spot_img
Homeຂ່າວພາຍ​ໃນຄວາມຄືບໜ້າເຫດການປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ເມືອງສີໂຄະຕະບອງ

ຄວາມຄືບໜ້າເຫດການປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ເມືອງສີໂຄະຕະບອງ

Published on

ຈາກເຫດປຸ້ນຈີ້ຊີງຊັບຢູ່ບ້ານດົງນາໂຊກ ເມືອງສີໂຄະຕະບອງ ໃນວັນທີ​ 17 ພຶດສະພາ 2022 ຜ່ານມາ​, ໄດ້ສືບພົບວ່າມີ 13 ເປົ້າໝາຍທີ່ໄດ້ກໍ່ເຫດໃນມື້ນັ້ນ ​ມາຮອດປັດຈຸບັນ ສາມາດຈັບຕົວ​ໄດ້​ແລ້ວ​ 10 ເປົ້າໝາຍ​ ຍັງສືບຕໍ່ຈັບຕື່ມ​ 3 ເປົ້າໝາຍ.

ທ່ານພົນຕີ ຄຳ​ກິ່ງ​ ຜຸຍຫລ້າ​ມະນີວົງ ລາຍງານຕໍ່ສະພາແຫ່ງຊາດ​ໃນວັນທີ​ 22​ ມິຖຸນາ​ 2022​ ຜ່ານມານີ້ວ່າ: ເຫດການປຸ້ນຊັບ ມີຜູ້ຖືກຫາທີ່ຮ່ວມຂະບວນການທັງໝົດ 13 ຄົນ. ໃນນັ້ນ ເຈົ້າໜ້າທີ່ສາມາດຈັບກຸມຕົວມາດຳເນີນຄະດີໄດ້ແລ້ວ 10 ຄົນ.

ສ່ວນທີ່ເຫຼືອ 3 ຄົນ ຍັງເລັ່ງຊອກຫາ ໄລ່ຈັບເພື່ອຈະເອົາມາຮັບໂທດ ດຳເນີນຄະດີຕາມລະບຽບກົດໝາຍ, ຖ້າມີຄວາມຄືບໜ້າຂອງເຫດການນີ້ ແລ້ຈະມາລາຍງານໃນພາບຫຼັງ.

ແຫຼ່ງຂ່າວຈາກ ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...