ສາທະລະລັດເຊັກຕົກຮອບສ່ວນທາງຕວກກີລຸ້ນອັນດັບ 3 ທີ່ດີທີ່ສຸດ

LENS, FRANCE - JUNE 21: Petr Cech of the Czech Republic looks at the ball in the back of the net after Turkey's first goal during the UEFA EURO 2016 Group D match between Czech Republic and Turkey at Stade Bollaert-Delelis on June 21, 2016 in Lens, France. (Photo by Mike Hewitt/Getty Images)

ຜົນການແຂ່ງຂັນບານເຕະເອີໂຣ 2016​ ສາທາລະນະ​ລັດ​ເຊັກ ພົບກັບ ຕວກກີ ໃນເວລາ 02:00 ໂມງ ທີ່ຜ່ານມາ

541956980

ເປີດ​ເກມ​ມາ​ 5 ນາ​ທີ ສາທາລະນະ​ລັດ​ເຊັກ ໄດ້​ໂອ​ກາດ​ກ່ອນ ໂທ​ມັດ ເນ​ຊິດ ຜ່ານ​ບານ​ໃຫ້ ວະ​ລາ​ດິ​ເມຍ ດາ​ລິ​ດ້າ ໄດ້​ຍິງແຕ່​ບານ​ຫລຸດ​ປະຕູ​ອອກ​ໄປ
ນາ​ທີ​ທີ່ 10 ທີມ ໄກ່​ງວງ ເປັນ​ຝ່າຍ​ອອກ​ນຳ ເອັມ​ເລ່ ມໍ ສະ​ປີດ​ຈາກ​ກາ​ງສະຫ​ນາມ​ແລ້ວ​ຜ່ານ​ເຂົ້າໄປ​ໃນ​ເຂດ​ໂທດ ບູ​ລັກ ຍິນ​ມາ​ຊ ແລ່ນໜີ​ຕົວ​ປະ​ກົບ​ມາ​ຍິງ​ດ້ວຍ​ຂວາ​ແບບ​ບໍ່​ຕ້ອງ​ຈັບ​ສຽບ​ເສົາ​ແຮກ​ເຂົ້າໄປ ຕວກກີ ອອກ​ນຳ 1-0 ປະຕູ
ສາທາລະນະ​ລັດ​ເຊັກ ຍັງ​​​ບຸກ​ໄດ້​ຕໍ່​ເນື່ອງ ນາ​ທີ​ທີ່ 36 ຢາ​ໂລດ​ລາ​ຟ ພາ​ຊິນ ຍິງໄກ​ດ້ວຍ​ຊ້າຍ​ບານ​​ສຽບ​ກ້ອງ​ຄານ​ຢູ່​ແລ້ວ ແຕ່ ໂວນ​ຄານ ບາ​ບາ​ຄານ ໂດດປັດ​ຂ້າມ​ຄານ​ອອກ​ໄປ​ໄດ້
ໝົດ​​ເວລາທຳອິດ​ ສາທາລະນະ​ລັດ​ເຊັກ ທີ່​ຄອງ​ເກມ​ບຸກ​ໄດ້​ເໜືອ​ກວ່າ​ເປັນ​ຝ່າຍ​ຕາມ​ຫລັງ ຕວກກີ ຢູ່ 0-1 ປະຕູ


ກັບ​ມາ​ຫລິ້ນ​ຕໍ່ເຄີ່ງເວລາທີ 2 ນາ​ທີ​ທີ່ 65 ເຊລຊຸກ ອີ​ນານ ເປີດ​ຍາວ​ເຂົ້າໄປ​ໜ້າ​ປະ​ຕູ​ບານ​ໄປ​ຕົກ​ໃສ່ ເມເມັດ ໂທ​ປານ ໄຫລ​ຄືນ​ໃຫ້ ໂອ​ຊາລ ຕູ​ຟານ ແລ່ນເຂົ້າ​ຍິງ​ດ້ວຍ​ຂວາບ​ານ​​ສຽບ​ເສົາ​ແຮກ​ເຂົ້າໄປ​ແບບ​ເດັດ​ຂາດ ຕວກກີ ໜີ​ຫ່າງ 2-0 ປະຕູ


ສາທາລະນະ​ລັດ​ເຊັກ ຍັງ​ຄອງ​ເກມ​ບຸກ​ຕໍ່​ເນື່ອງ ນາ​ທີ​ທີ່ 84 ວະ​ລາ​ດິ​ເມຍ ດາ​ລິ​ດ້າ ​ຊິບ​ໃນ​ເຂດ​ໂທດ ບານ​​ຍ້ອຍ​ຈະ​ສຽບ​ສາມ​ຫລ່ຽມ​ຢູ່​ແລ້ວ ແຕ່ ໂວນ​ຄານ ບາ​ບາ​ຄານ ຍັງ​ໄວ​ໂດດ​ປັດ​ອອກ​ຫລັງ​ໄວ້​ໄດ້
ຈົບ​ເກມ ຕວກກີ ເປັນ​ຝ່າຍ​ເອົາ​ຊະນະ ສາທາລະນະ​ລັດ​ເຊັກ 2-0 ປະຕູເກັບ​ສາມ​ຄະແນນ​ສຳຄັນ ເຮັດໃຫ້​ຍັງມີ​ລຸ້ນ​ຜ່ານ​ເຂົ້າ​ຮອບ ດ້ວຍ​ອັນ​ດັບ​ສາມ​ທີ່​ດີ​ທີ່ສຸດ ໂດຍ​ຈະ​ຕ້ອງ​ໄປ​ວັດ​ກັບ​ກຸ່ມ​ອື່ນໆ ຂະນະ​ທີ່ ສາທາລະນະ​ລັດ​ເຊັກ ຕົ​ກຮອບ​ແນ່ນອນ​ແລ້ວ