Samsung Galaxy S6 ລະເບີດເທິງຍົນທີ່ພວມໄປໄທເປ ໂຊກດີເຈົ້າຂອງເຄື່ອງໄດ້ຮັບບາດເຈັບເລັກນ້ອຍ

0
2258

​ເວົ້າໄດ້ວ່າຂ່າວໂທລະສັບລະເບີດໃນຊ່ວງນີ້ເບິ່ງຄືວ່າຈະງຽບໄປຫຼາຍໄລຍະກັນເລີຍ, ແຕ່ໃນມື້ນີ້ຂ່າວແບບນີ້ກໍຫວນກັບຄືນມາອີກແລ້ວເມື່ອມີລາຍງານບອກວ່າ: ເກີດມີ Samsung Galaxy S6 ລະເບີດທີ່ສາຍການບິນຂອງປະເທດຈີນ ໃນຖ້ຽວບິນ CI027 ທີ່ກຳລັງໄປກຸງໄທເປ, ໂດຍເຈົ້າຂອງເຄື່ອງໄດ້ຮັບບາດເຈັບທີ່ມືເລັກນ້ອຍ. 

ໂດຍເຫດການເກີດຂຶ້ນເມື່ອເຈົ້າຂອງເຄື່ອງຮູ້ສຶກວ່າໂທລະສັບຕົນເອງມີຄວັນຂຶ້ນ ແລະເກີດລະເບີດເຮັດໃຫ້ເຈົ້າຂອງຕົກໃຈຈຶ່ງໄດ້ໂຍນໂທລະສັບຖິ້ມ, ໂດຍລູກເຮືອໃນຖ້ຽວບິນນັ້ນກໍເຂົ້າມາຊ່ອຍໂດຍການເອົາຖັງດັບໄຟຂະໜາດພົກພາສີດໃສ່ ແລະນຳເອົາໂທລະສັບດັ່ງກ່າວນັ້ນໄປແຊ່ໃນຖັງນ້ຳກ້ອນໄວ້. ເຊິ່ງເຫດການດັ່ງກ່າວມີຜູ້ໂດຍສານຄົນໜຶ່ງໄດ້ຖ່າຍຮູບສະພາບເຄື່ອງເອົາໄວ້ນຳຕາມຮູບດ້ານລຸ່ມນີ້:

ຖືວ່າເຫດການນີ້ຕ້ອງຂໍຊົມເຊີຍລູກເຮືອຫຼາຍໆທີ່ເຂົ້າມາຊ່ອຍເຫຼືອໄດ້ທັນເວລາ ຖ້າຊ້າໄປກວ່ານີ້ອາດເກີດອັນຕະລາຍໄດ້ ເພາະໃນຫ້ອງຜູ້ໂດຍສານນັ້ນມີແຮງດັນສູງເຊິ່ງມັນຈະເຮັດໃຫ້ໄຟສາມາດລາມໄປໄດ້ໄວນັ້ນເອງ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena