Homeຂ່າວພາຍ​ໃນຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

Published on

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະການນໍາຂອງແຂວງໄດ້ເຄື່ອນໄຫວຕິດຕາມກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ທີ່ ບ້ານໜອງປີງ ເມືອງບົວລະພາ.

ເພື່ອກວດກາຄວາມຄືບໜ້າການບູລະນະ ເຮືອນພັກອະດີດການນໍາຂັ້ນສູງຂອງລາວ ທີ່ເຄິຍເຄື່ອນໄຫວປະຕິວັດ ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ໃຫ້ຄົງໄວ້ເປັນອະນຸສອນຕະຫຼອດໄປ, ໂດຍແຂວງໄດ້ມອບງົບປະມານຈໍານວນໜຶ່ງໃຫ້ເມືອງບົວລະພາ ໃນການຈັດຕັ້ງປະຕິບັດ ເພື່ອປັບປຸງປົວແປງຄືນໃໝ່ ໂດຍສະເພາະແມ່ນໂຄງສ້າງຫຼັງຄາ ແລະ ພື້ນຖານໂຄງລ່າງພາຍໃນຂອງເຮືອນພັກ, ໃນການລົງຕິດຕາມກວດກາຄັ້ງນີ້ ເຈົ້າແຂວງຄໍາມ່ວນ ຍັງໄດ້ຊີ້ນໍາ ມາຍັງພາກສ່ວນກ່ຽວຂ້ອງຂັ້ນເມືອງ ສືບຕໍ່ເອົາໃຈໃສ່ເພື່ອປັບປຸງສະພາບແວດລ້ອມ ບໍລິເວນອ້ອມຂ້າງເຮືອນ, ພ້ອມທັງ ກໍານົດຂອບເຂດເນື້ອທີ່ ເພື່ອອອກໃບຕາດິນ ແລະ ສ້າງກຳແພງ ອື່ນໆ ໃຫ້ມີຄວາມສົມບູນຂຶ້ນຕື່ມ.

ໂອກາດດັ່ງກ່າວຍັງໄດ້ເຄຶ່ອນໄຫວເບິ່ງເສັ້ນທາງຕາມການສະເໜີຂອງເມືອງ ເພື່ອສ້ອມແປງປັບປຸງຍົກລະດັບເປັນທາງດິນແດງໃຫ້ສາມາດທ່ຽວໄປ-ມາໄດ້ສະດວກ, ແຕ່ບ້ານຫຍ້າແວດ ຫາ ບ້ານທາງແບ່ງນໍ້າຈາຫຼາ ທີ່ມີລວງຍາວປະມານ 35 ກິໂລແມັດ.

ແຫຼ່ງຂ່າວ: Khammouane News

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...