spot_img
Homeຂ່າວພາຍ​ໃນລັດກຽມປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ ຈາກ 626,000 ເປັນ 900,000​ ກີບ!

ລັດກຽມປັບຂຶ້ນ ຄ່າແຮງງານຂັ້ນຕ່ຳ ຈາກ 626,000 ເປັນ 900,000​ ກີບ!

Published on

16062011133031

 

ນັບ​ເປັນ​ຂ່າວ​ດີ​ອີກ​ຄັ້ງ​ໃໝ່​ ສຳ­ລັບ​ບັນ­ດາ​ອ້າຍ​ນ້ອງ​ແຮງ​ງານ​ທີ່​ເຮັດ​ວຽກ​ຢູ່​ຫົວ­ໜ່ວຍ​ທຸ­ລະ​ກິດ, ການ​ຜະ­ລິດ ແລະ ການ​ບໍ­ລິ­

ການ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຊຶ່ງ​ຂະ­ນະ​ນີ້ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ​ກຳ­ລັງ​ສະ­ເໜີ​ຕໍ່​ລັດ­ຖະ­ບານ ເພື່ອ​ພິ­ຈາ­ລະ­ນາ​ການ​ຍົກ​ລະ

­ດັບ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ສຳ­ລັບ​ແຮງ​ງານ ​ຂົງ­ເຂດ​ທຸ­ລະ​ກິດ​ຂຶ້ນ​ເກືອບ 3 ແສນ​ກີບ ຫຼື ຈາກ 6 ແສນ​ກວ່າ ທີ່​ປະ­ຕິ­ບັດ​ໃນ​ປະ­

ຈຸ​ບັນ​ມາ​ເປັນ 9 ແສນກີບ​ຕໍ່​ຄົນ​ຕໍ່​ເດືອນ.

 

ໃນ​ຕົ້ນ​ປີ 2012 ລັດ­ຖະ­ບານ​ໄດ້​ອອກ​ປະ­ກາດ​ແຈ້ງ​ການ​ກ່ຽວ​ກັບ​ການ​ປັບ­ປຸງ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ສຸດ ​ຂອງ​ຜູ້​ອອກ­ແຮງ​ງານ

​ທີ່​ເຮັດ​ວຽກ​ໃນ​ຂົງ­ເຂດ​ທຸ­ລະ​ກິດ​ທົ່ວ​ປະ­ເທດ​ຈາກ 4 ແສນ​ກວ່າ​ກີບ​ໃນ​ເມື່ອ​ກ່ອນມາ​ເປັນ 626.000 ກີບ​ຕໍ່​ຄົນ​ຕໍ່​ເດືອນ ແລະ

ຖ້າ​ຄິດ­ໄລ່​ເປັນ​ວັນ​ແມ່ນ​ບໍ່​ໃຫ້​ຕ່ຳ​ກວ່າ 24.076 ກີບ​ຕໍ່​ຄົນ​ຕໍ່​ວັນ ຫຼື ຖ້າ​ຄິດ­ໄລ່​ເປັນ​ຊົ່ວ­ໂມງ​ແມ່ນ​ບໍ່​ໃຫ້​ຫຼຸດ 3.009 ກີບ​ຕໍ່​ຄົນ​ຕໍ່

​ຊົ່ວ­ໂມງ.

 

ໂດຍ​ການ​ປັບ​ເທື່ອ​ນັ້ນ​ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີການ​ສັງ­ຄົມ​ລະ­ບຸ​ວ່າ: ແມ່ນ​ແນ­ໃສ່​ປັບ­ປຸງ​ການ​ດຳ­ລົງ​ຊີ­ວິດ​ຂັ້ນພື້ນ­

ຖານ​ຂອງ​ຜູ້​ອອກ­ແຮງ​ງານ​ ໃຫ້​ດີ​ຂຶ້ນ​ສອດ­ຄ່ອງ​ກັບ​ລະ­ດັບອັດ­ຕາ​ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ- ສັງ­ຄົມ​ໃນ​ໄລ­ຍະນັ້ນ​ທັງ

​ສອດ­ຄ່ອງ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ທາງ​ດ້ານ​ວັດຖຸ ແລະ ຈິດ­ໃຈ ລວມ​ທັງ​ຜົນ​ປະ­ໂຫຍດ​ດ້ານ​ສະ­ຫວັດ­ດີ​ການ​ສັງຄົມ​ຕະ­

ຫຼອດ​ຮອດ​ຄ່າ​ຄອງ​ຊີບ​ຕ່າງໆ ເພື່ອ​ກະ­ຕຸກ​ຊຸກ­ຍູ້​ໃຫ້​ຜູ້​ອອກແຮງ​ງານ​ມີ​ວຽກ​ເຮັດ​ງານ​ທຳ​ຢ່າງ​ໝັ້ນ­ຄົງ ແລະ ມີ​ປະ­ສິດ­ທິ­ພາບ.

 

ຢ່າງ­ໃດ​ກໍ​ຕາມ ແຮງ​ງານ​ຖື​ໄດ້​ວ່າ​ແມ່ນ​ກ້ອນ​ກຳ­ລັງ​ອັນ​ສຳຄັນ​ເປັນ​ຕົວ​ຂັບ​ເຄື່ອນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງຊາດ​

ໃຫ້​ສືບ­ຕໍ່​ຂະ­ຫຍາຍ­ຕົວ​ໄດ້​ຢ່າງ​ແຂງ­ແຮງ ອັນ​ສົ່ງ​ຜົນ​ໄປ​ໃນທິດ​ທາງ​ບວກ ແລະ ແອບ​ແຝງ​ຕາມ​ດ້ວຍ​ທາງ​ລົບ​ຕໍ່​ສະ­ພາບ ໂດຍ

​ລວມ​ໜຶ່ງ​ໃນ​ນັ້ນ​ແມ່ນ​ໄດ້​ດຶງ​ເອົາ​ລາ­ຄາ​ສິນ­ຄ້າ​ສະ­ບຽງ​ອາຫານ​ຫຼາຍ​ປະ­ເພດ ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ຕາມໆ​ກັນສ້າງ​ພາ­ລະ​ແບກ​ຫາບ

​ຫຼາຍ​ຂຶ້ນ​ແກ່​ບັນ­ດາຜູ້​ອອກ­ແຮງ​ງານ ກໍ​ຄື​ປະ­ຊາ­ຊົນ​ຜູ້​ທີ່​ມີລາຍ​ໄດ້​ຕ່ຳ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

 

ແນວ­ໃດ​ກໍ​ດີ ຕໍ່​ກັບ​ສະ­ພາບ​ຄື​ດັ່ງ­ກ່າວ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ການ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ​ເວ­ລາ​ນີ້ ໃນ​ກອງ​ປະຊຸມ​ສະ­ພາ​

ວັນ​ທີ 9 ທັນ­ວາ​ຜ່ານ​ມາ ທ່ານ ນາງ ອ່ອນ​ຈັນ ທຳ​ມະ​ວົງ ລັດ​ຖະມົນ­ຕີ​ວ່າ­ການ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ

ໄດ້​ລາຍ​ງານ​ສະພາບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແຮງງານ​ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ຂະ­ແໜງ​ແຮງງານ ແລະ ສະ­ຫວັດ­ດີ​ການ​ສັງ­

ຄົມ​ໄດ້​ສຳເລັດ​ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ການ​ພັດທະ​ນາ​ສີ­ມື​ແຮງ​ງານ ແລະ ແຜນ​ງານແຫ່ງ​ຊາດ ວ່າ​ດ້ວຍ​ການ​ປົກ​ປ້ອງ ແລະ

ລົບ​ລ້າງ​ການ​ນຳ​ໃຊ້​ແຮງ​ງານ​ເດັກ​ໄລຍະ​ແຕ່​ປີ 2014 ຫາ 2020.

 

ພ້ອມ​ດຽວ​ກັນ​ນັ້ນ ກໍ​ໄດ້​ປັບ­ປຸງ​ກົດໝາ­ຍວ່າ​ດ້ວຍ​ແຮງ​ງານ, ສ້າງ​ດຳ­ລັດ 2 ສະ­ບັບ, ສ້າງ​ຂໍ້​ຕົກ­ລົງ ແລະ ຄຳ​ແນະ­ນຳຂອງ​ກະ­

ຊວງ 8 ສະ­ບັບ ທັງ​ໄດ້​ສົມ­ທົບກັບ​ກັບ​ອົງ­ການ​ໄຕ​ພາ­ຄີ​ປັບ­ປຸງ​ດຳ­ລັດ ວ່າ​ດ້ວຍ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ສຳ­ລັບຜູ້​ອອກ­ແຮງ​ງານ

​ທີ່​ເຮັດ​ວຽກ​ຢູ່ ​ໃນ​ຫົວໜ່ວຍ​ທຸ­ລະ​ກິດ, ການ​ຜະ­ລິດ ແລະ ການບໍ­ລິ­ການ​ແລ້ວ 5 ຄັ້ງ ແລະ ຄັ້ງ​ທີ 6 ກຳ­ລັງ​ສະ­ເໜີ​ຕໍ່​ລັດ­ຖະ­ບານ​

ພິ­ຈາ­ລະ­ນາຍົກ​ລະ­ດັບ​ຈາກ 626.000 ກີບ ມາ​ເປັນ 900.000 ກີບ ຫຼື ເທົ່າ​ກັບ 112 ໂດລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່​ເດືອນ, ທ່ານ ນາງ

ອ່ອນ​ຈັນ ທຳ​ມະ​ວົງ ກ່າວ.

 

ຂະ­ນະ​ທີ່​ປະ­ຈຸ​ບັນ ທ່ານ​ລັດ­ຖະ­ມົນ­ຕີລະ­ບຸ​ວ່າ: ຢູ່​ລາວ​ມີ​ຫົວ­ຫນ່ວຍ​ແຮງ​ງານທັງ​ໝົດ 124.000 ແສນ​ແຫ່ງປະ­ກອບ​ມີແຮງ​ງານ​

ທັງ​ໝົດ 573.000 ແສນ​ຄົນ ໃນ​ນີ້ ຫົວ­ໜ່ວຍ​ແຮງ​ງານ​ທີ່​ມີ​ການ​ນຳ​ໃຊ້ແຮງ​ງານ​ແຕ່ 10 ຄົນ​ຫາ 99 ຄົນ​ມີ 5.777 ພັນ​ກວ່າ​ຫົວ­

ໜ່ວຍ ແລະ ອີກ 306 ຫົວ­ໜ່ວຍ​ແມ່ນ​ມີ­ແຮງ​ງານ​ຕັ້ງ­ແຕ່ 100 ຄົນ​ຂຶ້ນ​ໄປ ໂດຍ​ໂຄງ​ປະ­ກອບ​ຂອງກຳ­ລັງ​ແຮງ​ງານ​ໄດ້​ມີ​ການ​

ປ່ຽນ­ແປງ​ໄປຕາມ​ທິດ​ຫັນ​ເປັນ​ ອຸດ­ສາ­ຫະ­ກຳທັງ​ຄອຍຕອບ​ສະ­ໜອງ​ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ເທື່ອ​ລະ​ ກ້າວ​ໃນ​ປີ

2014 ຂົງ­ເຂດ​ກະ­ສິ­ກຳ-ປ່າ­ໄມ້​ແມ່ນ​ໄດ້​ຫຼຸດ​ລົງເປັນ 69%, ອຸດ­ສາ­ຫະ­ກຳ​ເພີ່ມ​ເປັນ 7,8% ແລະ ບໍ­ລິ­ການ​ເພີ່ມ​ເປັນ 23,4% ທັງ​

ສາ­ມາດ​ຮັກ­ສາ​ອັດ­ຕາ​ການ​ວ່າງ​ງານ​ຢູ່​ໃນ​ລະ­ດັບ 2%.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...