Homeຂ່າວຕ່າງປະເທດນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຕື່ມຟອມອອນລາຍ ເລີ່ມ 1 ພຶດສະພານີ້

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຕື່ມຟອມອອນລາຍ ເລີ່ມ 1 ພຶດສະພານີ້

Published on

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th ທາງອອນລາຍ ພາຍໃນ 3 ມື້ ກ່ອນເດີນທາງເຂົ້າໄທ. (ພາຍໃນ 3 ມື້ໝາຍເຖິງ ຕື່ມຂໍ້ມູນໃສ່ແບບຟອມອອນລາຍກ່ອນ 3ມື້, 2 ມື້, 1 ມື້, 2 ຊົ່ວໂມງ, 1 ຊົ່ວໂມງ ກ່ອນເດີນທາງ ແມ່ນໄດ້ໝົດ)

  • ແບບຟອມອອນລາຍ TDAC ແມ່ນຫຍັງ?
    TDAC ຫຼື ຊື່ເຕັມແມ່ນ THAILAND DIGITAL ARRIVAL CARD ຄື ແບບຟອມອອນລາຍທີ່ຂຽນຂໍ້ມູນກ່ອນເດີນທາງເຂົ້າປະເທດໄທ ເຊິ່ງແຕ່ກ່ອນ ກໍຄືການຂຽນຂໍ້ມູນຂອງການເດີນທາງໃສ່ເຈ້ຍ ຕມ. 6 ທີ່ລະບຸຂໍ້ມູນຜູ້ເດີນທາວ ຊື່, ນາມສະກຸນ ປະຫວັດການເດີນທາງມາຈາກໃສ? ດ້ວຍພາຫະນະຫຍັງເປັນຕົ້ນ ເມື່ອຂຽນແລ້ວກໍແນບໃສ່ກັບພາສປອດເພື່ອໃຫ້ເຈົ້າໜ້າທີ່ກວດ ແລະ ຈ້ຳປຶ້ມ.
  • ການເຮັດແບບຟອມ TDAC ຂຶ້ນມາກໍເພື່ອຄວາມສະດວກວ່ອງໄວ ແລະ ສາມາດຕື່ມຜ່ານອອນລາຍລ່ວງໜ້າໄດ້. ເຊິ່ງເມື່ອກ່ອນການຂຽນຂໍ້ມູນຜ່ານເຈ້ຍ ເຮັດໃຫ້ມີຄວາມລ່າຊ້າ ເພາະຕ້ອງໄດ້ເອົາເຈ້ຍດັ່ງກ່າວເມື່ອຮອດດ້ານເທົ່ານັ້ນ.
  • ຜູ້ໃດແດ່ທີ່ຕ້ອງຕື່ມແບບຟອມອອນລາຍ TDAC ?
    ຄົນທີ່ບໍ່ໄດ້ຖືພາສປອດປະເທດໄທ (ນັກທ່ອງທ່ຽວ, ຄົນຕ່າງປະເທດ)
    ສ່ວນຄົນທີ່ຖືພາສປອດໄທຢູ່ແລ້ວ ສາມາດເດີນທາງເຂົ້າໄດ້ເລີຍໂດຍບໍ່ຕ້ອງຂຽນ.
  • ຂັ້ນຕອນການຕື່ມຟອມອອນລາຍ TDAC ແມ່ນແນວໃດ?
    ຜູ້ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ຜ່ານລິ້ງ https://tdac.immigration.go.th/arrival-card/#/home ພາຍໃນ 3 ມື້ ກ່ອນເດີນທາງເຂົ້າໄທ. (ພາຍໃນ 3ມື້ ໝາຍເຖິງຕື່ມກ່ອນ 3ມື້, 2ມື້, 1ມື້, 2 ຊົ່ວໂມງ, 1 ຊົ່ວໂມງ ກ່ອນເດີນທາງ ແມ່ນໄດ້ໝົດ)
  • ເມື່ອຮອດມື້ເດີນທາງ, ຮອດດ່ານໄທ ກໍສະແດງຄິວອາໂຄ້ດຜ່ານສະມາດໂຟນໃຫ້ເຈົ້າໜ້າທີ່ ແລະ ລໍຖ້າຈໍ້າພາສປອດຕາມປົກກະຕິ. ສຳລັບຜູ້ທີ່ບໍ່ມີສະມາດໂຟນ ເຊິ່ງແມ່ນລູກຫຼານຕື່ມຂໍ້ມູນໃຫ້ ກໍສາມາດປິ້ນເອກະສານທີ່ມີຄິວອາໂຄ້ດ ແລ້ວແນບໃສ່ກັບປຶ້ມພາສປອດໄດ້.
    #ສຳລັບປຶ້ມຜ່ານແດນ (ປຶ້ມສີຟ້າທະເລ) ຫຼື ເອກະສານຜ່ານແດນຊົ່ວຄາວ (ເດີນທາງໄປ-ກັບ ຈັງຫວັດອຸດອນ, ຈັງຫວັດໜອງຄາຍ ປະເທດໄທ ດ້ວຍເວລາກຳນົດພຽງ 3 ວັນ) ແມ່ນບໍ່ຕ້ອງຕື່ມແບບຟອມອອນລາຍ (TDAC) ກໍສາມາດເດີນທາງເຂົ້າ-ອອກໄດ້ປົກກະຕິ.

ທັງນີ້, ຄິດວ່າຊ່ວງທຳອິດຂອງການປະຕິບັດກ່ຽວກັບການຕື່ມຂໍ້ມູນ TDAC ອາດຈະມີເຄົາເຕີເຈົ້າໜ້າທີ່ຄອຍໃຫ້ຄຳປຶກສາ-ກວດສອບ ເອກະສານ ເພື່ອເຮັດໃຫ້ສະດວກ ແລະ ສາມາດເດີນທາງໄດ້ໄວ.

ຢ່າງໃດກໍຕາມໃນການຂຽນແບຟອມອອນລາຍໃນຊ່ວງທຳອິດແມ່ນຈະມີຄວາມຫຍຸ້ງຍາກເນື່ອງຈາກເວັບໄຊ້ຂຽນແບບຟອມອອນລາຍມີພຽງ 5 ພາສາ ກໍຄື: ອັງກິດ, ຍີ່ປຸ່ນ, ຣັດເຊຍ, ຈີນ ແລະ ເກົາຫຼີ ແຕ່ທ່ານສາມາດໃຫ້ຄົນອື່ນທີ່ມີຄວາມເຂົ້າໃຈ ແລະ ຂຽນແບບຟອມເປັນໃຫ້ຂຽນຂໍ້ມູນຂອງທ່ານແທນກໍໄດ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...