spot_img
Home​ຂ່າວທ່ອງທ່ຽວ10 ສະຖານທີ່ທ່ຽວຕ້ອງໄປກ່ອນຈະຫາຍໄປຈາກແຜນທີ່ໂລກ!

10 ສະຖານທີ່ທ່ຽວຕ້ອງໄປກ່ອນຈະຫາຍໄປຈາກແຜນທີ່ໂລກ!

Published on

ທ່ອງທ່ຽວຕ່າງແດນ ວັນນີ້ເຮົາຈະໄປທ່ຽວ 10 ສະຖານທີ່ທ່ຽວທີ່ງາມທີ່ສຸດຂອງໂລກແຕ່ອີກບໍ່ຮອດ 50-100ປີ ຂ້າງໜ້າ ບັນດາສະຖານທີ່ເຫຼົານີ້ກໍ່ຈະຫາຍໄປຈາກແຜນທີ່ໂລກ ຖ້າໃຜມີໂອກາດ ແລະ ເງື່ອນໄຂດີໆໃນການໄປທ່ຽວຊົມສະຖານທີ່ເຫຼົ່ານີ້ໄປຕອນນີ້ຍັງໄປທັນ.

1. ໝູ່ເກາະກາລາປາກອສ໌ (Galapagos Islands) ປະເທດເອກວາດໍຣ 

89-8

ໝູ່ເກາະທີ່ຕັ້ງຢູ່ກາງມະຫາສະໝຸດປາຊີຟິກ ມີຄວາມອຸດົມສົມບູນຫຼາຍ ແລະ ຍັງມີສັດທ້ອງຖິ່ນແປກໆ ທີ່ຫາພົບໄດ້ຍາກໃນບ້ານເຮົາ ສັດຫຼາຍໆຊະນິດມີທີ່ເກາະນີ້ເທົ່ານັ້ນ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວທົ່ວໂລກມາຢ້ຽມຢາມເກາະກາລາປາກອສ ກັນຢ່າງບໍ່ຂາດສາຍ ເມື່ອນັກທ່ອງທ່ຽວຫຼາຍຂຶ້ນ ໄດ້ເຮັດໃຫ້ລະບົບນິເວດຂອງສະະຖານທີ່ນີ້ປ່ຽນໄປ ແລະ ຖືກທຳລາຍລົງເລື່ອຍໆ ເຊິ່ງເກາະນີ້ກໍ່ຍັງຢູ່ໃນສະພາບການເຝົ້າລະວັງຢ່າງເຂັ້ມງວດ

2. ໝູ່ເກາະມັລດິຟສ໌ (Maldives) ປະເທດມັລດິຟສ໌

899-2

ມັລດິຟສ໌ ເກາະສະຫວັນທີ່ໃຜຫຼາຍໆຄົນຕ່າງໃຝ່ຝັນຢາກມາທີ່ເກາະແຫ່ງນີ້ ໃຜທີ່ເຄີຍໄປທ່ຽວທົ່ວໂລກຈະຮູ້ວ່າມັລດິຟສ໌ເປັນເກາະນ້ອຍໆຫຼາຍເກາະທີ່ຢູ່ສູງກວ່າລະດັບໜ້ານ້ຳທະເລບໍ່ເຖິງ 1 ແມັດ ເຮັດໃຫ້ສ່ຽງຕໍ່ການຈົມຫາຍໄປໃນທະເລ ເຊິ່ງມີການຄາດຄະເນວ່າເກາະແຫ່ງນີ້ອາດຈະຈົມຫາຍໄປໃນເວລາບໍ່ເຖິງ 100 ປີ

3. ແນວປະກາຣັງ ເກຣທ ແບຣິເອີຣ ຣີຟ  (Great Barrier Reef) ປະເທດອົດສະຕາລີ

great-barrier-reef

ແນວປະກາຣັງທີ່ໃຫຍ່ທີ່ສຸດໃນໂລກ ທີ່ນັກດຳນ້ຳທົ່ວໂລກໃຝ່ຝັນເຖິງ ປະກອບດ້ວຍປະກາຣັງກວ່າ 400ຊະນິດ ເປັນທີ່ຢູ່ຂອງສັດນ້ຳນານາຊະນິດ ທັງໂຫງ່ນຫີນ ແລະ ຫາຍຊາຍຂາວ ຮຽກໄດ້ວ່າເປັນສະຫວັນເທິງດິນກໍ່ວ່າໄດ້

ແຕ່ດ້ວຍພາວະໂລກຮ້ອນ ຈິ່ງມີການຄາດເດົາໄວ້ວ່າອຸນຫະພູມຈະເພີ່ມອີກ 6 ອົງສາໃນປີ 2070 ຈະສົ່ງຜົນຕໍ່ແນວປະກາຣັງ ເຊິ່ງອາດຈະເກີດຄວາມເສຍຫາຍ ແລະ ບໍ່ງົດງາມເໝືອນເດີມ

4. ເມືອງ ເວນິສ (Venice) ປະເທດອີຕາລີvenice-overview-cityview-large

ເວນີສເມືອງແຫ່ງຄອງລະບາຍນ້ຳ ຫຼາຍຄົນຄົງຈະນຶກເຫັນພາບການນັ່ງເຮືອກອນໂດລາ ລັດເລາະໄປຕາມຄອງນ້ຳຕ່າງໆ ທົ່ວເມືອງເວນິສ ເພື່ອຊື່ນຊົມກັບສະຖາປັດຕິຍະກຳທີ່ເກົ່າແກ່ ແລະ ສວຍງາມ ແຕ່ຫຼັງໆມານີ້ ເມືອງເວນິສເກີດນ້ຳຖ້ວມໜັກເລື່ອຍໆ ໂດຍເລີ່ມແຕ່ປີ 2000 ເປັນຕົ້ນມາເຖິງປັດຈຸບັນມີນ້ຳຖ້ວມກວ່າ 60 ຄັ້ງ ໃຜທີ່ມັກມົນສະເໜ່ແຫ່ງເວນິສ ແລ້ວຍັງບໍ່ໄດ້ໄປກໍ່ຟ້າວໄປເບິ່ງດ້ວຍຕາຕົນເອງກ່ອນທີ່ເມືອງນີ້ຈະກາຍເປັນເມືອງບາດານ

5. ທະເລເດດຊີ (Dead Sea) ປະເທດຈໍແດນ ແລະ ອິສຣາເອລ

coastline-dead-sea-israel_main

ເດດຊີ ທະເລສາບບໍ່ມີວັນຈົມ ໃຜທີ່ໄດ້ໄປຫຼິ້ນນ້ຳທີ່ທະເລສາບເດດຊີ ເຖິງຈະລອຍນ້ຳບໍ່ເປັນ ແຕ່ກໍ່ບໍ່ຈົມນ້ຳເດັດຂາດ ເພາະນ້ຳທະເລມີຄວາມເຄັມຫຼາຍກວ່ານ້ຳທະເລໂດຍທົ່ວໄປເຖິງ 10 ເທົ່າ ແຕ່ດ້ວຍສະພາບອາກາດທີ່ປ່ຽນໄປ ຈຳ ນວນນ້ຳຝົນຫຼຸດປະລິມານລົງຫຼາຍ ເຮັດໃຫ້ນ້ຳທະເລສາບເດດຊີຫຼຸດລົງໄປນຳ ເມື່ອຈົນໃນຊ່ວງ 40 ປີ ທີ່ຜ່ານມາ ທະເລສາບແຫ່ງນີ້ມີຄວາມກວ້າງຫຼຸດລົງຈາກເດີມ 1 ໃນ 3 ສ່ວນ ແລະ ລະດັບນ້ຳທະເລຫຼຸດລົງຈາກເດີມ 2.40 ແມັດ ອີກບໍ່ດົນນ້ຳທະເລອາດຈະແຫ້ງຈົນເຫຼືອແຕ່ດິນພື້ນທີ່ໂລ່ງກ້ວາງກໍ່ເປັນໄປໄດ້

6. ກຳແພງເມືອງຈີນ (Great Wall of China) ປະເທດຈີນ 

Great-Wall-2

ຫຼາຍຄົນກໍ່ຄົງຮູ້ດີວ່າ ກຳແພງເມືອງຈີນ ເປັນໜຶ່ງໃນສິ່ງມະຫັດສະຈັນຂອງໂລກ ທີ່ນັກທ່ອງທ່ຽວທົ່ວໂລກຕ່າງພາກັນແຫ່ໄປຢ້ຽມຊົມຈົນນັບບໍ່ຖ້ວນ ກຳແພງທີ່ຍາວທີ່ສຸດໃນໂລກແຫ່ງນີ້ຄວບຄຸມເນື້ອທີ່ຫຼາຍເຖິງ 15 ມົນທົນຂອງຈີນ ແຕ່ດ້ວຍຄວາມເກົ່າແກ່ເຖິງ 2,500ປີ ເຮັດໃຫ້ກ້ອນດິນຈີ່ທີ່ສ້າງກຳແພງເລີ່ມເສຍຫາຍໄປຕາມການເວລາ ແລະ ຫຼາຍພື້ນທີ່ກໍ່ຖືກຄົນທຸບອອກໄປເພື່ອເຮັດເປັນພື້ນທີ່ທາງກະເສດ ແລະ ນຳກ້ອນດິນຈີ່ທີ່ທຸບຈາກກຳແພງນັ້ນໄປສ້ອມແປງອາຄານບ້ານເຮືອນ ຈິ່ງເຮັດໃຫ້ກຳແພງເມືອງຈີນຖືກທຳລາຍກວ່າ 2 ໃນ 3 ສ່ວນ ຂອງທັງໝົດ ເນື່ອງຈາກກຳແພງທີ່ຍາວຫຼາຍເຮັດໃຫ້ດູແລບໍ່ທົ່ວເຖິງ

7. ມາດາກັສກາຣ໌  (Madagascar) ມະຫາສະໝຸດອິນເດຍ

madagascar-baobabs

ມາດາກັສກາຣ ເປັນທີ່ໃຫຍ່ເປັນອັນດັບ 4 ຂອງໂລກ ເປັນແຫຼ່ງຂອງພືດພັນນານາຊະນິດ ຫຼາຍຊະນິດຫາເບິ່ງບໍ່ໄດ້ຈາກບ່ອນອື່ນ ເພາະມີພຽງບ່ອນນີ້ເທົ່ານັ້ນ ແຕ່ເມື່ອປະຊາກອນເພີ່ມຂຶ້ນ ປ່າໄມ້ບ່ອນນີ້ຈິງຖືກຮຸກຮານໄປຫຼາຍ ຈາກທີ່ເຄີຍມີປ່າ 120,000 ຕາລາງແມັດ ຕອນນີ້ເຫຼືອພຽງ 20,000 ຕາລາງແມັດເທົ່ານັ້ນ ແຖມຕົວລີເມີຣທີ່ເປັນສັດປະຈຳຖິ່ນຂອງບ່ອນນີ້ ສູນພັນໄປເຖິງ 15 ສາຍພັນແລ້ວ ຄາດຄະເນວ່າບໍ່ເກີນ 35 ປີ ອາດຈະເຫຼືອໃຫ້ເຫັນແຕ່ພຽງໃນກາຕູນເທົ່ານັ້ນ

8. ທິມບັກຕູ (Timbuktu) ປະເທດມາລີ

timbuktu-002

ທິມບັກຕູ ເປັນເມືອງຈຸດສູນກາງຂອງຄາລາວານສິນຄ້າ 4 ສາຍໃນໂລກອາຫລັບ ເຊິ່ງມີເນື້ອທີ່ຕັ້ງແຕ່ສະເປນໄປຈົນເຖິງຕະເວັນອອກກາງ ເຮັດໃຫ້ກາຍເປັນສະຖານທີ່ທີ່ມີຄວາມຮັ່ງມີທີ່ສຸດຂອງໂລກແຫ່ງນີ້ ມີສີລະປະແບບອາຫລັບ-ມຸສະລິມທີ່ສວຍງາມ ແຕ່ໜ້າເສຍດາຍເພາະໃນປັດຈຸບັນນີ້ມີຄົນມຸສະລິມບາງກຸ່ມຫົວຮຸນແຮງເຂົ້າມາທຳລາຍບູຮານສະຖານແຫ່ງນີ້ເສຍຫາຍເປັນຈຳນວນຫຼາຍ ແລະ ຄາດຄະເນວ່າຖ້າຍັງເປັນແບບນີ້ອີກຕໍ່ໄປບໍ່ດົນເມືອງເກົ່າແກ່ແຫ່ງນີ້ຄົງບໍ່ເຫຼືອແຕ່ຊາກ

9. ຍອດເຂົາຄິລິມັນຈາໂຣ (Mt. Kilimanjaro) ປະເທດແທນຊາເນຍ ແລະ ເຄນຢາ

Mount-Kilimanjaro

ຍອດເຂົາຄິລິມັນຈາໂຣ ຫຼັງຄາຂອງແອຟຣິກາ ເປັນຍອດເຂົາທີ່ສູງທີ່ສຸດໃນທະວີບແອຟຣິກາ ແລະ ເປັນພູເຂົາໄຟຍອດດຽວທີ່ສູງທີ່ສຸດໃນໂລກອີກດ້ວຍ ເປັນພູເຂົາໄຟທີ່ດັບແລ້ວ ແລະ ກາຍເປັນຖານນ້ຳກ້ອນຂະໜາດໃຫຍ່ຢູ່ເທິງຍອດ ເຊິ່ງແຕກຕ່າງຈາກບໍລິເວນດ້ານລຸ່ມເພາະເປັນບັນຍາກາດແບບເຂດຮ້ອນ ແລະ ຈາກພາວະໂລກຮ້ອນເຮັດໃຫ້ຕອນນີ້ເຫຼືອນ້ຳກ້ອນເທິງຍອດເຂົາພຽງ 20% ເທົ່ານັ້ນ ແລະ ອາດຈະລະລາຍໝົດໄປໃນມໍ່ໆນີ້

10. ທັຊ໌ມາຮາລ (Taj Mahal) ປະເທດອິນເດຍ

taj_mahal_main

ອະນຸສອນແຫ່ງຄວາມຮັກນີ້ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກ ອາດເຫຼືອເວລາອີກ 5 ປີ ຈະຖືກປິດບໍ່ໃຫ້ນັກທ່ອງທ່ຽວເຂົ້າຊົມອີກຕໍ່ໄປ ເນື່ອງຈາກປະລິມານຂອງນັກທ່ອງທ່ຽວທີ່ເພີ່ມຂຶ້ນໃນແຕ່ລະປີ ປະກອບກັນບັນຫາດ້ານມົນລະພິດ ເຮັດໃຫ້ພະຣາຊະວັງຫີນອ່ອນສີຂາວນີ້ໄດ້ຮັບຜົນກະທົບໄປເຕັມໆ ແລະ ທາງການອິນເດຍຈະຄິດອອກກົດໝາຍຫ້າມນັກທ່ອງທ່ຽວເຂົ້າໄປທ່ຽວຊົມທາງໃນ ຈະອະນຸຍາດໃຫ້ຖ່າຍຮູບຈາກດ້ານໜ້າເທົ່ານັ້ນ ເພື່ອຈະອະນຸລັກຮັກສາຫີນອ່ອນແຫ່ງນີ້ໃຫ້ມີສະພາບສົມບູນທີ່ສຸດ

ທີ່ມາ: http://travel.truelife.com/detail/41626

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...