ເຢຍລະມັນຈະບໍ່ຍອມເຂົ້າຮອບເປັນອັນດັບທີ 3 ແນ່ນອນ

ການແຂ່ງຂັນບານເຕະເອີໂຣ 2016 ນັດທີ 3 ຮອບແບ່ງກຸ່ມຂອງກຸ່ມ C ເປັນການພົບກັນລະຫວ່າງ ໄອແລນເໜືອ ພົບກັບ ເຢຍລະມັນ ໃນເວລາ 23:00 ໂມງ

N.IRELAND_VS_GERMANY_2048x2048

ທັດສະນະ

ໄອແລນ​ເໜືອ ມີ 3 ຄະແນນ​ຈາກ​ການ​ຊະນະ​ອູແກຣນ 2-0 ປະຕູ ໃນນ​ເກມນັດ​ຜ່ານມາ, ແຕ່​ຖ້າ​ຊະນະ​ນັດ​ນີ້​ພວກ​ພວກເຂົາ​ຈະ​ຂະ​ຫຍັບ​ຂຶ້ນ​ໄປ​ຕິດອັບດັບທີ 2 ​ທີ່​ໄດ້​ຜ່ານ​ເຂົ້າ​ຮອບ​ຕໍ່ໄປ​ແບບ​ອັດ​ໂນ​ມັດ​ທັນ​ທີ, ສ່ວນ​ທາງດ້ານ​ ເຢຍລະມັນ ນຳ​ເປັນ​ຈ່າ​ຝູງ​ຂອງ​ກຸ່ມ​ມີ 4 ຄະແນນເທົ່າ​ກັບ​ໂປ​ໂລຍ ແຕ່​ຜົນ​ຕ່າງ​ປະ​ຕູ​ໄດ້​ເສຍ​ດີກວ່າ 1 ລູກ ເຢຍລະມັນ ​ແມ່ນ​ຈະ​ເປັນ​ຈ່າ​ຝູງ​ຂອງ​ກຸ່ມ​ແຕ່​ກໍ​ຈະ​ພາດ​ໃນ​ເກມ​ນີ້​ບໍ່​ໄດ້​ເດັດ​ຂາດ ຖ້າ​ເສຍ​ມີ​ສິດ​ຕົກ​ໄປ​ຢູ່​ທີ່ 3 ແຕ່ວ່າລະ​ດັບ​ເຢຍລະມັນ ​ຖ້າ​ຈົບ​ພຽງທີ 3 ໃນ​ຮອບ​ແຮກ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ຕ້ອງ​ຕົກຮອບ.

ເກມ​ນີ້​ສະພາບ​ທີມ​ຂອງ​ທັງ 2 ທີມ​ຖື​ວ່າ​ສົມບູນ​ເຕັມ​ທີ່​ທັງ​ຄູ່ ບໍ່​ມີ​ນັກ​ເຕະ​ເຈັບ​ຫລື​ຕິດ​ໂທດ​ແບນ ໄອ​ແລນເໜືອ​ ແລະ​ເຢຍ​ລະມັນ​ ​ເຄີຍ​ພົບ​ກັນ​ມາ​ກ່ອນ​ໜ້າ​ນີ້ 14 ເກມ​ທຸກ​ລາຍ​ການ ເຢຍລະມັນ ເຮັດ​ຜົນ​ງານ​ດີກວ່າ​ຊັດເຈນ ຊະນະ​ໄປ​ໄດ້​ເຖິງ 8 ນັດ ໄອແລນ​ເໜືອ ​ຊະນະ​ພຽງ 2 ເທື່ອ​ເທົ່າ​ນັ້ນ ທຽບ​ຜົນ​ງານ​ທຽບ​ຕົວ​ນັກ​ເຕະ ເຢຍລະມັນ​ ດີກວ່າ​ໄອແລນເໜື ຫລາຍສົມຄວນ, ນັດ​ນີ້​ທີມ​ອິນຊີເຫລັກ​ຍັງ​ຕ້ອງ​ເນັ້ນ​ຜົນ​ການ​ແຂ່ງ​ຂັນ ເບິ່ງ​ແລ້ວ​ກໍ​ໜ້າ​ຈະ​ຈັດ​ທັບ​ແບບ​ເຕັມ​ສູບ ແລະ​ກໍ​ໜ້າ​ຈະ​ເຮັດ​ຜົນ​ງານ​ໄດ້​ດີ​ສົມ​ກັບ​ທີ່​ຖືກ​ຍົກ​ໃຫ້​ເໜືອ​ກວ່າ