spot_img
Homeປະເພນີ-ວັດທະນະທຳທຳຄວາມຮູ້ຈັກ ເຜົ່າຕອງເຫຼືອງ

ທຳຄວາມຮູ້ຈັກ ເຜົ່າຕອງເຫຼືອງ

Published on

ເຜົ່າ​ຕອງ­ເຫຼືອງ ແມ່ນ​ກຸ່ມຄົນ​ໜຶ່ງ​ທີ່​ກຳ­ເນີດ ແລະ​ຕິດ​ພັນ​ກັບ​ທຳ​ມະ​ຊາດ​ມາ​ແຕ່​ດົນ​ນານ​ແລ້ວອາ­ໄສ​ເອົາ​ປ່າ­ດົງ​ພົງ​ໄພ​ອັນ​ກວ້າງ ໃຫຍ່​ໄພ­ສານ​ເປັນ​ບ່ອນ​ດຳ­ລົງ​ຊີ ວິດ​ໄປ​ວັນໆ

ປະ­ຈຸ​ບັນ​ກຸ່ມ​ຄົນ​ດັ່ງກ່າວ​ຍັງ​ມີ​ຢູ່​ເມືອງ​ພຽງ ​ແຂວງ​ໄຊຍະ​ບູ​ລີ ​ຈຳ­ນວນ​ໜຶ່ງ ຊຶ່ງ​ແຕ່​ລະ​ປີຊົນ­ເຜົ່າ​ນີ້​ຈະ​ອອກ​ມາ​ຮ່ວມ​ງານ ບຸນ​ກອງ​ເຂົ້າ​ໃຫຍ່​ເທົ່າ​ນັ້ນ.

ພໍ່​ຕູ້ ແປງ ເປັນ​ລ່າມ ຫຼື ຫົວ­ໜ້າ ເຜົ່າ​ຕອງ­ເຫຼືອງ ໃຫ້​ຮູ້​ວ່າ: ເຜົ່າ​ຕອງ­ເຫຼືອງ​ບໍ່​ມີ​ພາ­ສາ​ຂຽນ​ເຂົາ­ເຈົ້າ​ມີ ແຕ່​ພາ­ສາ​ເວົ້າ​ເປັນ​ຂອງ​ຕົນ​ເອງ ແລະ​ໃນ​ເມື່ອ​ກ່ອນ​ເຜົ່າ​ດັ່ງ­ກ່າວ ມີ​ປະ­ຊາ­ກອນ​ຈຳ­ນວນ​ຫຼາຍ​ພໍ​ຕົກ ມາ​ໃນ​ຍຸກ​ປະ­ຈຸ​ບັນ​ຢູ່​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ ປາ­ກົດ​ເຫັນ​ວ່າ​ມີ ພົນ­ລະ­ເມືອງ​ປະ­ມານ 10 ກວ່າ ຄົນ ສາ­ເຫດ​ຫຼັກ​ທີ່​ເຮັດ​ໃຫ້​ຫຼຸດ​ໜ້ອຍ ຖອຍ​ຫຼົງ​ອາດ​ເປັນ​ຍ້ອນ​ກຸ່ມ​ຄົນ​ດັ່ງ ກ່າວ​ບໍ່​ໄດ້​ສຸ​ຂະ​ພິ​ບານ​ຖືກ​ຕາມ​ຫຼັກ ການ​ຈິ່ງ​ເຮັດ​ໃຫ້​ຖືກ​ກະ­ທົບ ຈາກ ໄພ​ທຳ​ມາ​ຊາດ​ເຖິງ​ແກ່​ເສຍ​ຊີ­ວິດ ແນວ­ໃດ​ກໍ​ດີ ເພື່ອ​ອະ­ນຸ​ຮັກ​ເຜົ່າ​ນີ້​ໄວ້ ຫົວ­ໜ້າ​ເຜົ່າ​ຕອງ­ເຫຼືອງ​ຈະ​ພະ­ຍາ ຍາມ​ເອົາ­ໃຈ­ໃສ່​ປຸກ­ລະ­ດົມ​ແນວ ຄວາມ​ຄິດ​ຄົນ​ເຜົ່າ​ດັ່ງ­ກ່າວ​ໃຫ້ ເຂົາ­ເຈົ້າ​ຫັນ​ມາ​ດຳ­ລົງ​ຊີ­ວິດ​ຄື​ກັບ ຄົນ​ທົ່ວ​ໄປ.

ຫົວ­ໜ້າ​ເຜົ່າ​ຕອງ­ເຫຼືອງ​ເລົ່າ​ໃຫ້ ຮູ້​ອີ​ກວ່າ: ວິ­ຖີ​ການ​ດຳ­ລົງ​ຊີ​ວີດ ຂອງ​ເຜົ່າ​ດັ່ງ­ກ່າວ​ແມ່ນ​ອາ­ໄສ​ຢູ່ ຕາມ​ພູ­ຜາ​ປ່າ­ດົງ​ມາ​ແຕ່­ໃດໆ​ ເຊຶ່ງກຸ່ມ​ຄົນ​ຈຳ­ພວກ​ນີ້​ແມ່ນ​ຖື​ເອົາ​ທຳ​ມະ​ຊາດ​ເປັນ​ບ່ອນ​ເພິ່ງ​ພາ​ການ​ດຳ­ລົງ​ຊີ­ວິດ​ຄົນ​ເຜົ່າ​ຕອງ­ເຫຼືອງ​ບໍ່​ມີ​ທີ່ ປັກ​ຫຼັກ​ຖານ​ເປັນ​ຫຼັກ​ແຫຼ່ງ​ຂອງ​ຕົນ ເອງ​ເນື່ອງ​ຈາ​ກວ່າ​ພວກ​ເຂົາ­ເຈົ້າ ອິງ​ໃສ່​ໃບ​ຄໍ້, ໃບ​ຕາວ, ໃບ​ຕອງ­ກ້ວຍ ທີ່​ນຳ​ມາ​ໃຊ້​ປຸກ​ເປັນ​ຕູບ​ເພື່ອ​ລົບ ແດດ​ລົບ​ຝົນ​ໃນ​ເມື່ອ​ມັນ​ແຮ່ວ​ແຫ້ງ ແລ້ວ​ເຂົາ­ເຈົ້າ​ກໍ​ພາ­ກັນ​ເຄື່ອນ​ຍ້າຍ ໄປ​ບ່ອນ​ໃໝ່​ຢູ່​ເລື້ອຍໆ ສ່ວນ​ການ ກິນ​ຢູ່​ຂອງ​ເຂົາ­ເຈົ້າ​ແມ່ນ​ຫາ​ຂຸດ ຜັກ​ຫັກ​ນໍ່, ຂຸດ​ເຜືອກ, ຂຸດ​ມັນ ກິນ ເປັນ​ອາ­ຫານ​ເພື່ອ​ປະ​ທັງ​ຊີ­ວິດ ຂອງ​ເຂົາ­ເຈົ້າ​ໄປ​ວັນໆ.

ທີ່ມາຫົວຂໍ້: ໜັງສືພິມເສດຖະກິດ-ສັງຄົມ

ຂຽນໂດຍ ສົງການ 20 ມິຖຸນາ 2016 ວັດທະນະທຳ ບັນເທີງ

ຮູບພາບຈາກ: http://www.laopost.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...