Homeມູມໄອທີລາວຫຼຸດຮູບໂຕເຄື່ອງ Vivo X7 ພ້ອມຢືນຢັນສະເປັກ ກ່ອນເປີດໂຕວັນທີ 30 ມິຖຸນານີ້

ຫຼຸດຮູບໂຕເຄື່ອງ Vivo X7 ພ້ອມຢືນຢັນສະເປັກ ກ່ອນເປີດໂຕວັນທີ 30 ມິຖຸນານີ້

Published on

ກ່ອນທີ່ຈະເວົ້າເຖິງຮູບຫຼຸດໂຕເຄື່ອງ Vivo X7 ເຮົາມາເວົ້າເຖິງບັດເຊີນຮ່ວມງານເປີດໂຕກັນກ່ອນ ໂດຍກ່ອນໜ້ານີ້ແມ່ນທາງ Vivo ໄດ້ປ່ອຍພາບບັດເຊີນດັ່ງກ່າວອອກມາ ເຊິ່ງຈະຈັດຂຶ້ນໃນວັນທີ 30 ມິຖຸນາທີ່ຈະມາຮອດນີ້ ຢູ່ທີ່ປັກກິ່ງ ເວລາ 19:30, ໂດຍຈະເປີດໂຕ 2 ລຸ້ນໄດ້ແກ່ Vivo X7 ແລະ X7 Plus.

image

ໃນມື້ນີ້ເອງເຮົາກໍມີຮູບຫຼຸດຂອງ Vivo X7 ພ້ອມກັບລາຍລະອຽດສະເປັກຕ່າງໆມາຝາກ

image

ຈາກຮູບດ້ານເທິງເຮົາຈະເຫັນໄດ້ວ່າໂຕເຄື່ອງແມ່ນມີເຊັນເຊີ້ສະແກນນິ້ວມືຢູ່ທີ່ປຸ່ມໂຮມດ້ານໜ້າ ແລະເບິ່ງຄືວ່າຈະເປັນປຸ່ມແບບກົດ ຕ່າງຈາກຮູບທີ່ຫຼຸດອອກມາກ່ອນໜ້ານີ້ທີ່ເປັນປຸ່ມແບບສຳຜັດ.

ສ່ວນດ້ານຂອງສະເປັນແມ່ນໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Snapdragon 652 ຄວາມແຮງຢູ່ທີ່ 1.8GHz ພ້ອມກັບ RAM 4GB. ໂຕເຄື່ອງແມ່ນໃຊ້ງານລະບົບ Funtouch OS 2.5.1 ທີ່ມີພື້ນຖານມາຈາກ Android 5.1.1 (ຖືວ່າເກົ່າແລ້ວເພາະ V3 Max ທີ່ວາງຂາຍໃນຕອນນີ້ກໍໃຊ້ Android 5.1.1 ຄືກັນ). ແຕ່ກໍຫວັງວ່າພາຍໃນງານດັ່ງກ່າວຈະມີການປະກາດກ່ຽວກັບເລື່ອງອັບເກຣດຊ໋ອບແວຣ໌ເປັນ Android 6 Marshmellow.

ຢ່າງໃດກໍຕາມເຮົາກໍຕ້ອງມາຖ້າສະຫຼຸບກັນໃນມື້ເປີດໂຕຢ່າງເປັນທາງການວັນທີ 30 ທີ່ຈະມາຮອດນີ້ນຳກັນ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...