Homeຂ່າວຄາດຕະກຳຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

Published on

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ.

ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ ຫລາຍຫົງຟູ ອາຍຸ 39 ປີສັນຊາດ ເເລະ ເຊື້ອຊາດຈີນ ກຳມະກອນຢູ່ບໍລິສັດ ຢຸນໜານຈຽງໂຖ ພັກເຊົາຢູ່ບ້ານດົງໃຕ້ ເມືອງທ່າເເຂກ ເເຂວງຄໍາມ່ວນ ໄປຈໍາລອງເຫດການຄືນ ໃນຂໍ້ຫາກໍ່ເຫດຄາຕະກໍາ ນາງ ພິມມະສອນ ອາຍຸ 25 ປີ, ປະຊາຊົນຢູ່ບ້ານນາໂພທ່າ, ເມືອງທ່າແຂກ, ແຂວງຄຳມ່ວນ.

ເຫດເກີດເວລາປະມານ 07:00 ໂມງຂອງວັນທີ 22 ເມສາ 2025 ນາງພິມມະສອນໄປຖາມເອົາພາສປອດນຳທ້າວຫລາຍຫົງຟູເພື່ອຈະໄປໄທ ແຕ່ບໍ່ໄດ້ ພ້ອມຜິດຖຽງກັນເລື່ອງລະແວວ່ານາງພິມມະສອນຈະຂ້າມໄປຫາຜູ້ບ່າວ ທ້າວຫລາຍຫົງຟູ່ຈຶ່ງບີບຄໍນາງຈົນເສຍຊີວິດ ແລ້ວເອົາຕົວຫລົບໜີພ້ອມລົດກະບະວີໂກ້ຂອງນາງພິມມະສອນ.

ຈົນມາຮອດເວລາ 20:00 ໂມງ ຂອງວັນທີ 7 ພຶດສະພາ 2025 ເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນ ທ້າວຫຼາຍຫົງຟູ ( ຜູ້ກໍ່ເຫດຄາຕະກໍາ) ກໍາລັງກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...