງວດ; ກວດກາຄືນ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ແລະ ກຸ້ມການຊົມໃຊ້ພາຍໃນ ພ້ອມທັງ ກຳນົດສິນຄ້າທີ່ຈຳເປັນຕ້ອງໄດ້ນຳເຂົ້າຈາກຕ່າງປະເທດ ໃຫ້ມີຄວາມຊັດເຈນຕື່ມ; ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການຄຸ້ມຄອງລາຄາສິນຄ້າ ເພື່ອເປັນພື້ນຖານໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ຮັດກຸມ ແລະ ມີປະສິດທິຜົນ ກວ່າເກົ່າ; ໃຫ້ກະຊວງອຸດສາ ຫະກຳ ແລະ ການຄ້າ ສົມທົບກັບພາກ ສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາສິນຄ້າ ແລະ ຄ່າບໍລິການ; ເອົາໃຈໃສ່ຕິດຕາມການເໜັງຕີງຂອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອມີມາດຕະການແກ້ໄຂ ຢ່າງທັນການ; ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ບັນດາໜ້າວຽກ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກສິນຄ້າ, ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ການນຳເຂົ້າສິນຄ້າ ແລ້ວສັງລວມລາຍ ງານ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ເພື່ອລາຍງານຂັ້ນເທິງມີທິດຊີ້ນຳ.

ແຫຼ່ງຂ່າວຈາກ ກົມປະຊາສໍາພັນ, ຫສນຍ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...