spot_img
HomeມູມໄອທີລາວHuawei ມີຄາດໝາຍຈະແຊງ Samsung ແລະ Apple

Huawei ມີຄາດໝາຍຈະແຊງ Samsung ແລະ Apple

Published on

ບໍລິສັດຫົວເຫວີຍ ເທັກໂນໂລຢີ ຈຳກັດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ມີຈຸດມຸ່ງໝາຍທີ່ຈະແຊງ ບໍລິສັດ ຊຳຊຸງ ເອເລັກໂທຼນິກ ແລະ ບໍລິສັດ ແອບໂປ້ ອີງ ພາຍໃນເວລາ 5ປີ ຂ້າງໜ້ານີ້ ແລະ ຈະກາຍເປັນຜູ້ຜະລິດສະມາດໂຟນທີ່ໃຫຍ່ທີ່ສຸດຂອງໂລກ ໂດຍຈະຍາດເອົາສ່ວນແບ່ງມາໃຫ້ໄດ້ 25 ເປີເຊັນ. ຜູ້ບໍລິຫານລະດັບສູງໄດ້ກ່າວໄວ້:

ພວກເຮົາຕ້ອງການທີ່ຈະເປັນຜູ້ຜະລິດສະມາດໂຟນອັນດັບໜື່ງຂອງໂລກ, ນີ້ແມ່ນການແຂ່ງຂັນທີ່ຍາວນານ ແລະ ພວກເຮົາກໍ່ມີຄວາມອົດທົນແລະ ຕັ້ງໃຈທີ່ຈະໃຫ້ໄປຮອດເສັ້ນໄຊ, ທ່ານ ລີຊາດ ຢູ ຜູ້ບໍລິຫານສູງສຸດ ຂອງທຸລະກິດອຸປະກອນເອເລັກໂທຼນິກ ໄດ້ກ່າວໃນທີ່ກອງປະຊຸມ ດ້ານເທັກໂນໂລຢີ ທີ່ຈັດຂື້ນໂດຍ The Wall Street Journal ແລະ f.ounders.

ຫ້ອງການໃຫຍ່ ຫົວເຫວີຍ ທີ່ ເຊີ້້ນເຈີນ, ພ້ອມກັບ ບໍລິສັດ ອີລິກຊັນ ແຫ່ງ ສະວິເດນ, ແມ່ນໜື່ງໃນ ຜູ້ສະໜອງອຸປະກອນເຄືອຂ່າຍໂທລະຄົມມະນາຄົມທີ່ໃຫຍ່ທີ່ສຸດໃນໂລກ. ໃນຫຼາຍປີທີ່ຜ່ານມາ, ບໍລິສັດ ຈີນ ແມ່ນກໍ່ໄດ້ເຕີບໃຫຍ່ຢ່າງໄວວາ ເຊັ່ນດຽວກັນກັບ ຜູ້ຜະລິດໂທລະສັບ.

ຫົວເຫວີຍ ໄດ້ມາຫລຸດຊ່ອງຫວ່າງ ລະຫວ່າງ ຊຳຊຸງ ແລະ ແອບໂປ້ ໃນຕະຫຼາດ ສະມາດໂຟນໂລກ, ໃນໄລຍະທີ່ມີການເຕີບໂຕຊ້າ. ໃນໄຕມາດທີ່ໜື່ງຂອງປີນີ້, ຍອດຂາຍຂອງຫົວເຫວີຍແມ່ນ ໄດ້ເພີ່ມຂື້ນ 59 ເປີເຊັນ ຈາກທ້າຍປີທີ່ຜ່ານມາ, ໃນຂະນະທີ່ຍອດຂາຍຂອງຊຳຊຸງມີການປ່ຽນແປງເລັກໜ້ອຍ ແລະ ຍອດຂາຍຂອງແອບໂປ້ ແມ່ນຫຼຸດລົງ 14 ເປີເຊັນ, ຂໍ້ມູນອ້າງອີງຈາກສະຖາບັນຄົ້ນຄວ້າ Gartner. ສ່ວນແບ່ງການຕະຫຼາດ ຂອງຫົວເຫວີຍ ໃນໄຕມາດນີ້ ແມ່ນເພີ່ມຂື້ນ ເປັນ 8,3 ເປີເຊັນ, ຕາມຫຼັງ ຊຳຊຸງທີ່ 23 ເປີເຊັນ ແລະ ແອບໂປ້ 15 ເປີເຊັນ.

ໃນຂະນະທີ່ສ່ວນແບ່ງການຕະຫຼາດໄດ້ເພີ່ມຂື້ນນີ້, ຫົວເຫວີຍເອງກໍ່ໄດ້ຊຸ່ມໃສ່ຜະລິດຕະພັນລຸ້ນ ໄຮເອນ, ເຊີ່ງກໍ່ແມ່ນສະມາດໂຟນລຸ້ນໃໝ່ລ່າສຸດ ຫົວເຫວີຍ ພີ9 ເຊີ່ງມາພ້ອມກັບກ້ອງຖ່າຍຮູບ ເລນຄູ່ ທີ່ໄດ້ຮ່ວມມືກັບ ບໍລິສັດ ໄລກ້າ ຍັກໃຫຍ່ແຫ່ງວົງການກ້ອງຖ່າຍຮູບແຫ່ງປະເທດເຢຍລະມັນ. ການຮ່ວມມືກັບ ໄລກ້າ ເປັນຄູ່ຮ່ວມທຸລະກິດນີ້ ແມ່ນຈະຊ່ວຍໃຫ້ຫົວເຫວີຍພັດທະນາແລະ ປັບປຸງ ເລື່ອງເລນກ້ອງ ໃນສະມາດໂຟນໃຫ້ດີຍີ່ງຂື້ນ ແລະ ເຮົາຈະສືບຕໍ່ໄປນີ້ ອີກຢ່າງຕ່ຳແມ່ນ 5 ປີ ຂ້າງໜ້າ.

ການເຕີບໃຫຍ່ຂອງຫົວເຫວີຍນີ້ແມ່ນມາຈາກຜະລິດຕະພັນລຸ້ນ ໄຮເອນ, ທ່ານ  ລີຊາດ ຢູ ກ່າວວ່າ ຖ້າບໍລິສັດຈະເປັນຜຸ້ນຳໃນວົງການສະມາດໂຟນ, ພວກເຮົາຈະຕ້ອງເປັນອັນດັບຕົ້ນໆ ໃນພາກສ່ວນນີ້.

ທ່ານ ລິຊາດ ຢູ ໄດ້ບອກເພີ່ມເຕີມ ອີກວ່າ ນອກຈາກນີ້ ຫົວເຫວີຍຍັງຈະຜັກດັນ ເທັກໂນໂລຢີໃໝ່ໆອີກ ເຊັ່ນ ອຸປະກອນ VR ເຊີ່ງໄດ້ຮ່ວມມື ແລະ ຮັບການສະໜອງຊອບແວ ຈາກ ບໍລິສັດ Alphabet Inc. ແລະ Google. ບໍລິສັດມີແຜນທີ່ຈະເປີດ VR ລຸ້ນໃໝ່ລ່າສຸດໃນໄວໆນີ້.

ຫົວເຫວີຍໄດ້ລົງທຶນຢ່າງມະຫາສານ ທີ່ຈະຂື້ນສິດທິບັດໃໝ່ໆ ເພື່ອຈະແຂ່ງຂັນກັບ ຊຳຊຸງ ແລະ ແອບໂປ້ ໃນຕະຫຼາດໂລກ, ໃນປີີທີ່ຜ່ານມາ, ຫົວເຫວີຍໄດ້ໃຊ້ໄປເຖີງ 9ຕື້ ໂດລາສະຫະລັດ ໃນວຽກງານຄົ້ນຄວ້າແລະພັດທະນາ, ເຊີ່ງຫຼາຍກວ່າ ບໍລິສັດ ແອບໂປ້ ທີ່ ລົງທືນ 8,1 ຕື້ໂດລາສະຫະລັດ ແລະ ໜ້ອຍກ່ວາຊຳຊຸງ ທີ່ ລົງທືນ 12,5 ຕື້ໂດລາສະຫະລັດ.

ໃນຂະນະທີ່ຫົວເຫວີຍ ກຳລັງຊອກຫາຜູ້ຊື້ໃນຫຼາຍໆ ພາກສ່ວນທົ່ວໂລກ, ແຕ່ເຮົາມີສັດສ່ວນທີ່ນ້ອຍຫຼາຍໃນຕະຫຼາດອາເມລິກາ.

ອຸປະກອນເຄືອຂ່າຍໂທລະຄົມມະນາຄົມຂອງຫົວເຫວີຍ ເຊັ່ນ ຖານເສົາ ແລະ ຕົວສົ່ງສັນຍານ ແມ່ນໄດ້ຖືກສັ່ງຫ້າມບໍ່ໃຫ້ຕິດຕັ້ງໃນອາເມລິກາ ຕັ້ງແຕ່ 2012 ເປັນຕົ້ນມາ, ໂດຍການລາຍງານຂອງສະພາແຫ່ງຊາດຂອງອາເມລິກາ ໄດ້ແນະນຳໃຫ້ທຸກເຄືອຂ່າຍໂທລະສັບ ຫຼີກລຽງການນຳໃຊ້ອຸປະກອນຂອງຫົວເຫວີຍ ໂດຍມີຄວາມກັງວົນວ່າ ອຸປະກອນດັ່ງກ່າວຈະຖຶກນຳໃຊ້ໄວ້ສອດແນມ ພົນລະເມືອງອາເມລິກາ ຈາກ ເມືອງ ປັກກິ່ງ. ຫົວເຫວີຍເອງ ກໍ່ໄດ້ກ່າວປະຕິເສດ ຂໍ້ກ່າວຫາດັ່ງກ່າວຕະຫຼອດມາ.

ຢູ່ປະເທດຈີນ, ຫົວເຫວີຍ ແລະ ຜູ້ຜະລິດສະມາດໂຟນອື່ນໆ ແມ່ນໄດ້ປະເຊີນກັບການຂະຫຍາຍຕົວທີ່ຊ້າລົງ ເພາະຕະຫຼາດຮອດຈຸດອີ່ມຕົວແລ້ວ. ໃນປີທີ່ຜ່ານມາ ການຈັດຈຳໜ່າຍສະມາດໂຟນແມ່ນເພີ່ມຂື້ນພຽງແຕ່ 2.5%, ທຽບໃສ່ປີ 2013 ແມ່ນ ເພີ່້່ມຂື້ນເຖີງ 63%. ຂໍ້ມູນອ້າງອີງຈາກບໍລິສັດ ວິໄຈການຕະຫຼາດ International Data Corp.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...