spot_img
Homeເກມເບື່ອເກມ GTA ບໍ່? ຖ້າເບື່ອມາຫຼິ້ນ Bully ເທິງລະບົບ Android ນຳກັນເລີຍ!!

ເບື່ອເກມ GTA ບໍ່? ຖ້າເບື່ອມາຫຼິ້ນ Bully ເທິງລະບົບ Android ນຳກັນເລີຍ!!

Published on

ຫຼ້າສຸດນີ້ມີຂ່າວດີສຳລັບຜູ້ໃຊ້ລະບົບ Android ທີ່ເປັນແຟນເກມຂອງຄ້າຍເກມດັງແບບ Rockstar ມາແລ້ວ, ໂດຍຫຼ້າສຸດນີ້ເບິ່ງຄືວ່າຈະມີການປ່ອຍເກມໃໝ່ອອກມາເທິງເວີຊັ່ນມືຖືໃຫ້ເຮົາໄດ້ຫຼິ້ນກັນແລ້ວນັ້ນກໍຄື: Bully: Anniversary Edition. ໂດຍໂຕເກມວາງຈຳໜ່າຍເທິງ Playstore ແລ້ວໃນລາຄາ $6.99 ແລະໃນພາກນນີ້ຈະເປັນການລວມເອົາພາກເກົ່າມາໄວ້ໃນໜຶ່ງດຽວ ພ້ອມທັງເພີ່ມລະບົບ Friend Challenges ເຂົ້າມາເພື່ອຫຼິ້ນ Mini-Games ກັບຜູ້ຫຼິ້ນຄົນອື່ນໆ. ນອກຈາກນີ້ແລ້ວໂຕເກມຍັງໄດ້ອັບກຣາບຟິກມາໃໝ່, ເພີ່ມເງົາແສງ ແລະປັບປຸງລະບົບການຫຼິ້ນໃຫ້ເໝາະກັບໜ້າຈໍສຳຜັດອີກນຳ.

Bully: Anniversary Edition on Playstore

ພລ໋ອດເລື່ອງຂອງເກມ Bully ຈະກ່າວເຖິງ ຈິມມີ້ ຮອບກິ້ນ (Jimmy Hopkins) ເດັກໜຸ່ມອາຍຸ 15 ປີ ໄດ້ຖືກສົ່ງໂຕມາທີ່ໂຮງຮຽນ ບູລເວິຣ໌ດ  (Bullworth) ເຊິ່ງເປັນໂຮງຮຽນປະຈຳຂອງເອກກະຊົນທີ່ຕັ້ງຢູ່ໃນເມືອງນິວອິງແລນ ປະເທດສະຫະລັດອາເມຣິກາ, ຫຼັງຈາກທີ່ຈິມມີ້ໄປກໍ່ເລື່ອງຈົນຖືກໄລ່ອອກຈາກໂຮງຮຽນເກົ່າມາແລ້ວເຖິງ 7 ແຫ່ງດ້ວຍກັນ ແລະລາວກໍພົບວ່າໂຮງຮຽນແຫ່ງນີ້ອຸດົມໄປດ້ວຍສາລະພັດເດັກຂີ້ດື້ ບໍ່ວ່າຈະເປັນເດັກເຫຼືອຂໍແບບຈິມມີ້ທີ່ທຸກໆມື້ເອົາແຕ່ກວນນັກຮຽນຄົນອື່ນ ລວມເຖິງເດັກເນິຣ໌ດທີ່ມັກໝົກໂຕຢູ່ກັບຕຳລາຮຽນ ຫຼືເດັກໂຂ່ງທີ່ຊ້ຳຫ້ອງລົວໆມາເກືອບເຄິ່ງຊີວິດ ໄປຈົນຮອດເດັກຮາຣ໌ດຄໍຣ໌ບ້ານປ່າເມືອງເຖື່ອນແລະເດັກໄຮ້ດຽງສາທີ່ມັກຕົກເປັນເຫຍື່ອແບບຜູກຂາດ, ພໍໄດ້ມາພົບບູລເວິຣ໌ດມີສະພາບຢ່າງທີ່ເຫັນ ຈິມມີ້ຈຶ່ງມຸ່ງໝັ້ນຢາກຈະຄືນຄວາມສຸກແລະສ້າງສັນຕິສຸກໃຫ້ກັບໂຮງຮຽນ ເລີຍຕັ້ງໃຈຈະປ່ຽນແປງໂຕເອງມາເປັນເດັກຮັກດີ ພ້ອມກັບກຳຈັດເດັກອັນຕະພານໃຫ້ໝົດຈາກໂຮງຮຽນໄປ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...