spot_img
Homeຊີວິດແລະຄວາມຮັກລະຫວ່າງຜູ້ຊາຍທີ່ໜ້າມີໜວດ,ມີເຄົາ ກັບ ຜູ້ຊາຍໜ້າກ້ຽງໆ ສາວໆມັກແບບໃດຫຼາຍທີ່ສຸດ?

ລະຫວ່າງຜູ້ຊາຍທີ່ໜ້າມີໜວດ,ມີເຄົາ ກັບ ຜູ້ຊາຍໜ້າກ້ຽງໆ ສາວໆມັກແບບໃດຫຼາຍທີ່ສຸດ?

Published on

ບັນດາຜູ້ຊາຍຫຼາຍຄົນເມື່ອໄດ້ອ່ານຫົວບົດນີ້ແລ້ວອາດມີຄວາມຕ້ອງການຢາກຮູ້ແລ້ວວ່າ ສາວໆທັງຫຼາຍມັກຜູ້ຊາຍແບບໃດຫຼາຍທີ່ສຸດ ມັກຊາຍໜຸ່ມທີ່ມີໜວດ, ມີເຄົາ ສະໄຕລເທ້! ດິບ! ເຖື່ອນ ຫຼື ມັກຜູ້ຊາຍໜ້າກ້ຽງໆສະອາດ, ໃສໆ ແບບດາລາເກົາຫຼີ ໃນຄໍລຳ ຊີວິດ ກັບ ຄວາມຮັກມື້ນີ້ ແອັດມິນ ມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ

ເມື່ອວັນທີ 30 ພະຈິກ 2016 ທີ່ຜ່ານມາ ໄດ້ມີຜົນການວິໄຈຂອງວິທະຍາໄລ ຄວິນສ໌ແລນ ທີ່ເປີດເຜີຍໃນເວັບໄຊ elitedaily ໂດຍນຳທີມໂດຍ ດຣ. ບາຣ໌ນາບີ້ ດິກສັນ ຫົວໜ້າທີມງານວິໄຈຫົວຂໍ້ດັ່ງກ່າວ

ສຳລັບຜົນການວິໄຈຄັ້ງນີ້ທາງຄະນະວິທະຍາໄລໄດ້ມີການສຳຫຼວດຄວາມຄິດເຫັນກຸ່ມຕົວຢ່າງຈາກແມ່ຍິງຈຳນວນ 8,520 ຄົນ ຜ່ານການໃຫ້ເບິ່ງຮູບຖ່າຍຂອງຜູ້ຊາຍທີ່ມີໝວດ ແລະ ຜູ້ຊາຍໜ້າກ້ຽງ ພ້ອມກັບໃຫ້ຄະແນນວ່າມັກຜູ້ຊາຍແບບໃດຫຼາຍທີ່ສຸດ ແລ້ວຜົນຈາກການສຳຫຼວດໃນຄັ້ງນີ້ກໍ່ພົບວ່າ ຜູ້ຊາຍທີ່ມີໝວດ, ມີເຄົາເບົາໆ ເເປັນຜູ້ຊາຍທີ່ມີສະເໜ່ທີ່ສຸດໃນສາຍຕາຂອງສາວໆ ຫຼາຍກວ່າຜູ້ຊາຍໜ້າກ້ຽງໆ ບັນດາສາວໆໄດ້ໃຫ້ເຫດຜົນຂອງການມັກຜູ້ຊາຍທີ່ມີໜວດມີເຄົາວ່າ ເປັນຜູ້ຊາຍທີ່ເບິ່ງແລ້ວຮູ້ສຶກເທ້,​ ຮູ້ສຶກອົບອຸ່ນ ແລະ ຮູ້ສຶກໝັ້ນໃຈ ຫຼາຍກວ່າຜູ້ຊາຍໜ້າກ້ຽງໆ

ເອົາເປັນວ່າເຮົາກໍ່ຮູ້ກັນແລ້ວວ່າສາວມັກຜູ້ຊາຍແບບໃດຫຼາຍທີ່ສຸດ ແຕ່ສຳລັບຜູ້ຊາບທີ່ໜ້າກ້ຽງບໍ່ມີໜວດກໍ່ບໍ່ຕ້ອງຄິດຫຍັງຫຼາຍ ເພາະມີສາວໆຈຳນວນບໍ່ໜ້ອຍທີ່ມີຄວາມນິຍົມມັກຜູ້ຊາຍໜ້າກ້ຽງຄືກັນ ນີ້ເປັນພຽງຜົນການສຳຫຼວດຂອງແມ່ຍິງບາງກຸ່ມຄົນເທົ່ານັ້ນ ແຕ່ສຳລັບເລື່ອງຄວາມຮັກຈະມີຄວາມສຸກ, ຈະມີຄວາມຮັກທີ່ຍືນຍາວມັກກໍ່ບໍ່ໄດ້ກ່ຽວກັບຮູບລັກພາຍນອກ ບໍ່ໄດ້ກ່ຽວວ່າຊາຍຄົນຮັກຈະມີໜວດ ຫຼື ບໍ່ມີ ເພາະສຸດທ້າຍແລ້ວມັກກໍ່ຂຶ້ນຢູ່ທີ່ໃຈ ແຕ່ກໍ່ປະຕິເສດຄວາມຕ້ອງການທາງຮູບລັກພາຍນອກບໍ່ໄດ້ ດັ່ງນັ້ນແອັດມິນຂໍແນະນຳເລີຍວ່າ ຈະຄົບກັບໃຜກໍ່ເອົາທີ່ສະບາຍໃຈເຮົາກໍ່ພໍ ເລື່ອງອື່ນຊ່າງມັນເນາະ!

 

ຂໍ້ມູນຈາກ: http://men.kapook.com/view162145.html
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...