spot_img

ປະຫວັດ ປູ່ເຍີ ຍ່າເຍີ

Published on

PP1

ຕຳນານຂອງ ປູ່ເຍີ ຍ່າເຍີ ນັ້ນເປັນຜູ້ມີບຸນຄຸນກັບຄົນລາວຫລາຍ ເລົ່າກັນວ່າ ດົນມາແລ້ວມີເມືອງໜຶ່ງຊື່ວ່າ ເມືອງແຖນ ເກີດອາເພດມີພູເຂົາລູກໜຶ່ງເຕີບໂຕ ພູເຂົາລູກນີ້ໄດ້ໃຫຍ່ຂຶ້ນ ແລະ ສູງຂຶ້ນໄປເລື່ອຍໆ ຈົນເຖິງເມືອງສະຫວັນເປັນເຫດໃຫ້ແສງອາທິດ ບໍ່ສາມາດສາດສ່ອງລົງມາໃຫ້ຄວາມອົບອຸ່ນ ແກ່ຜືນດິນໄດ້ ຜູ້ຄົນໃນເມືອງແຖນຕ່າງກໍໄດ້ຮັບຄວາມເດືອດຮ້ອນຈາກຄວາມໜາວເຢັນ ຂຸນບູລົມ ເຈົ້າເມືອງແຖນຈຶ່ງໄດ້ຮຽກບັນດາເສນາອາມາດ ມາປຶກສາວ່າຈະເຮັດຢ່າງໃດຈຶ່ງຈະຕັດພູເຂົາທີ່ສູງໃຫຍ່ນີ້ໄດ້ ປຶກສາກັນແລ້ວ ບໍ່ມີໃຜສາມາດເຮັດການນີ້ໄດ້ ກໍເລີຍຕົກລົງໃຈ ປະກາດຫາອາສາສະໝັກໃຫ້ໄປຕັດພູເຂົານີ້ ແຕ່ຈົນແລ້ວຈົນເລົ່າ ກໍບໍ່ມີໃຜອາສາ ໃນທີ່ສຸດກໍມີສອງເຖົ້າຜົວເມຍ ຊື່ ປູ່ເຍີ ຍ່າເຍີ ເຂົ້າມາອາສາໄປຕັດພູເຂົາລູກນີ້ເອງ ຂຸນບູລົມດີໃຈເປັນຢ່າງຍິ່ງ ທີ່ລົງປະກາດໄປແລ້ວມີຄົນມາຮັບອາສາ ເຖິງແມ່ນວ່າໃນໃຈຈະບໍ່ຄາດຫວັງວ່າສອງເຖົ້າ ທີ່ແກ່ເຖົ້າ ຈະໄປກໍ່ການຕັດພູເຂົານີ້ຈະສຳເລັດຫລືບໍ່. ຂຸນບູລົມ ຊື່ນຊົມໃນຄວາມກ້າຫານ ຂອງສອງເຖົ້າ ຈຶ່ງປະກາດວ່າ ຈະປະທານໃຫ້ທຸກສິ່ງຕາມທີ່ສອງເຖົ້າຂໍມາ ດັ່ງນັ້ນເມື່ອກ່ອນທີ່ທັງສອງຈະອຳລາໄປຕັດພູເຂົາ ສອງເຖົ້າກໍທູນຂໍໄວ້ຢ່າງໜຶ່ງວ່າ ຖ້າພວກຕົນປະຕິບັດງານນີ້ຈົນສຳເລັດ ແຕ່ເກີດເສຍຊີວິດລົງ ຂໍໃຫ້ປະຊາຊົນທຸກຄົນຢ່າໄດ້ລືມຊື່ຂອງພວກຕົນ ວ່າແລ້ວສອງເຖົ້າ ກໍເດີນທາງມຸ້ງໜ້າໄປຍັງພູເຂົາສູງ ແລະ ລົງມືໃຊ້ຂວານຄົນຍັກຕັດພູເຂົາລູກນີ້ທັນທີ ປູ່ເຍີ ຍ່າເຍີ ໃຊ້ເວລາຕັດພູເຂົາເປັນເວລາ 3 ເດືອນ ກັບອີກ 3 ມື້ ຈົນໃນທີ່ສຸດພູເຂົາລູກນີ້ກໍໂຄ່ນພັງທະລາຍ ແສງສະຫວ່າງ ແລະ ຄວາມອົບອຸ່ນກໍກັບຄືນສູ່ເມືອງແຖນຕາມເດີມ ແຕ່ເປັນເລື່ອງທີ່ໜ້າເສົ້າໃຈ ພູເຂົາລູກນີ້ໄດ້ລົ້ມລົງທັບປູ່ເຍີ ຍ່າເຍີ ຕາຍທັນທີ ເຮັດໃຫ້ຊາວບ້ານສັດທາເຖົ້າທັງສອງສືບຕໍ່ມາຈົນເຖິງທຸກມື້ນີ້ ເມື່ອຊາວບ້ານຈະກິນເຂົ້າ ຈະທຳການສິ່ງໃດ ມັກຮຽກຫາສອງເທົ່ານີ້ດ້ວຍຄຳວ່າ “ ປູ່ມາເຍີ ຍ່າມາເຍີ ” “ ປູ່ກິນເຍີ ຍ່າກິນເຍີ ” ກ່ອນສະເໝີ ແລະ ຈະກໍ່ທຳສັກກາລະບູຊາທຸກປີ ໃນຂະບວນແຫ່ວໍ ຈະເຫັນ ຊຸດປູ່ເຍີຍ່າເຍີ ມີໜ້າກົມໆ ຂະໜາດໃຫຍ່ ເຮັດດ້ວຍໄມ້ປະດູ່ ທາສີແດງ ຕາມຕົວມີຂົນຍາວລຸງລັງເຮັດຈາກປໍ້ ແລະ ມີຕົວ “ ສີງແກ້ວ ” ເປັນສັດລ້ຽງ ຊຸດປູ່ເຍີຍ່າເຍີ ແລະ ສີງແກ້ວນີ້ເປັນຂອງທີ່ຕົກທອດຄູ່ບ້ານຄູ່ເມືອງ ມາແຕ່ບູຮານນະການ ແລະ ມີການສ້ອມແຊມ ກັນມາຕະຫລອດ ເພາະທຸກປີປູ່ເຍີຍ່າເຍີ ມັກຖືກຊາວບ້ານດຶງຂົນອອກໄປຄົນຫຍິບສອງຫຍິບ ຄົນຫລວງພະບາງ ຖືເຄັດວ່າຖ້າໃຊ້ຂົນ ຂອງປູ່ເຍີຍ່າເຍີ ຜູກຂໍ້ມືໃຫ້ເດັກ ຈະຊ່ວຍປ້ອງກັນພູດຜີ ແລະ ສິ່ງຊົ່ວຮ້າຍບໍ່ໃຫ້ລ້ຳກາຍເດັກໄດ້ ເດັກຄົນໃດມັກຮ້ອງໄຫ້ ພໍ່ແມ່ຈະຫາຂົນຂອງປູ່ເຍີຍ່າເຍີມາຜູກຂໍ້ມືໃຫ້ ຜູ້ທີ່ຫລິ້ນເປັນ ປູ່ເຍີຍ່າເຍີ ແລະ ສີງແກ້ວ ຕ້ອງມາຈາກຄົນໃນສາຍມູນເຊື້ອດຽວກັນ ຊຶ່ງສືບທອດມາແຕ່ອະດີດ ທັງຍັງຕ້ອງເຮັດພິທີເຊັ່ນໄຫວ້ ແລະ ຄວບຄູ່ກັນທຸກເທື່ອກ່ອນສວມຊຸດ ປູ່ເຍີຍ່າເຍີ ມີບົດບາດໃນພິທີກຳຊ່ວງບຸນປີໃໝ່ຫລາຍ ຕ້ອງຮ່ວມໃນຂະບວນແຫ່ວໍ ທັງຂາໄປວັດຊຽງທອງ ແລະ ກັບວັດມະຫາທາດ ຕ້ອງຢູ່ໃນຂະບວນແຫ່ພະບາງອອກຈາກຫໍພິພິທະພັນ ລວມທັງເປັນຜູ້ຂຶ້ນສົງນ້ຳພະບາງ ເປັນຄູ່ແຮກໃນ ວັດໃໝ່ ປູ່ເຍີຍ່າເຍີ ຈຶ່ງເປັນເຫມືອນໜຶ່ງຕົວແທນບັນພະບຸລຸດຂອງຊາວລາວທັງໝົດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...