ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ 7 ໄຂຂຶ້ນຢ່າງເປັນທາງ

20141209100700

 

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ ໃນ​ຕອນ​ເຊົ້າ​ວັນ​ທີ 9 ທັນວາ

2014 ທີ່​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ ໂດຍ​ການ​ເປັນ​ປະທານຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ໃຫ້

​ກຽດ​ເຂົ້າ​ຮ່ວມ​ພິທີ​ອັນ​ມີຄວາມ​ໝາຍ ແລະ ສຳຄັນ​ຄັ້ງ​ນີ້ ໂດຍ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​

ງານ​ສູນ​ກາງ​ພັກ ປະທານ​ປະເທດ ພ້ອມ​ດ້ວຍ​ບັນດາ​ການ​ນຳ-ອະດີດ​ການ​ນຳ​ຂັ້ນສູງ ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອບ

​ເຂດ​ທົ່ວ​ປະເທດ ເຊິ່ງ​ກອງ​ປະຊຸມ​ຈະ​ໄດ້​ດຳເນີນໄປ​ເຖິງ​ວັນ​ທີ 26 ທັນວາ 2014 ຈິ່ງ​ສຳເລັດ.

 

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ກ່າວ​ວ່າ: ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ-ຄວາມ​ສຳຄັນ​ຄັ້ງ​ນີ້ ໄດ້​ດຳເນີນໄປ​ໃນ​ທ່າມກາງ​ບັນຍາກາດ

​ທີ່​ທົ່ວພັກ ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນລາວ​ທັງ​ຊາດ ຫາກໍ່​ສຳເລັດ​ການສະເຫຼີມສະຫຼອງ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ

39 ປີ ແລະ ພວມ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງພັກ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ

ຄັ້ງ​ທີ 7 ໄລຍະ​ທ້າຍສະໄໝ ກໍ່​ຄື​ການຈັດຕັ້ງ​ຜັນ​ຂະຫຍາຍ​ຜົນສຳເລັດ​ ກອງ​ປະຊຸມ​ຄົບຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ

IX ສະໄໝ​ທີ 9 ຜົນສຳເລັດ ກອງ​ປະຊຸມ​ວຽກ​ງານ 3 ສ້າງ​ທົ່ວປະເທດ ຕິດ​ພັນ​ກັບ​ການ​ຊຸກຍູ້​ຂະບວນ​ການ​ສະເຫຼີມສະຫຼອງ

2 ວັນ ປະຫວັດສາດ​ໃນ​ປີ 2015 ໃຫ້​ເປັນຂະ​ບວນ​ຟົດຟື້ນ ເຊິ່ງ​ໃນ​ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 8 ຂອງສະພາ​ແຫ່ງ​ຊາດ

​ຊຸດ​ທີ 7 ນີ້ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ພ້ອມ​ດ້ວຍ​ພາກສ່ວນກ່ຽວຂ້ອງ ຈະ​ໄດ້​ພ້ອມ​ກັນ​ສຸມ​ໃສ່ຄົ້ນຄວ້າ​ພິຈາ

ລະນາ ແລະ ຕົກລົງ​ບັນຫາ​ສຳຄັນ​ຂອງ​ຊາດ ເປັນຕົ້ນ​ແມ່ນ ຜົນ​ການຈັດຕັ້ງ​ປະຕິບັດ​ນະໂຍບາຍ​ສົ່ງເສີມ​ການ​ຜະລິດ​ເປັນ

​ສິນຄ້າ ເພື່ອ​ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດທີ 1 (MDGs1) ແນໃສ່​ຫຼຸດຜ່ອນ​ຄວາມທຸກ​ຍາກຂອງ​ປະຊາຊົນ ສະພາບ​ການ​ຈັດ

ຕັ້ງ​ປະຕິບັດ​ວຽກ​ງານ​ແຮງ​ງານ ພິຈາລະນາ ແລະ ຮັບຮອງ​ເອົາບົດ​ລາຍ​ງານ​ຜົນ​ການ​ກວດ​ສອບ ກ່ຽວ​ກັບ​ການ​ສະຫຼຸບ​ຂາດ

​ຕົວການຈັດຕັ້ງ​ປະຕິບັດ ແຜນ​ງົບ​ປະມານປະຈຳ​ສົກ​ປີ 2012-2013 ພິຈາລະນາ ແລະ ຮັບຮອງ​ເອົາບົດ​ລາຍ​ງານ​ວຽກ​ງານ​

ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ການຈັດຕັ້ງ​ປະຕິບັດ​ແຜນເຄື່ອນ​ໄຫວ​ວຽກ​ງານ ລະຫວ່າງກອງ​ປະຊຸມ​ສະໄໝ​

ສາມັນ​ເທື່ອ​ທີ 7-8 ແລະ ທິດ​ທາງ​ວຽກ​ງານຂອງ​ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 8-9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ພິຈາ

ລະນາ ແລະ ຮັບຮອງ​ເອົາ​ກົດໝາຍຈຳນວນ 7 ສະບັບ ໃນ​ນັ້ນກົດໝາຍ​ສ້າງ​ໃໝ່ 4 ສະບັບຄື: ກົດໝາຍ​ວ່າ​ດ້ວຍການ​ຄຸ້ມ​

ຄອງ​ເງິນຕາ​ຕ່າງ​ປະເທດ ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມຄອງ​ຄົນ​ເຂົ້າ-ອອກ ​ສປປ ລາວ ແລະ ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະເທດ

ກົດໝາຍ​ວ່າ​ດ້ວຍ​ການຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ແລະ ກົດໝາຍ​ວ່າ​ດ້ວຍ​ການຕ້ານ ແລະ ສະກັດ​ກັ້ນການ​ໃຊ້ຄວາມ

​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກນ້ອຍ ກົດໝາຍ​ປັບປຸງ​ມີ 3 ສະບັບຄື: ກົດໝາຍ​ວ່າ​ດ້ວຍການ​ແກ້​ໄຂ​ຄຳ​ຮ້ອງທຸກ ກົດໝາຍ

ວ່າ​ດ້ວຍ​ພາສີ ແລະ ກົດໝາຍວ່າ​ດ້ວຍ​ການ​ປິ່ນ​ປົ່ວ ພ້ອມນັ້ນ ກອງ​ປະຊຸມ​ຍັງ​ຈະ​ໄດ້​ຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນ​ຕໍ່ຮ່າງ​

ປັບປຸງ​ລັດ​ຖະ​ທຳ​ມະນູນ ສະບັບ​ປີ 2003 ບົນ​ພື້ນຖານ​ການສັງ​ລວມ​ກັ່ນ​ຕອງ​ເອົາ​ຄວາມ​ເຫັນ ຈາກ​ຕົວ​ແທນ​ຂອງ​ບັນດາ

​ກະຊວງ ອົງການ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແຂວງ ນະຄອນຫຼວງ ເມືອງ ສະ​ຖາ​ບັນ ແລະ ພາກສ່ວນ​ກ່ຽວຂ້ອງ​ທົ່ວ​

ສັງຄົມ.

 

ສຳລັບ​ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ 7 ມື້​ທຳອິດ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ ແລະ

ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ ກ່ຽວ​ກັບ​ໂຄງການ​ຜະລິດ​ເຂົ້າ ແລະ ສັດ ເພື່ອ​ຄ້ຳປະກັນ​ສະບຽງອາຫານ ແລະ ເປັນ​ສິນຄ້າ

ປະກອບ​ສ່ວນ​ບັນລຸ​ເປົ້າ​ໝາຍ​ສະຫັດສະ​ວັດ​ທີ 1 ເປັນຕົ້ນ​ແມ່ນ ການແກ້​ໄຂ​ຄວາມທຸກ​ຍາກ ແລະ ຄວາມ​ອຶດຫິວ ຈາກ​ທ່ານ

ວິໄລ ວັນ ພົມ​ເຂ ລັດຖະມົນຕີ​ວ່າການ ກະຊວງ​ກະສິກຳ ແລະ ປ່າໄມ້ ບົດ​ລາຍ​ງານ​ກ່ຽວ​ກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ ນະໂຍ

ບາຍ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ວຽກງານ​ງານ​ສົ່ງເສີມ​ທຸລະ​ກິດ​ຂະໜາດ​ນ້ອຍ-ກາງ ແນໃສ່​ຫຼຸດຜ່ອນຄວາມທຸກ​ຍາກ​

ຂອງ​ປະຊາຊົນ ຈາກ​ທ່ານ​ນາງ ເຂັມ​ມະນີ ພົນເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ແລະ ບົດ​ລາຍ​

ງານ​ຂອງ​ທ່ານນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດຖະ​ມົນ​ວ່າການ​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ກ່ຽວ​ກັບ​ວຽກ​

ງານ​ການ​ພັດທະນາສີມື​ແຮງ​ງານ ການ​ຂາດແຄນແຮງ​ງານ ແລະ ມາດ​ຕະການ​ໃນການ​ຄຸ້ມ​ຄອງ​ແຮງ​ງານ ທັງ​ພາຍໃນ ແລະ

ຕ່າງປະເທດ.

 

ແຫລ່ງຂ່າວ: ວຽງຈັນໃໝ່