spot_img
HomeມູມໄອທີລາວOppo ສົ່ງບັດເຊີນຮ່ວມງານເປີດໂຕ R9s ທີ່ປະເທດຈີນ ເຊິ່ງຊູຈຸດເດັ່ນທີ່ເຊັນເຊີ້ກ້ອງ Sony IMX 398

Oppo ສົ່ງບັດເຊີນຮ່ວມງານເປີດໂຕ R9s ທີ່ປະເທດຈີນ ເຊິ່ງຊູຈຸດເດັ່ນທີ່ເຊັນເຊີ້ກ້ອງ Sony IMX 398

Published on

​ທາງບໍລິສັດ OPPO ໄດ້ເຜີຍກຳນົດແຜນການຈັດງານໃນວັນທີ 19 ຕຸລານີ້ທີ່ປະເທດຈີນອອກມາ, ເຊິ່ງງານດັ່ງກ່າວນີ້ຈະເປັນການເປີດໂຕເຮືອທຸງລຸ້ນໃໝ່ຄື: Oppo R9s ແລະແນ່ນອນວ່າລຸ້ນນີ້ກໍຄືກັບ R9 ແລະ R9 Plus ທີ່ຊູຈຸດເດັ່ນໃນເລື່ອງຂອງກ້ອງເປັນຫຼັກນັ້ນເອງ.

ນອກຈາກນີ້ແລ້ວບໍລິສັດ OPPO ຍັງໄດ້ປະກາດຄູ່ຄ້າຫຼັກນັ້ນກໍຄືບໍລິສັດ Sony ເພື່ອໃຊ້ງານເຊັນເຊີ້ກ້ອງລຸ້ນໃໝ່ຫຼ້າສຸດແບບ Sony IMX398 ສຳລັບສະມາດໂຟນ, ໂດຍເຊັນເຊີ້ໂຕນີ້ຍັງບໍ່ມີຂໍ້ມູນລາຍລະອຽດໃດໆເທື່ອ ຮູ້ພຽງແຕ່ວ່າມັນເປັນລຸ້ນທີ່ອັບເກຣດມາຈາກ Sony IMX298 ທີ່ເຄີຍໃຊ້ໃນ R9 Plus ມາກ່ອນເທົ່ານັ້ນ.

ໃນສ່ວນຂອງ OPPO R9s ຄາດວ່າຈະອອກແບບດ້ວຍວັດສະດຸອະລູມິນ້ຽມ, ຮອງຮັບລະບົບ VOOC ສຳລັບສາກໄວເປັນຕົ້ນ. ໂດຍງານເປີດໂຕແມ່ນຈະເລີ່ມຕັ້ງແຕ່ເວລາ 19:30 ຂອງວັນທີ 19 ຕຸລາ ທີ່ຊ່ຽງໄຮ້ ປະເທດຈີນ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...