ຄະດີອາຍາ ຈໍາເປັນຕ້ອງມີຄໍາຮ້ອງຟ້ອງ ຂອງຜູ້ຖືກເສຍຫາຍ

ໂດຍ​ທົ່ວ​ໄປ​ແລ້ວ​ໂຈດ ຫຼື ຜູ້​ກ່າວ​ຟ້ອງ​ໃນ​ຄະ­ດີ​ອາ­ຍາ​ແມ່ນ​ມີພຽງ​ອົງ­ການ​ໄອ​ຍະ​ການ​ເທົ່າ​ນັ້ນ

ເພາະ​ຄະ­ດີ​ອາຍາ​ແມ່ນ​ຄະ­ດີ​ທີ່​ແຕະຕ້ອງ​ສິດ​ເສລີ­ພາບ, ຮ່າງ­ກາຍ, ສຸ ຂະ​ພາບ, ຊີ­ວິດ, ຄວາມ​ສະ­ຫງົບສຸກ ແລະ​ຄວາມ​ເປັນ​ລະ­ບຽບ​ຮຽບຮ້ອຍ​ຂອງ​ບ້ານ​ເມືອງ​ເປັນ­ຕົ້ນ​ດັ່ງນັ້ນ​ ຈິ່ງ​ໝາຍ​ຄວາມ​ວ່າ​ລັດ​ເປັນ​ຜູ້ຮັບ­ຜິດ­ຊອບ​ໃນ​ການ​ສັ່ງ​ຟ້ອງ​ຜູ້​ທີ່ລະ­ເມີດ​ກົດ­ໝາຍ ຫຼື ຜູ້​ທີ່​ກະ­ທຳ​ຜິດໂຈດ ຫຼື ອົງ­ການ​ໄອ​ຍະ​ການ​ເຮັດໜ້າ­ທີ່​ກ່າວ​ຟ້ອງ ຫຼື ສັ່ງ​ຟ້ອງ​ຜູ້​ກະ ທຳ​ຜິດ​ຈົນ​ເຖິງ​ຂັ້ນ​ຕອນ​ສຸດ​ທ້າຍ ຂອງ​ການ​ດຳ­ເນີນ​ຄະ­ດີ​ເພື່ອ​ພິ­ສູດຫາ​ຄວາມ​ຈິງ​ຂອງ​ຄະ­ດີ​ໄດ້​ຍົກ​ຕົວຢ່າງ ທ້າວ ກ ລັກ​ເອົາ​ໂທລະ­ສັບຂອງ​ທ້າວ ຂ ແລ້ວ​ເອົາ​ໄປ​ຂາຍເມື່ອ​ທ້າວ ຂ ຮູ້​ຄື​ແນວ​ນັ້ນ​ຈິ່ງ​ໄດ້ແຈ້ງ​ຕໍ່​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເພື່ອ​ດຳເນີນ​ຄະ­ດີ​ກັບ​ທ້າວ ກ ແຕ່​ຕໍ່​ມາ​ພາຍຫຼັງ​ທ້າວ ຂ ຮູ້​ວ່າ​ທ້າວ ກ ລັກ​ໂທລະສັບ​ດັ່ງ­ກ່າວ​ເພື່ອ​ເອົາ​ເງິນ​ໄປ​ຊື້​ເຂົ້າມາ­ສູ່​ລູກ​ກິນ​ດ້ວຍ​ຄວາມ­ທຸກ​ຍາກເມື່ອ​ເປັນ​ແນວ​ນັ້ນ ທ້າວ ຂ ຈິ່ງ​ຄິດອີ່​ຕົນ​ສົງ­ສານ​ທ້າວ ກ ຂຶ້ນ​ແລ້ວ​ຄິດປ່ຽນ​ໃຈ​ຈະ​ຖອນ​ຄຳ​ແຈ້ງ​ຄວາມ​ຕໍ່ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຄືນ​ເພາະທ້າວ ຂ ກໍ​ບໍ່​ຢາກ​ໃຫ້​ທ້າວ ກ ຕ້ອງ​ຖືກ​ດຳເນີນ​ຄະ­ດີ​ໃນ​ກໍ­ລະ­ນີ​ນີ້ ທ້າວ ຂ ບໍ່​ມີສິດ ຫຼື ອຳ­ນາດ​ໃດໆທີ່ຈະ​ສາ­ມາດຂໍ​ຖອນ​ການ​ແຈ້ງ​ຄວາມ ຫຼື ຂໍ​ໃຫ້ຢຸດ​ເຊົາ​ຈາກ​ການ​ດຳ­ເນີນ​ຄະ­ດີທາງ​ອາ­ຍາ​ຕໍ່​ທ້າວ ກ ໄດ້​ເນື່ອງ​ຈາກວ່າ​ໂຈດ​ທີ່​ກ່າວ​ຟ້ອງ ຫຼື ສັ່ງ​ຟ້ອງ ທ້າວ ກ ນັ້ນບໍ່​ແມ່ນ​ທ້າວ ຂ ແຕ່ ແມ່ນ​ອົງ­ການ​ໄອ​ຍະ​ການ​ທີ່​ມີ​ສິດ ແລະອຳ­ນາດ​ໃນ​ການ​ເອົາ​ຜິດ ຫຼື ເອົາຕົວ​ຜູ້​ກະ­ທຳ​ຜິດ​ຕົວ​ຈິງ​ມາ​ລົງ­ໂທດຕາມ​ກົດ­ໝາຍ​ຍິ່ງ​ໄປ​ກວ່າ​ນັ້ນ​ເຖິງແມ່ນ​ວ່າ​ເຈົ້າ​ໜ້າ­ທີ່​ຈະ​ບໍ່​ໄດ້​ຮັບ​ການແຈ້ງ​ຄວາມ​ຈາກ ທ້າວ ຂ ວ່າ​ທ້າວ ກ ເປັນ​ຄົນ​ລັກ​ໂທລະ­ສັບ​ກໍ່​ຕາມແຕ່​ຖ້າ​ຫາກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສືບຮູ້​ຮ່ອງ­ຮອຍ ຫຼື ພົບ​ເຫັນ​ການ​ກະ ທຳ​ຜິດ​ດັ່ງ­ກ່າວ​ດ້ວຍ​ຕົນ​ເອງ​ແລ້ວເຈົ້າ​ໜ້າ­ທີ່ ໂດຍ​ອຳ­ນາດ​ຂອງ​ຕົນ​ກໍສາ­ມາດ​ດຳ­ເນີນ​ຄະ­ດີ​ກັບ ທ້າວ ກ ໄດ້ ໂດຍ​ບໍ່​ຈຳ­ເປັນ​ຕ້ອງ​ມີ​ການ​ແຈ້ງຄວາມ​ຂອງ​ທ້າວ ຂ ແຕ່​ຢ່າງ­ໃດ ເພາະ​ຖື​ວ່າ­ການ​ກະ­ທຳ​ຜິດ​ດັ່ງ­ກ່າວບໍ່​ນອນ​ຢູ່​ໃນ​ການ​ກະ­ທຳ​ຜິດ​ທີ່​ຕ້ອງມີ​ຄຳ​ຮ້ອງ​ຟ້ອງ​ຈາກ​ຜູ້​ຖືກ­ເສຍຫາຍ.

ໂດຍ​ຫຼັກ​ແລ້ວ ບຸກ­ຄົນ​ທົ່ວ​ໄປເປັນ​ໄດ້​ພຽງ​ແຕ່​ໂຈດ​ທາງ​ແພ່ງເທົ່າ​ນັ້ນ, ນັ້ນ​ກໍ​ໝາຍ​ເຖິງ​ຜູ້​ທີ່​ມີ​ສິດຮຽກ­ຮ້ອງ​ເອົາ​ຄ່າ​ເສຍ​ຫາຍ​ເປັນມູນ​ຄ່າ ຫຼື ເປັນ​ຈຳ­ນວນ​ເງິນ​ເທົ່າ​ນັ້ນ ດັ່ງ­ນັ້ນ ຈິ່ງ​ມີ​ຄຳ​ຖາມ​ວ່າ​ມີ​ແຕ່​ລັດ ຫຼື ອົງ­ການ​ໄອ​ຍະ​ການ​ເທົ່າ​ນັ້ນ​ບໍ່​ທີ່ສາ­ມາດ​ເປັນ​ໂຈດ​ໄດ້​ໃນ​ທຸກໆ​ຄະດີ? ແລະ​ຖ້າ​ບຸກ­ຄົນ​ທຳ​ມະ​ດາ​ທົ່ວໄປ​ທີ່​ໄດ້​ແຈ້ງ​ຄວາມ​ກັບ​ເຈົ້າ​ໜ້າ­ທີ່ຕຳ­ຫຼວດ​ແລ້ວ​ຢາກ​ຂໍ​ຖອນ​ການແຈ້ງ​ຄວາມ​ດັ່ງ­ກ່າວ ຫຼື ຢາກ​ໃຫ້​ມີການ​ຢຸດ​ເຊົາ​ການ​ດຳ­ເນີນ​ຄະ­ດີ​ກັບຜູ້​ຖືກ​ຫາ ຫຼື ຈຳ­ເລີຍ​ຈະ​ໄດ້ ຫຼື ບໍ່? ຄຳ​ຕອບ​ກໍ​ຄືມີ​ບາງ​ຄະ­ດີ​ທີ່​ບຸກ­ຄົນທຳ​ມະ​ດາ​ກໍ​ສາ­ມາດ​ທີ່​ຈະ​ເປັນ​ໂຈດໄດ້​ເຊັ່ນ​ດຽວ​ກັນ ຊຶ່ງ​ໃນ​ກໍ­ລະ­ນີ​ນີ້ ກົດ­ໝາຍ​ອາ­ຍາ​ກໍ​ໄດ້​ແບ່ງ​ອອກເປັນ​ສອງ​ປະ­ເພດ​ຄະ­ດີ​ຫຼັກ​ໃນການ​ກ່າວ​ຟ້ອງ ຫຼື ສັ່ງ​ຟ້ອງ ຄື 1 ປະ­ເພດ​ຄະ­ດີ​ທີ່​ອົງ­ການ​ໄອ​ຍະ​ການດຳ­ເນີນ​ການ​ກ່າວ​ຟ້ອງ ຫຼື ສັ່ງ​ຟ້ອງຜູ້​ກະ­ທຳ​ຜິດ​ໂດຍ​ອຳ­ນາດ​ໜ້າ­ທີ່ຂອງ​ຕົນ ແລະ 2 ປະ­ເພດ​ຄະ­ດີ​ທີ່ ຕ້ອງ​ມີ​ຄຳ​ຮ້ອງ​ຟ້ອງ​ຂອງ​ຜູ້​ຖືກເສຍ​ຫາຍ (ແຕ່​ເປັນ​ຄະ­ດີ​ທີ່​ເບົາບາງ) ສະ­ນັ້ນ ຈິ່ງ​ໝາຍ​ຄວາມ​ວ່າໃນ​ບາງ​ຄະ­ດີ​ບຸກ­ຄົນ​ທົ່ວ​ໄປ​ກໍ​ສາມາດ​ເປັນ​ໂຈດ​ໄດ້, ໃນ​ກໍ­ລະ­ນີ​ນີ້ ຖ້າຫາກ​ບໍ່​ມີ​ຄຳ​ຮ້ອງ​ຟ້ອງ​ຂອງ​ຜູ້​ຖືກເສຍ​ຫາຍ​ກໍ​ຈະ​ດຳ­ເນີນ​ຄະ­ດີ​ບໍ່​ໄດ້ ຫຼື ຖ້າ​ຜູ້​ເສຍ​ຫາຍ​ໄດ້​ມາ​ຮ້ອງ​ຟ້ອງແລ້ວແຈ້ງ​ຄວາມ​ແລ້ວ ແຕ່​ກັບປ່ຽນ​ໃຈ​ຢາກ​ຂໍ​ໃຫ້​ຢຸດ​ເຊົາ​ການ​ດຳເນີນ​ຄະ­ດີ​ກັບ​ຜູ້​ຖືກ​ຫາ ຫຼື ຈຳ­ເລີຍກໍ​ໄດ້ ຊຶ່ງ​ອີງ​ຕາມ​ມາດ­ຕາ 25 ຂອງ ກົດ­ໝາຍ​ອາຍາ​ວ່າ​ດ້ວຍ​ການ​ກະທຳ​ຜິດ ຊຶ່ງ​ຈຳ­ເປັນ​ຕ້ອງ​ມີ​ຄຳ​ຮ້ອງຟ້ອງ​ຂອງ​ຜູ້​ຖືກ­ເສຍ​ຫາຍ​ໄດ້​ລະ­ບຸວ່າ: “ໃນ​ກໍ­ລະ­ນີ​ທີ່​ການ​ກະ­ທຳ​ຜິດຫາກ​ບໍ່​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງຕໍ່​ສັງ­ຄົມ​ຖ້າ­ວ່າ​ຫາກ​ບໍ່​ມີ​ຄຳ​ຮ້ອງຟ້ອງ​ຂອງ​ຜູ້​ຖືກ­ເສຍ​ຫາຍ​ກໍ​ຈະ​ດຳເນີນ​ຄະ­ດີ​ບໍ່​ໄດ້​ຄື​ການ​ທຳ­ຮ້າຍ​ຮ່າງກາຍ​ລະ­ຫວ່າງ​ຍາດ​ໃກ້­ຊິດ​ທີ່​ບໍ່​ມີບາດ­ເຈັບ​ສາ­ຫັດ ຫຼື ບໍ່​ເສຍ​ອົງ­ຄະ,  ການ​ນິນ­ທາ, ການ​ໃສ່​ຮ້າຍ, ການປ້ອຍ​ດ່າ,  ການ​ໝິ່ນ­ປະ­ໝາດ​ຊາກສົບ ຫຼື ຊື່​ສຽງ​ຂອງ​ຜູ້​ຕາຍ​ການ​ກະທຳ​ຜິດ​ຕໍ່​ກຳ­ມະ­ສິດ​ສ່ວນ​ຕົວ​ຂອງຍາດ​ໃກ້­ຊິດ, ການ​ລ່ວງ​ລະ­ເມີດ​ເຄຫາ​ສະ­ຖານ ແລະ​ການ​ລ່ວງ​ລະເມີດ​ຄວາມ​ລັບ​ສ່ວນ​ຕົວ, ຄະ­ດີ​ດັ່ງກ່າວ​ນີ້​ການ​ຖອນ​ຄຳ​ຮ້ອງ​ຟ້ອງ ຂອງ​ຜູ້​ຖືກ­ເສຍ​ຫາຍ​ກໍ​ພາ​ໃຫ້­ການດຳ­ເນີນ​ຄະ­ດີ​ຢຸດ­ຕິ​ລົງ” ສ່ວນ​ຄະ­ດີໃດ​ກໍ​ຕາມ ຫຼື ການ​ກະ­ທຳ​ຜິດ​ໃດກໍ​ຕາມ​ທີ່​ບໍ່​ນອນ​ຢູ່​ໃນ​ມາດ­ຕາ 25  ຂອງ​ກົດ­ໝາຍ​ອາ­ຍາ​ນີ້​ບຸກ­ຄົນ​ທົ່ວໄປ​ຈະ​ບໍ່​ສາ­ມາດ​ເປັນ​ໂຈດ ຫຼື ສັ່ງ​ໃຫ້ຢຸດ​ເຊົາ​ການ​ດຳ­ເນີນ​ໄດ້, ພຽງ​ແຕ່ອົງ­ການ​ໄອ​ຍະ​ການ​ເທົ່າ​ນັ້ນ​ທີ່​ເປັນ ໂຈດ, ທີ່​ສາ­ມາດ​ກ່າວ​ຟ້ອງ ຫຼື ສັ່ງຟ້ອງ​ຜູ້​ຖືກ​ຫາ ຫຼື ຈຳ­ເລີຍ​ໄດ້​ພຽງຜູ້​ດຽວ.

ການ​ກະ­ທຳ​ຜິດ​ຕ່າງໆ​ທີ່​ລະ­ບຸໄວ້​ໃນ​ມາດ­ຕາ 25 ຂອງ​ກົດ­ໝາຍອາ­ຍາ​ນີ້ ເຖິງ​ແມ່ນ​ວ່າ​ເຈົ້າ​ໜ້າ­ທີ່​ຕຳຫຼວດ ຫຼື  ອົງ­ການ​ໄອ​ຍະ​ການ​ເອງ ທີ່​ຮູ້​ຮ່ອງ­ຮອຍ​ການ​ກະ­ທຳ​ຜິດ​ທີ່ເກີດ​ຂຶ້ນ ຫຼື ພົບ​ເຫັນ​ເຫດ­ການ​ທີ່​ເກີດຂຶ້ນ​ກໍ​ຕາມ​ກໍ​ບໍ່​ສາ­ມາດ​ດຳ­ເນີນ​ຄະ­ດີໄດ້​ຖ້າ​ຫາກ​ຜູ້​ເສຍ​ຫາຍ​ບໍ່​ຮ້ອງ​ຟ້ອງ  ຫຼື ຖ້າ​ຮ້ອງ​ຟ້ອງ​ແລ້ວ​ກໍ​ສາ­ມາດ​ຂໍໃຫ້​ຢຸດ​ເຊົາ​ການ​ດຳ­ເນີນ​ຄະ­ດີ​ກໍ​ໄດ້.

ທີ່ມາຈາກ: ເສດຖະກິດສັງຄົມ.

2 COMMENTS

  1. ເປັນໄປໄດ້ບໍ່ທີ່ເຈົ້າຫນ້າທີ່ຕຳຫລວດສືບສວນສອຍສວນແລ້ວສະຫລຸບຄະດີວ່າຜູ້ຖືກກ່າວຫາຜິດແທ້ແລ້ວໄອຍະການສັງຟ້ອງຈຳເລີຍແລະທະແຫລງຕໍ່ສານວ່າຈຳເລີຍໄດ້ກະທຳຜິດແຕ່ສານຕັດສິນວ່າຈຳເລີຍບໍ່ຜິດ

  2. ເປັນໄປໄດ້ບໍ່ທີ່ເຈົ້າຫນ້າທີ່ຕຳຫລວດສຶບສວນສອບສວນສະຫລຸບຄະດີແລ້ວວ່າຜູ້ຖືກຫາໄດ້ຜິດແທ້ໄອຍະການສັ່ງຟ້ອງທະແຫລ່ງຕໍ່ສານວ່າຈຳເລີຍໄດ້ກະທຳຜິດແທ້ແຕ່ສານພັດຕັດສິນວ່າຈຳເລີຍບໍ່ຜິດ

Comments are closed.