spot_img
Homeຂ່າວຕ່າງປະເທດໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

Published on

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ ເຈົ້າໜ້າທີ່ກູ້ໄພລົງທຳການກວດສອບ.

ຈຸດເກີດເຫດເປັນອາພາດເມັ້ນສູງ 4 ຊັ້ນເຄິ່ງ ເຊິ່ງກວດສອບຫ້ອງ 201 ພົບສົບສາວປະເພດສອງ (LGBTQ+) ຖືກຄາຕະກຳຢ່າງໂຫດຮ້າຍ ນອນຫງາຍຢູ່ຫ້ອງນ້ຳ ມີຮ່ອງຮອຍຂອງມີຄົມປາດໜ້າເອິກຈົນໄປຮອດທ້ອງ ເຮັດໃຫ້ຊິ້ນສ່ວນອາໄວຍະວະໄຫຼອອກມາ ດັ່ງນັ້ນເຈົ້າໜ້າທີ່ຈຶ່ງທຳການເກັບຫຼັກຖານຢ່າງລະອຽດ ຍັງພົບວ່າປອດທາງດ້ານຂວາບໍ່ເຫັນ ແລະ ຫົວໃຈຖືກຈົກອອກມາປະໄວ້ຢູ່ຂ້າງລຳຕົວ.

ຈາກການສອບຖາມຜູ້ດູແລອາພາດເມັ້ນດັ່ງກ່າວໄດ້ລະບຸວ່າ: ຫ້ອງທີ່ເກີດເຫດເປັນຫ້ອງທີ່ມີຊາຍຊາວຈີນອາໃສຢູ່ ຊື່ວ່າ: ທ້າວ ຕົງຢວນ ຟູ່ ( Mr.Tongyung Fu ) ອາຍຸ 42 ປີ ມາເປີດຫ້ອງພັກດັ່ງກ່າວ ເມື່ອຊ່ວງ 9 ໂມງເຊົ້າຂອງວັນທີ 25 ເມສາ 2025 ໂດຍຂໍເຊົ່າເປັນເວລາ 1 ອາທິດ ເຊິ່ງກ່ອນເກີດເຫດຄົນທີ່ນອນເຝົ້າອາພາດເມັ້ນແຈ້ງວ່າຫ້ອງພັກດັ່ງກ່າວເກີດການຜິດຖຽງກັນສຽງດັ່ງ ຈຶ່ງໄດ້ໄປເຕືອນ ກ່ອນຈະພົບສົບສາວປະເພດ 2 ນອນເສຍຊີວິດຢູ່ພາຍໃນຫ້ອງ ຂະນະທີ່ຊາວຈີນຜູ້ເຊົ່າຫ້ອງໄດ້ຫາຍຕົວໄປ ເຊິ່ງທາງອາພາດເມັ້ນໄດ້ກວດສອບເບິ່ງຈາກກ້ອງວົງຈອນປິດພົບວ່າ ບຸກຄົນດັ່ງກ່າວໄດ້ຍ່າງອອກທາງດ້ານຫຼັງ ພ້ອມກະເປົາເດີນທາງ.

ຫຼ້າສຸດທາງເຈົ້າໜ້າທີ່ຈຶ່ງໄດ້ທຳການອອກຕາມຫາຜູ້ກໍ່ເຫດຈົນໃນທີ່ສຸດກໍສາມາດຈັບຕົວໄດ້ຈຶ່ງທຳການສອບສວນ: ໂດຍຜູ້ກໍ່ເຫດຍອມຮັບສາລະພາບວ່າໃນຊ່ວງຕອນແລງຂອງວັນທີ 25 ເມສາ ຜ່ານມາ ໄປພົບຜູ້ຕາຍທີ່ເຂດພັດທະຍາໃຕ້ ໂດຍມີການແລກປ່ຽນວີແຊັດ ໂດຍບໍ່ຮູ້ວ່າຜູ້ຕາຍເປັນສາວປະເພດສອງ ຄິດວ່າເປັນຜູ້ຍິງແທ້ໆ ຈົນຕົກມາຮອດເວລາປະມານ 23:00 ໂມງຂອງວັນດຽວກັັນ ຜູ້ຕາຍຕິດຕໍ່ມາຫາແລ້ວນັດພົບກັນທີ່ອາພາດເມັ້ນຂອງຕົນ ຈຶ່ງໄດ້ທຳການຕົກລົງລາຄາຂໍຮ່ວມຮັກກັນຢູ່ທີ່ 8000 ບາດເຊິ່ງກໍໄດ້ຍອມຈ່າຍ ແຕ່ພໍຮອດເວລາຂຶ້ນຕຽງຜູ້ຕາຍບໍ່ຍອມ ແລະ ຂັດຂືນ ຈຶ່ງໄດ້ຂໍເງິນຄືນເຄິ່ງໜຶ່ງ ແຕ່ຜູ້ຕາຍບໍ່ຍອມຈຶ່ງເກີດມີປາກສຽງກັນ ແລະ ໄດ້ຕໍ່ສູ້ກັນຈົນມີບາດແຜເຕັມໜ້າ ແຖມຍັງຖືຜູ້ຕາຍຖີບຕົກຕຽງ ຈຶ່ງໄດ້ໂດດຂຶ້ນຄວ້ຳໂຕແລ້ວບີບຄໍຈົນເສຍຊີວິດ ຈາກນັ້ນຈຶ່ງລາກສົບໄປໄວ້ຫ້ອງນ້ຳແລ້ວໃຊ້ມີດຕັດປາດເອົາຊີລີໂຄນຢູ່ໜ້າເອິກທັງ 2 ເບື້ອງອອກມາ ຂະນະນັ້ນຮູ້ສຶກຢາກຫຼິ້ນກັບສົບຜູ້ຕາຍຈຶ່ງໃຊ້ມີດຕັດປາດແຕ່ຄໍຈົນຮອດອາໄວຍະວະເພດ ແລະ ຕັດຫົວໃຈອອກມາ ຈາກນັ້ນຈຶ່ງໄດ້ລ້າງສົບ ແລ້ວຖິ້ມໄວ້ໃນຫ້ອງນ້ຳແລ້ວກັບມານອນຕາມປົກກະຕິ ພໍຕື່ນກໍໄດ້ຈອງປີ້ຍົນເພື່ອຈະເດີນທາງກັບປະເທດຈີນ.

ທາງດ້ານເຈົ້າໜ້າທີ່ຍັງຈະໄດ້ທຳການທັນນະສູດສົບຂອງຜູ້ຕາຍເນື່ອງຈາກມີອາໄວຍະວະບາງສ່ວນທີ່ຫາຍໄປ ແລະ ຈະໄດ້ນຳຕົວຜູ້ກ່ຽວມາທົດສະກຳເຫດການຄືນ ແລະ ດຳເນີນຄະດີຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...