ອາກຊັງຕິນ ຖະຫລົ່ມ ອາເມລິກາ ໃນບານເຕະໂຄປາ ອາເມລິກາ

ການແຂ່ງຂັນບານເຕະ​ໂຄ​ປາ ອາເມລິ​ກາ 2016 ຮອບ​ຮອງ​ຊະນະ​ເລີດ ສະ​ຫະລັດ​ອາເມລິ​ກາ ພົບ​ກັບ ອາກຊັງຕິນ ເກມ​ນັດນີ້​ໄຊ​ຊະນະ​ຕົກ​ເປັນ​ຂອງ​ທີມ “ຟ້າ-ຂາວ” ທີ່​​ໄລ່​ຖະ​ຫລົ່ມ​ເຈົ້າ​ພາບ ສະ​ຫະລັດ​ອາ​ເມ​ລິ​ກາ ໄປ​ແບບ​ບໍ່​ໄວ້​ໜ້າ 4-0 ປະຕູໂດຍ​ໄດ້​ປະ​ຕູ​ຈາກ ເອ​ເຊ​ເກລ ລາ​ເວ​ຊ​ຊີ່ ນາທີທີ່ 3

128454-20160622103423611455

ສ່ວນ​ລູກ​ທີ່​ສອງ​ໄດ້​ຈາກ​ຟຣິີຄິກ​ສຸດ​ງາມ​ຂອງ ລິ​ໂອ​ເນລ ເມດ​ຊີ່ ນາທີ 32 ແລະ​ປະ​ຕູ​ດັ່ງ​ກ່າວ​ຖື​ເປັນ​ການເຮັດໃຫ້​ລາວສ້າງ​ປະຫວັດສາດ​ເປັນ​ນັກ​ເຕະ​ອາກຊັງຕິນ​ທີ່​ຍິງ​ປະ​ຕູ​ຫລາຍ​ທີ່ສຸດ​ຂອງ​ປະເທດ​ແຊງ​ໜ້າ ກາ​ບຼຽວ ບາ​ຕິດ​ຕູ​ຕ້າ ດາວ​ຍິງ​ລະ​ດັບ​ຕຳ​ນານ​ຂອງ​ທີມ​ຢູ່​ທີ່ 55 ປະ​ຕູ​ນຳອີກ

128454-20160622103423611072

ແລະລູກ​ສຸດ​ທ້າຍ​ເປັນ​ທາງ ກອນ​ຊາ​ໂລ່ ອິ​ກວາ​ອິນ ທີ່​ເໝົາ​ສອງ​ປະ​ຕູ ນາທີ 50, ນາທີ 86 ຊ່ວຍ​ໃຫ້ ອາກຊັງຕິນ ຖະ​ຫລົ່ມ ສະ​ຫະລັດ​ອາ​ເມ​ລິ​ກາ 4-0 ປະຕູຜ່ານ​ເຂົ້າ​ສູ່​ຮອບ​ຊິງ​ຊະນະ​ເລີດ 3 ປີ​ຊ້ອນ ພ້ອມ​ກັບ​ມີ​ລຸ້ນ​ຄວ້າ​ແຊມປ໌​ຫລັງ​ຈາກ​ທີ່​ຫ່າງ​ຫາຍ​ໄປ​ດົນ​ກວ່າ 23 ປີ

128454-20160622103423611329