ວັນທີ 5 ພະຈິກ 2026 ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ OAC ລະດັບພາກພື້ນ ຄັ້ງປະຖົມມະເລີກ ເຊິ່ງຈັດຂຶ້ນໃນວັນທີ 5 ພະຈິກ 2026 ຢູ່ທີ່ ນະຄອນໂຮ່ຈີມິນ ສສ ຫວຽດນາມ, ໂດຍເປັນການເຕົ້າໂຮມບັນດາຜູ້ຊ່ຽວຊານດ້ານການສ້າງແບຣນ ແລະ ການສື່ສານຈາກທົ່ວອາຊີ ເພື່ອຮ່ວມກັນພິຈາລະນາ ແລະ ສຳຫຼວດອິດທິພົນທີ່ເພີ່ມຂຶ້ນຂອງປັນຍາປະດິດ (AI) ຕໍ່ກັບອຸດສາຫະກຳດັ່ງກ່າວ.
ຕົວແທນຂອງ ສປປ ລາວ ທີ່ເຂົ້າຮ່ວມໃນຄັ້ງນີ້ ນຳໂດຍ ທ່ານ ອາດິຕະ ກິດຕິຄຸນ ຮຸ້ນສ່ວນໃຫຍ່ ຈາກບໍລິສັດ ອາດີເຄ ກຣຸບ, ເຊິ່ງເປັນການສ້າງສາຍພົວພັນໃໝ່ລະຫວ່າງອຸດສາຫະກຳດ້ານການຕະຫຼາດ ແລະ ການສື່ສານຂອງປະເທດລາວ ກັບເຄືອຂ່າຍບໍລິສັດຕົວແທນ ຫຼື ເອເຈນຊີ ອິດສະຫຼະລະດັບພາກພື້ນທີ່ກວ້າງຂວາງຍິ່ງຂຶ້ນ.

ເຄືອຂ່າຍ OAC ໄດ້ເຮັດໜ້າທີ່ເຊື່ອມຕໍ່ບັນດາບໍລິສັດຕົວແທນທີ່ມີຮາກຖານໝັ້ນຄົງໃນແຕ່ລະທ້ອງຖິ່ນທົ່ວອາຊີເຂົ້າຮ່ວມກັນ, ໂດຍເປີດໂອກາດໃຫ້ສະມາຊິກຍັງຄົງຮັກສາຄວາມເປັນອິດສະຫຼະໃນການດຳເນີນງານ ແລະ ຄວາມຊ່ຽວຊານສະເພາະຕະຫຼາດຂອງຕົນເອງໄວ້ໄດ້ ພ້ອມທັງຮ່ວມມືກັນໃນໂຄງການແບບຂ້າມປະເທດ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າລະດັບນານາຊາດ.
ແນວທາງການດຳເນີນງານຂອງເຄືອຂ່າຍ ໄດ້ສະທ້ອນໃຫ້ເຫັນເຖິງຄວາມສຳຄັນທີ່ເພີ່ມຂຶ້ນຂອງການປະສົມປະສານການເຂົ້າເຖິງລະດັບພາກພື້ນ ເຂົ້າກັບຄວາມເຂົ້າໃຈໃນແຕ່ລະຕະຫຼາດຢ່າງເລິກເຊິ່ງ, ໂດຍສະເພາະໃນຍຸກທີ່ພາກທຸລະກິດຕ່າງໆ ກຳລັງຊອກຫາວິທີສ້າງການມີສ່ວນຮ່ວມກັບກຸ່ມເປົ້າໝາຍທ່າມກາງສະພາບແວດລ້ອມທາງວັດທະນະທຳ ແລະ ພາສາທີ່ແຕກຕ່າງກັນ.
ນອກຈາກນີ້, ພາຍໃນກອງປະຊຸມກໍໄດ້ແລກປ່ຽນປະສົບການ ແລະ ການສົນທະນາທີ່ເລິກເຊິ່ງກ່ຽວກັບ AI & GEO (Generative Engine Optimization) ເຊິ່ງເປັນ AI Gatekeeper ໂຕໃໝ່ທີ່ຈະເຂົ້າມາມີບົດບາດສຳຄັນໃນການຄົ້ນຫາຂໍ້ມູນ ແລະ ການວາງກົນລະຍຸດຂອງແບຣນໃນອະນາຄົດ.

ອີກໜຶ່ງຫົວຂໍ້ສຳຄັນແມ່ນຄວາມທ້າທາຍໃນການພັດທະນາຍຸດທະສາດການສື່ສານໃຫ້ກວມລວມຕະຫຼາດທີ່ຫຼາກຫຼາຍຂອງອາຊີ. ເຖິງວ່າພາກທຸລະກິດຈະສະແຫວງຫາການເຂົ້າເຖິງລະດັບພາກພື້ນຫຼາຍຂຶ້ນ, ແຕ່ໃນການປະຊຸມໄດ້ເນັ້ນຢ້ຳວ່າ ການສື່ສານທີ່ປະສົບຜົນສຳເລັດ ບໍ່ສາມາດອາໄສພຽງແຕ່ການແປຂໍ້ຄວາມ ຫຼື ການນຳໃຊ້ຍຸດທະສາດຮູບແບບດຽວກັນໄປທົ່ວທຸກປະເທດໄດ້.
ພາສາ, ບໍລິບົດອ້າງອີງທາງວັດທະນະທຳ, ສະພາບແວດລ້ອມຂອງສື່, ພຶດຕິກຳຜູ້ບໍລິໂພກ ແລະ ຄວາມຄາດຫວັງຂອງຜູ້ມີສ່ວນໄດ້ສ່ວນເສຍ ລ້ວນມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍໃນແຕ່ລະພາກພື້ນ.
ດັ່ງນັ້ນ, ສຳລັບແບຣນລະດັບນານາຊາດທີ່ດຳເນີນທຸລະກິດໃນຫຼາກຫຼາຍຕະຫຼາດ ຈຶ່ງຈຳເປັນຕ້ອງສ້າງຄວາມສົມດຸນລະຫວ່າງ ຄວາມສະໝ່ຳສະເໝີທີ່ເປັນເອກະພາບໃນລະດັບພາກພື້ນ ກັບຄວາມຮູ້ ແລະ ຄວາມເຂົ້າໃຈທາງວັດທະນະທຳ ໃນແຕ່ລະທ້ອງຖິ່ນ.

ສຳລັບ ອາດີເຄ ກຣຸບ, ຈຸດດັ່ງກ່າວ ເປັນປະສົບການອັນໂດດເດັ່ນຂອງບໍລິສັດທີ່ໄດ້ເຮັດວຽກຢູ່ໃນຂະແໜງສື່ມວນຊົນ ແລະ ດິຈິຕອນຂອງປະເທດລາວທີ່ກຳລັງພັດທະນາຢ່າງຕໍ່ເນື່ອງ ເຊິ່ງເປັນການສ້າງການປະກອບສ່ວນອັນໂດດເດັ່ນໃຫ້ແກ່ເຄືອຂ່າຍ OAC.
ທ່ານ ອາດິຕະ ກິດຕິຄຸນ ໄດ້ຍົກຕົວຢ່າງປະສົບການຂອງປະເທດລາວກ່ຽວກັບສື່ສັງຄົມອອນລາຍ ເພື່ອສະແດງໃຫ້ເຫັນວ່າ ເທັກໂນໂລຢີສາມາດປັບປ່ຽນໂຄງສ້າງລະບົບນິເວດຂໍ້ມູນຂ່າວສານທັງໝົດໄດ້ຢ່າງເລິກເຊິ່ງເຖິງຮາກຖານ. ສຳລັບຜູ້ຄົນຈຳນວນຫຼາຍ, ເຟສບຸກ (Facebook) ບໍ່ໄດ້ເປັນພຽງເຄືອຂ່າຍສັງຄົມອອນລາຍເທົ່ານັ້ນ, ແຕ່ຍັງກາຍເປັນປະຕູຫຼັກທີ່ຜູ້ຄົນໃຊ້ເຂົ້າເຖິງຂ່າວສານ, ຂໍ້ມູນ, ທຸລະກິດ ແລະ ການສົນທະນາແລກປ່ຽນຄວາມຄິດເຫັນໃນພື້ນທີ່ສາທາລະນະ.
ທ່ານ ອາດິຕະ ກ່າວວ່າ ອາດີເຄ ກຣຸບ ຫວັງຈະໄດ້ນຳມຸມມອງເຫຼົ່ານີ້ມາແບ່ງປັນໃຫ້ແກ່ເຄືອຂ່າຍ OAC ຄຽງຄູ່ໄປກັບການຮຽນຮູ້ຈາກປະສົບການທີ່ຫຼາກຫຼາຍຂອງພັນທະມິດທົ່ວພາກພື້ນອາຊີ.

ຜ່ານເຄືອຂ່າຍ OAC, ບໍລິສັດ ອາດີເຄ ກຣຸບ ຈະໄດ້ເຊື່ອມຕໍ່ກັບພັນທະມິດບໍລິສັດຕົວແທນອິດສະຫຼະທົ່ວພາກພື້ນອາຊີ, ສ້າງໂອກາດໃນການຮ່ວມມືດຳເນີນແຜນກິດຈະກຳ ຫຼື ແຄມເປນລະດັບນານາຊາດ, ແລກປ່ຽນຄວາມຊ່ຽວຊານໃນອຸດສາຫະກຳ ແລະ ສະໜັບສະໜູນລູກຄ້າທີ່ຕ້ອງການຂະຫຍາຍທຸລະກິດ ແລະ ເຂົ້າເຖິງຕະຫຼາດທີ່ຫຼາກຫຼາຍໃນອາຊີ.
ການເຂົ້າເປັນສະມາຊິກໃນຄັ້ງນີ້ ຍັງເປັນການເປີດຊ່ອງທາງໃຫ້ພາກທຸລະກິດ ແລະ ອົງກອນຂອງປະເທດລາວ ສາມາດເຂົ້າເຖິງຄວາມຊ່ຽວຊານລະດັບພາກພື້ນ, ພ້ອມດຽວກັນນັ້ນ ກໍຊ່ວຍໃຫ້ບໍລິສັດລະດັບນານາຊາດສາມາດນຳໃຊ້ອົງຄວາມຮູ້ທີ່ເລິກເຊິ່ງໃນທ້ອງຖິ່ນ, ປະສົບການດ້ານສື່ ແລະ ຂີດຄວາມສາມາດດ້ານການສື່ສານຂອງ RDK Group ເຂົ້າໃນການສ້າງການມີສ່ວນຮ່ວມກັບກຸ່ມເປົ້າໝາຍຢູ່ປະເທດລາວ.
ສຳລັບປະເທດລາວ, ການເຂົ້າຮ່ວມເຄືອຂ່າຍນີ້ ຖືເປັນອີກໜຶ່ງການເຊື່ອມຕໍ່ເຂົ້າສູ່ອຸດສາຫະກຳການສື່ສານແຫ່ງອາຊີທີ່ເຊື່ອມຕໍ່ເຂົ້າຫາກັນຫຼາຍຂຶ້ນເລື້ອຍໆ, ເຊິ່ງການຮ່ວມມືລະດັບນານາຊາດ ແລະ ຄວາມຊ່ຽວຊານສະເພາະພື້ນທີ່ ຈະຍັງຄົງເປັນຫົວໃຈສຳຄັນໃຫ້ແກ່ພາກທຸລະກິດໃນການສ້າງແບຣນ ແລະ ເຂົ້າເຖິງກຸ່ມຜູ້ບໍລິໂພກ.

