Homeມູມໄອທີລາວມາຍ້ອນຄວາມຫຼັງເກົ່າໆໄປກັບ Hyperkin Smart Boy ເຄດທີ່ຈະເຮັດໃຫ້ມືຖືຂອງເຮົາກາຍເປັນ Game Boy!!

ມາຍ້ອນຄວາມຫຼັງເກົ່າໆໄປກັບ Hyperkin Smart Boy ເຄດທີ່ຈະເຮັດໃຫ້ມືຖືຂອງເຮົາກາຍເປັນ Game Boy!!

Published on

ໃນຕອນທີ່ໂທລະສັບມືຖືຍັງບໍ່ມີຄວາມສາມາດຫຼາກຫຼາຍແບບໃນຍຸກປັດຈຸບັນ ຫຼືທີ່ເຮົາເອີ້ນວ່າ “ສະມາດໂຟນ”. ເຊິ່ງຕອນນັ້ນເປັນຊ່ວງທີ່ເຄື່ອງເກມຄອນໂຊນຂາຍດີ ແລະເປັນທີ່ນິຍົມກັນແພ່ຫຼາຍ ເພາະດ້ວຍກຣາບຟິກຂອງເກມໃນຍຸກນັ້ນ ບວກກັບ ການພົກພາທີ່ສະດວກສະບາຍຂອງໂຕເຄື່ອງເອງ, ໂດຍເຄື່ອງເກມທີ່ກ່າວມານີ້ກໍຄົງໜີບໍ່ພົ້ນ Game Boy ຢ່າງແນ່ນອນ. ເມື່ອຍ້ອນກັບໄປເມື່ອປີ 2015 ຈະມີຂ່າວກ່ຽວກັບເຄື່ອງເກມບອຍທີ່ໃຊ້ສຳລັບຫຼິ້ນເທິງໂທລະສັບອອກມາ ແຕ່ພັດອອກມາໃນຊ່ວງວັນ April Fools Day ຫຼືວັນຂີ້ຕົວະ ຈຶ່ງເຮັດໃຫ້ຄົນເຊື່ອວ່າເປັນພຽງຂ່າວທີ່ສ້າງຂຶ້ນມາເທົ່ານັ້ນ.

image

ແຕ່ໃນມື້ນີ້ມັນເປັນຄວາມຈິງແລ້ວ!! ໂດຍຫຼ້າສຸດນີ້ທາງບໍລິສັດ Hyperkin ກໍໄດ້ເປີດໂຕເຄື່ອງ Smart Boy ໃນງານ E3, ເຊິ່ງເປັນເຄດທີ່ຈະປ່ຽນໃຫ້ໂທລະສັບມືຖືຂອງເຮົາເປັນເຄື່ອງຫຼິ້ນເກມບອຍສະເໝືອນຈິງຂຶ້ນມາເລີຍ, ເຊິ່ງຈະຕ່າງຈາກທີ່ເຮົານຳໃຊ້ Emu ໃນການຫຼິ້ນເພາະປຸ່ມກົດແມ່ນຈະຢູ່ເທິງຈໍມືຖືເຮົາ, ແຕ່ສຳລັບເຄດ Smart Boy ແລ້ວ ແມ່ນເປັນຮາດແວຣ໌ທີ່ມີປຸ່ມກົດແທ້, ມີບ່ອນໃສ່ກະແຊັດເກມ ຫຼືເວົ້າງ່າຍວ່າເປັນເຄື່ອງເກມບອຍທີ່ໃຊ້ຈໍໂທລະສັບເປັນຈໍສະແດງຜົນແທນນັ້ນເອງ.

image

ພາຍໃນງານ E3 ເຄື່ອງທີ່ນຳມາໃຊ້ທົດສອບກັບເຄດ Hyperkin Smart Boy ແມ່ນເປັນເຄື່ອງລະບົບ Android, ແຕ່ທາງບໍລິສັດບອກວ່າລະບົບ iOS ກໍຮອງຮັບເຄດໂຕນີ້ເຊັ່ນດຽວກັນ ແລະໃຜທີ່ສົນໃຈກໍຄົງຕ້ອງອົດໃຈຖ້າເຖິງ ເດືອນທັນວ່າ ໃນທ້າຍປີນີ້ເດີ້.

ທີ່ມາ: gizmodo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...