Homeຂ່າວພາຍ​ໃນສືບຕໍ່ຂຶ້ນທະບຽນ! ພະພຸດທະຮູບ ທີ່ພົບຢູ່ດອນເຜິ້ງຄຳ

ສືບຕໍ່ຂຶ້ນທະບຽນ! ພະພຸດທະຮູບ ທີ່ພົບຢູ່ດອນເຜິ້ງຄຳ

Published on

ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 7 ພຶດສະພາ 2024, ຄະນະຮັບຜິດຊອບຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສືບຕໍ່ຂຶ້ນທະບຽນພະພຸດທະຮູບ ທີ່ຂຸດຄົ້ນໄດ້ຢູ່ດອນເຜິ້ງຄໍາ,ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໃຫ້ມີຄວາມລະອຽດຊັດເຈນ ໂດຍໄດ້ອະນາໄມຂັດຜິວພະພຸດທະຮູບດ້ວຍປູນຂາວ ເພື່ອເອົາເສດດິນ, ເສດແຮ່ ແລະ ຝຸ່ນທີ່ຕິດມາຈາກການຂຸດຄົ້ນອອກ ແລ້ວຂັດດ້ວຍນ້ຳມັນງາ ເພື່ອໃຫ້ມີຄວາມເງົາງາມ ແລະ ເປັນການບູລະນະປົກປັກຮັກສາເນື້ອຜິວອົງພະພຸດທະຮູບຕື່ມອີກ, ພ້ອມທັງໄດ້ຂຽນລະຫັດທະບຽນລົງໃສ່ແຕ່ລະອົງ.

อาจเป็นรูปภาพของ 2 คน, ถ้ำบาตู และ วัด

ການຂຶ້ນທະບຽນໄດ້ລະບຸເຖິງຮູບລັກສະນະ, ວັດສະດຸ ທີ່ຜະລິດອົງພະ, ຮູບແບບການຜະລິດ, ສະພາບຄວາມສົມບູນ, ຂະໜາດ, ນ້ຳໜັກ, ແຫຼ່ງທີ່ມາ, ລວດລາຍສິລະປະ, ຈຸດຕຳນິ, ຖ່າຍຮູບໄວ້ ແລະ ອື່ນໆຢ່າງລະອຽດ ເພື່ອໃຫ້ສະດວກໃນການຄຸ້ມຄອງ, ປົກປັກຮັກ ແລະ ກວດສອບໄດ້ໃນຕໍ່ໜ້າ.

อาจเป็นรูปภาพของ 3 คน, วัด และ ข้อความ

ເຊິ່ງການຂຶ້ນທະບຽນ ແລະ ເກັບກຳຂໍ້ມູນພະພຸດທະຮູບດັ່ງກ່າວ ມີຈຳນວນ 200 ກວ່າອົງ ແລະ ວັດຖຸພັນຈຳນວນ 900 ກວ່າສິ້ນສ່ວນ ໂດຍຄະນະຮັບຜິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ, ພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງໃຫ້ສຳເລັດຕາມແຜນທີ່ວາງໄວ້.

อาจเป็นรูปภาพของ 3 คน, วัด และ ข้อความ

ຂຸດຄົ້ນພະພຸດທະຮູບບູຮານທີ່ມີອາຍຸຫຼາຍຮ້ອຍປີ ຢູ່ດອນເຜິ້ງຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເລີ່ມແຕ່ວັນທີ 16-28 ມີນາ 2024, ສາມາດຂຶ້ນທະບຽນສໍາເລັດແລ້ວ ທັງໝົດ 154 ອົງ, ໃນນັ້ນມີທັງພະພຸດທະຮູບທີ່ສົມບູນ ແລະ ບໍ່ສົມບູນ ສ່ວນພະພຸດທະຮູບປາງລີລາ, ພະພຸດທະຮູບໃບໂພ ແລະ ສິນສ່ວນອື່ນໆທີ່ໄດ້ຈາກການຂຸດຄົ້ນ ແມ່ນຍັງບໍ່ໄດ້ຂຶ້ນທະບຽນເທື່ອ ສໍາລັບອົງທີ່ໄດ້ຂຶ້ນລະບຽນແລ້ວສ່ວນຫຼາຍ ມີລັກສະນະສິລະປະລາວລ້ານຊ້າງ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...