Homeຂ່າວພາຍ​ໃນ1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

Published on

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ.

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ, ເມືອງໂພນທອງ, ປາກຊ່ອງ, ບາຈຽງຈະເລີນສຸກ, ຈໍາປາສັກ ແລະ ເມືອງໂຂງ ໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ ປະເມີນຕາມດໍາລັດ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

ການມອບໃບຢັ້ງຢືນເມືອງພົ້ນຄັ້ງນີ້ ຈັດຂຶ້ນໃນວັນທີ 6 ພຶດສະພາ 2025, ໃນໂອກາດທີ່ແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖາກການເມືອງ, ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃນໄລຍະ 2024 ແລະ ວາງທິດທາງແຜນການ 2025 ພ້ອມທັງຮັບຮອງຜົນການປະເມີນມາດຖານພົ້ນທຸກ ແລະ ມາດຖານພັດທະນາຕາມດຳລັດ 348/ລບ ປະຈໍາປີ 2024.

ສຳລັບການມອບໃບຢັ້ງຢືນ ເມືອງພົ້ນທຸກ ແລະ ເມືອງເຂັ້ມແຂງຮອບດ້ານ ຕາມມາດຕະຖານເມືອງພົ້ນທຸກ ແມ່ນເມືອງທີ່ມີເງື່ອນໄຂຄົບຖ້ວນ 9 ມາດຕະຖານ ຄື: ມີໂຮງຮຽນມັດທະຍົມສົມບູນ; ມີໂຮງໝໍເມືອງ ຫຼື ເຂົ້າເຖິງການບໍລິການຂອງໂຮງໝໍແຂວງ ຫຼື ສູນກາງ; ເທດສະບານເມືອງ ໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫຼື ລະບົບນໍ້າປະປາ; ເທດສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ; ມີເສັ້ນທາງເຂົ້າເຖິງທຽວໄດ້ຕະຫຼອດປີ ແລະ ເຊື່ອມຈອດກັບທຸກໆບ້ານ ພາຍໃນເມືອງ; ມີລະບົບໂທລະຄົມມະນາຄົມ, ການຂົນສົ່ງ ແລະ ຂໍ້ມູນຂ່າວສານ; ມີຕະຫຼາດຊື້-ຂາຍສິນຄ້າ ເປັນປົກກະຕິ; ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະ ສິດທິຜົນ ແລະ ມີບ້ານພົ້ນທຸກຫຼາຍກວ່າ 70% (ເຈັດສິບສ່ວນຮ້ອຍ) ຂຶ້ນໄປ ຂອງຈໍານວນບ້ານທັງໝົດພາຍໃນເມືອງ. ເມືອງທີ່ບໍ່ບັນລຸ 9 ເງື່ອນໄຂຂ້າງເທິງນີ້ ຖືວ່າເປັນເມືອງທຸກ.

ນອກນີ້ ຍັງໄດ້ມອບໃບຢັ້ງຢືນເມືອງເຂັ້ມແຂງຮອບດ້ານ ໃຫ້ແກ່ນະຄອນປາກເຊ, ເມືອງໂພນທອງ ແລະ ເມືອງປາກຊ່ອງ ຕາມມາດຕະຖານເມືອງເຂັ້ມແຂງຮອບດ້ານ ເຊິ່ງເປັນເມືອງທີ່ມີເງື່ອນໄຂຄົບຖ້ວນ 10 ມາດຕະຖານ ຄື: ລະບົບການເມືອງໜັກແໜ້ນ ເຂັ້ມແຂງ; ມີຄວາມເຂັ້ມແຂງທາງດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ມີພື້ນຖານໂຄງລ່າງດ້ານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ; ແຜນຜັງເມືອງດີ, ປະຕິບັດຖືກຕ້ອງຕາມແຜນຜັງ ແລະ ມີຄວາມສະອາດງາມຕາ; ເສດຖະກິດມີການຂະຫຍາຍຕົວໜັກແໜ້ນ, ຕໍ່ເນື່ອງ, ມີຄວາມເຂັ້ມແຂງດ້ານງົບປະມານການເງິນ; ພາຍໃນເທດສະບານເມືອງ ມີລະບົບເສັ້ນທາງສະດວກດີ, ເຊື່ອມຈອດກັບເທດສະບານແຂວງ ແລະ ທຸກໆບ້ານ ພາຍໃນເມືອງ; ບັນລຸເງື່ອນໄຂດ້ານການສຶກສາ, ວັດທະນະທໍາ – ສັງຄົມ; ການບໍລິການສາທາລະນະ ທົ່ວເຖິງ ແລະ ສະດວກ; ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິ ຜົນແລະຢືນຍົງ ແລະ ບ້ານພັດທະນາກວມ 85% (ແປດສິບຫ້າສ່ວນຮ້ອຍ) ຂຶ້ນໄປ.

ແຫຼ່ງຂ່່າວ: ຈໍາປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...