Homeຂ່າວພາຍ​ໃນເຍຍລະມັນ ຊະນະເລິດ 1-0 ແຊມບານໂລກ 2014

ເຍຍລະມັນ ຊະນະເລິດ 1-0 ແຊມບານໂລກ 2014

Published on

 

ສຶກ ເຕະບານໂລກ 2014 ຮອບຊິງຊະນະເລີດ ທີ່ສະໜາມ ມາຣາຄານາ ໃນເມືອງຣີໂອ ເດີ ຈາເນໂຣ ເມື່ອວັນອາທິດທີ່ຜ່ານມາ ທີມຊາດ ເຢຍລະມັນ ພົບກັບ ອາເຈນຕິນາ ເຄິ່ງເວລາທຳອິດ ທີມຊາດ ເຢຍລະມັນເປັນຝ່າຍທີ່ຄອງບານໄດ້ດີກວ່າ ແຕ່ພັດເປັນ “ຟ້າຂາວ” ທີ່ລຸຍເກມບຸກໄດ້ດີກວ່າ ແລະເກືອບຂຶ້ນນຳຕັ້ງແຕ່ນາທີ 21 ເມື່ອ ໂທນີ ໂຄຣສ ໂໝ່ງຄືນຫຼັງບໍ່ດີ ໄປເຂົ້າຕີນ ກອນຊາໂຣ ອີກົວອິນ ທີ່ ຫຼຸດໄປດວນດ່ຽວກັບ ມານູເອວ ນອຍເອີ ແຕ່ວ່າໄດ້ຍິງຫຼຸດອອກຈາກເສົາໄປແບບໜ້າເຫຼືອເຊື່ອ ຕໍ່ມານາທີທີ 30 ອາຣເຈນຕິນາ ຍິງບານເຂົ້າປະຕູໄດ້ສຳເລັດ ໂດຍອີກົວອິນຄົນເກົ່າ ແຕ່ບໍ່ໄດ້ປະຕູເນື່ອງຈາກວ່າເປັນລູກລ້ຳໜ້າ

ໃນຊ່ວງເວລາທີ່ເຫຼືອຍັງບໍ່ມີໃຜສາມາດຍິງປະຕູໄດ້ ເຢຍລະມັນ ສະເໝີ ອາຣເຈນຕິນາ 0-0  ເຄິ່ງຫຼັງ ອາເຈນຕິນາ ໂຈມຕີໄວ ແລະມີລຸ້ນປະຕູອີກເທື່ອໜຶ່ງໃນນາທີທີ 47 ເມື່ອ ລີໂອເນວ ເມດຊີ ໄດ້ຫຼຸດເຂົ້າໄປຍິງໃນບໍລິເວນຂອບເຂດໂທດເບື້ອງຊ້າຍ ແຕ່ວ່າຫຼຸດອອກໄປດ້ານຫຼັງແບບໜ້າເສຍດາຍ ໃນຊ່ວງເວລາທີ່ເຫຼືອນັ້ນ ທີມຊາດ ເຢຍລະມັນ ບຸກໜັກແລະມີໂອກາດໄດ້ລຸ້ນປະຕູຫຼາຍເທື່ອ ແຕ່ກໍຍິງບໍ່ເຂົ້າປະຕູຈົນຄົບເວລາ 90 ນາທີ ເຢຍລະມັນ ຍັງສະເໝີ ກັບ ອາເຈນຕິນາ 0-0

ໃນຊ່ວງເວລາພິເສດ ອາເຈນຕິນາເກືອບໄດ້ປະຕູຂຶ້ນນຳ ເມື່ອ ໂຣດຣິໂກ ປາລາຊິໂອ ໄດ້ຫຼຸດດ່ຽວເຂົ້າໄປດວນກັບ ນອຍເອີ ແຕ່ວ່າເດາະບານອອກໄປທີ່ດ້ານຫຼັງແບບໜ້າເສຍດາຍ ຈາກນັ້ນກໍເປັນທາງ “ອິນຊີເຫຼັກ” ທີ່ບຸກໜັກ ແລະມາໄດ້ປະຕູອອກນຳ 1-0 ຈາກ ມາຣີໂອ ເກີດເຊ ທີ່ບັງເອິນແລ້ວຍິງເຂົ້າໄປໃນມຸມແຄບແບບສວຍງາມໃນນາທີທີ 113 ຈາກນັ້ນ ອາເຈນຕິນາກໍໄດ້ບຸກໜັກ ແຕ່ກໍບໍ່ໄດ້ປະຕູຈົນຄົບເວລາ 120 ເຢຍລະມັນຊະນະອາເຈນຕິນາ ໄປແບບສູສີ 1-0 ແລະໄດ້ຄວ້າແຊັມບານໂລກໄປເປັນສະໄໝທີ 4

ຂ່າວໂດຍ ໂດ້..Deklao.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...