ແຊ້ມໂລກເຢຍລະມັນບໍ່ສາມາດຍິງໂປໂລຍໄດ້ແບ່ງຄະແນນກັນ

ການແຂ່ງຂັນບານເຕະເອີໂຣ 2016 ຮອບ​ແບ່ງ​ກຸ່ມ ນັດ​ທີສອງ​ຂອງ​ກຸ່ມ C ເຢຍລະມັນ ພົບ​ກັບ ໂປ​ໂລຍ ໂດຍ​ກໍ່ການ​ແຂ່ງ​ຂັນ​ກັນ​ທີ່​ສະ​ໜາມ “ສະ​ຕ໊າ​ດ ເດີ ຟ​ລ້ອງຊ໌”

127921-20160617035120297359

ເລີ່ມ​ເກມ​ເປັນ​ທາງ ເຢຍຍລະມັນ ທີ່​ຄອງ​ບານ​ເຮັດ​ເກມ​ບຸກ​ໄດ້​ຫລາຍກວ່າ ໂປ​ໂລຍ ໃນ​ຊ່ວງ 10 ນາ​ທີ​ທຳອິດ​ຈົນ​ຜ່ານ 20 ນາ​ທີ​ທາງ ໂປ​ໂລຍ ເລີ່ມ​ຕັ້ງ​ເກມ​ຂອງ​ຕົວ​ເອງ​ໄດ້​ ເຂົ້າ​ສູ່​ຊ່ວງ​ທ້າຍເຄີ່ງເວລາທຳອິດ​​ທັງ​ສອງ​ທີມ​ຍັງ​ບໍ່​ສາມາດ​ເຮັດຫຍັງ​ກັນ​ໄດ້ ເຮັດໃຫ້​ຈົບ​ເຄີ່ງເວລາ​ທຳອິດໄປ​ບໍ່ມີປະຕູ 0-0

ເຂົ້າ​ສູ່​ເຄີ່ງເວລາທີ 2​​ ຕ່າງ​ຝ່າຍ​ຕ່າງ​ປ່ຽນ​ກັນ​ຄອງ​ເກມ​ບຸກ​ຢ່າງ​ສູ​ສີ ໂດຍ​ທີ່ ໂປ​ໂລຍ ມີ​​ໂອ​ກາດ​ລຸ້ນ​ປະ​ຕູ​ໄດ້​ດີກວ່າ ເຢຍລະມັນ ເລັກນ້ອຍ ເຂົ້າ​ສູ່​ຊ່ວງ 15 ນາ​ທີ​ສຸດ​ທ້າຍ​ເປັນ​ທາງ ເຢຍລະມັນ ທີ່​ເບິ່ງຄືດີກວ່າ ແຕ່​ກໍ​ບໍ່​ສາມາດ​ເຈາະ​ແນວ​ຮັບ​ຂອງ ໂປ​ໂລຍ ໄດ້

ຈົບ​ເກມ  ເຢຍລະມັນ ສະເໝີ​ກັບ ໂປ​ໂລຍ 0-0 ປະຕູ ແບ່ງ​ກັນ​ໄປ​ທີມ​ລະ​ໜຶ່ງ​ຄະ​ແນນ ແລະ​ເປັນ​ເກມທຳອິດ​ທີ່​ບໍ່​ສາມາດຍິງ​ເຮັດ​ປະ​ຕູ​ກັນ​ໄດ້