Homeຂ່າວພາຍ​ໃນແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

Published on

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ ປອ. ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ.

ກອງປະຊຸມ ໄດ້ດຳເນີນມາເປັນເວລາ 4 ວັນ ນັບແຕ່ວັນທີ 10 ຫາ 13 ພະຈິກ 2026 ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳ ຄັນເຊັ່ນ : ໄດ້ພິຈາລະນາ, ຮັບຮອງເອົາບົດລາຍງານຂອງຄະນະກຳມະການປົກຄອງນະຄອນຫຼວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫຼວງວຽງຈັນ, ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ໂດຍສະເພາະແມ່ນການສ້າງແຜນປະຕິບັດງານ ແລະ ໂຄງການ ຢູ່ນະຄອນຫຼວງວຽງຈັນ, ໄດ້ພິຈາລະນາ, ຮັບຮອງເອົາ ແຜນຜັງເທດສະບານ ເມືອງນາຊາຍທອງເມືອງ ຫາດຊາຍຟອງ ແລະ ເມືອງປາກງື່ມ, ໄດ້ຮັບຟັງການລາຍງານຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງວຽງຈັນ ຈໍານວນ 3 ບັນຫາຄື : ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດ ແຜນຍຸດທະສາດການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ, ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ຄລສພ,ລົງວັນທີ 07 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາຂອງພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ຂົງເຂດຊັບພະຍາກອນທໍາມະຊາດ; ລາຍງານກ່ຽວກັບສະພາບການສຶກສາ ຕິດພັນກັບບັນຫາການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ຊັ້ນມັດທະຍົມ ແລະ ບັນຫາການຂາດແຄນຄູສອນຢູ່ ເມືອງສັງທອງ ແລະ ເມືອງປາກງື່ມ.

 

ພ້ອມນີ້ ກອງປະຊຸມ ຍັງໄດ້ພິຈາລະນາ, ຮັບຮອງເອົານິຕິກຳສ້າງໃໝ່ ຂອງນະຄອນຫຼວງວຽງຈັນ ຈໍານວນ 3 ສະບັບຄື: ຮ່າງຂໍ້ຕົກລົງ ວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາພັດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາພັກເຊົາ ຢູ່ ນະຄອນຫຼວງວຽງຈັນ,ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດລົດ ໃນຕົວເມືອງນະຄອນຫຼວງວຽງຈັນ; ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ. ໄດ້ພິຈາລະນາ, ຮັບຮອງ ເອົານິຕິກໍາສະບັບປັບປຸງ ຈໍານວນ 2 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ (ສະບັບປັບປຸງ); ຂໍ້ຕົກລົງ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ (ສະບັບປັບປຸງ) ແລະ ວຽກງານອື່ນໆ.

ໃນຕະຫຼອດໄລຍະການດໍາເນີນກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມໄດ້ຮັບສາຍດ່ວນຈາກປະຊາຊົນທັງໝົດ ຈໍານວນ 52 ສາຍ, ສາມາດສັງລວມຄໍາສະເໜີ ຈໍານວນ 61 ຂໍ້, ເຊິ່ງປະກອບມີບັນຫາພົ້ນເດັ່ນຄື: ບັນຫາທີ່ດິນ ແລະ ການຊົດເຊີຍ, ບັນຫາສິ່ງແວດລ້ອມ ແລະ ການຂຸດຄົ້ນ, ບັນຫາພື້ນຖານໂຄງລ່າງ ແລະ ການຄຸ້ມຄອງຕົວເມືອງ, ບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ບັນຫາການຄຸ້ມຄອງເສດຖະກິດ ແລະ ບໍລິການລັດ, ບັນຫາຍຸຕິທຳ ແລະ ລະບຽບກົດໝາຍ ພ້ອມນີ້ ກໍໄດ້ນໍາສົ່ງໃຫ້ ຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ກໍຄື ຄະນະຮັບຜິດຊອບ ໄດ້ນໍາໄປຄົ້ນຄວ້າ, ແກ້ໄຂ ຫຼື ຫາກບັນຫາໃດໄດ້ຮັບການແກ້ໄຂແລ້ວ ກໍສະເໜີໃຫ້ມີການຊີ້ແຈງໃຫ້ຄວາມກະຈ່າງ.

ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 5 ຄັ້ງນີ້ ແມ່ນໝາກຜົນແຫ່ງການສຸມສະຕິປັນຍາຮ່ວມກັນ.

ທີ່ມາ: Vte9 Channel

 

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...