ຖອດຖອນບົດຮຽນດ້ານການສົ່ງເສີມກະສິກຳ 10 ປີຜ່ານມາ

0
1642
ຖອດຖອນບົດຮຽນດ້ານການສົ່ງເສີມກະສິກຳ 10 ປີຜ່ານມາ
ຖອດຖອນບົດຮຽນດ້ານການສົ່ງເສີມກະສິກຳ 10 ປີຜ່ານມາ
ຖອດຖອນບົດຮຽນດ້ານການສົ່ງເສີມກະສິກຳ 10 ປີຜ່ານມາ
ຖອດຖອນບົດຮຽນດ້ານການສົ່ງເສີມກະສິກຳ 10 ປີຜ່ານມາ

ກອງ​ປະຊຸມ​ນຳ​ສະເໜີ​ບົດຮຽນ ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງການ​ສົ່ງເສີມ​ກະສິກຳ ແລະ ທັງ​ເປັນ​ກອງ​ປະຊຸມ​ປິດ​ໂຄງການ​ດັ່ງກ່າວ ຈັດ​ຂຶ້ນ​ວັນ​ທີ 8 ພຶດສະພາ 2014 ທີ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ມີ​ທ່ານ ​ດຣ. ເພັດ ພົມ​ພິ​ພັກ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ​ດຣ. ນາງ ລິ​ລຽນ ອໍ​ເຕ​ກາ ຮອງ​ຫົວໜ້າ​ອົງການ​ພັດທະນາ ແລະ ຮ່ວມ​ມື​ແຫ່ງ​ປະເທດ​ສະ​ວິດ ປະຈຳ ​ສປປ ລາວ ມີ​ບັນດາ​ຫົວໜ້າ​ກົມ-ຮອງ​ກົມ ຫົວໜ້າ​ພະ​ແນກ ແລະ ຮອງ​ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້​ຈາກ 17 ແຂວງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂອກາດ​ນີ້ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ-ປ່າໄມ້ ກ່າວ​ວ່າ: ກອງ​ປະຊຸມ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ ຕໍ່​ການ​ພັດທະນາ​ວຽກ​ງານ​ສົ່ງເສີມ​ກະສິກຳ ແລະ ສະຫະກອນ​ຂອງ ​ສປປ ລາວ ໃນ​ອະນາຄົດ ຍ້ອນ​ວ່າ​ບົດຮຽນ​ທີ່​ຖອດ​ຖອນ ໄດ້​ຈາກ​ການຈັດຕັ້ງ​ປະຕິບັດ​ໂຄງການ​ສົ່ງເສີມ​ກະສິກຳ (LEAP) ທີ່​ໄດ້​ດຳ​ເນີມ​ມາ​ຫຼາຍ​ກວ່າ 1 ທົດ​ສະ​ວັດ ແມ່ນ​ຈະ​ໄດ້​ນຳ​ສະເໜີ​ແລກປ່ຽນ​ບົດຮຽນ​ໃນ​ກອງ​ປະຊຸມ​ເທື່ອ​ນີ້ ແລະ ສິ່ງ​ໃດ​ດີ ຫຼື ພົ້ນ​ເດັ່ນ ກໍ່​ຈະ​ໄດ້​ພ້ອມ​ກັນ​ສືບຕໍ່​ຜັນ​ຂະຫຍາຍ ແລະ ສິ່ງ​ໃດ​ທີ່​ຍັງ​ເປັນ​ຂໍ້​ຈຳກັດ ຕໍ່​ການ​ພັດທະນາ​ວຽກ​ງານ​ສົ່ງເສີມ​ກະສິກຳ ກໍ່​ຕ້ອງ​ໄດ້​ພ້ອມ​ກັນ​ຊອກ​ວິທີ​ແກ້​ໄຂ​ປັບປຸງ​ໃຫ້​ດີ​ຂຶ້ນ​ໃນຕໍ່ໜ້າ.

ຕະຫຼອດ​ໄລຍະ​ຫຼາຍ​ກວ່າ 1 ທົດ​ສະ​ວັດ​ທີ່​ຜ່ານ​ມາ ສະຖານະ​ພາບ​ການ​ສົ່ງເສີມ​ກະສິກຳ ແລະ ການ​ບໍລິການ​ສົ່ງເສີມ​ແກ່​ຊາວ​ກະສິກອນ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ ຊາວ​ກະສິກອນ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ດ້ານ​ເຕັກນິກ​ຈາກ​ຫຼາຍ​ຮູບ​ແບບ ແລະ ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ບັນດາເຜົ່າ ທີ່​ຫ່າງ​ໄກ​ສອກຫຼີກ ນອກຈາກ​ນັ້ນ ກໍ່​ໄດ້​ມີ​ການ​ສ້າງ​ລະບົບ​ສົ່ງເສີມ​ຂອງ​ລາວ​ຂຶ້ນ (LEA) ແລະ ປັບປຸງ​ໂຄງ​ຮ່າງ​ການຈັດຕັ້ງ​ວຽກ​ງານ​ສົ່ງເສີມ​ກະສິກຳ ແຕ່​ສູນ​ກາງ​ຮອດ​ທ້ອງຖິ່ນ ລວມ​ທັງ​ບັນດາ​ສູນ​ບໍລິການ​ເຕັກນິກ​ກະສິກຳ​ຕ່າງໆ ໃນ​ຂອບ​ເຂດ​ທົ່ວ​ປະເທດ.

ທີ່ມາ http://www.vientianemai.net/teen/khao/1/11763