spot_img
Home​ຂ່າວທ່ອງທ່ຽວປີ 2016 ເມືອງຫຼວງພະບາງ ຢູ່ໃນອັນດັບ 8 “ເມືອງຍອດນິຍົມ” ຂອງນັກທ່ອງທ່ຽວ

ປີ 2016 ເມືອງຫຼວງພະບາງ ຢູ່ໃນອັນດັບ 8 “ເມືອງຍອດນິຍົມ” ຂອງນັກທ່ອງທ່ຽວ

Published on

ຫຼວງພະບາງໄດ້ຖືກຄັດເລືອກໃຫ້ເປັນ “ເມືອງຍອດນິຍົມ” ຂອງນັກທ່ອງທ່ຽວ 3 ປີຊ້ອນ 2006, 2007, 2008 ຊຶ່ງຈັດໂດຍ ວາລະສານ ການທ່ອງທ່ຽວ ”Wanderlust” ຂອງປະເທດ ອັງກິດ ແລະ ລາງວັນດັ່ງກ່າວໄດ້ຕົກມາເປັນ ຂອງ ຫຼວງພະບາງ ອີກໃນປີ 2010, 2011 ແລະ 2012.

2013

ຫຼັງຈາກໃນປີ 2014 ເມືອງຫຼວງພະບາງໄດ້ຈັດຢູ່ໃນອັນດັບທີ 2 ຂອງເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ແຕ່ສຳລັບປີ 2015 ທີ່ຜ່ານມາ ຫຼວງພະບາງກໍ່ໄດ້ກັບມາເປັນອັນດັບໜຶ່ງ ແຕ່ເປັນທີ່ໜ້າເສຍດາຍ ສຳລັບປີ 2016 ເມືອງຫຼວງພະບາງຕົກມາຢູ່ອັນດັບ 8. ການຖືກເລືອກດັ່ງກ່າວເປັນຜົນມາຈາກການສໍາຫຼວດຂອງ The Wanderlust ແຫ່ງປະເທດອັງກິດເຊິ່ງເປັນວາລະສານການທ່ອງທ່ຽວຊັ້ນນໍາຂອງໂລກທີ່ໄດ້ເປີດໂອກາດ ໃຫ້ບັນດາສະມາຊິກຂອງວາລະສານໃນທົ່ວໂລກໄດ້ເລືອກເອົາເມືອງທີ່ພວກຕົນນິຍົມຊົມຊອບຫຼາຍທີ່ສຸດ.

ສຳລັບອັນດັບໜຶ່ງຂອງປີ 2016 Wanderlust Travel Awards 2016: THE WINNERS Top City ແມ່ນເມືອງ ຮອຍອານ “Hoi An” ປະເທດຫວຽດນາມ ເຊິ່ງໄດ້ຄະແນນ 98.5%, ອັນດັບ 2 ແມ່ນ ເມືອງ Tromso ປະເທດນໍເວ 98.33%, ອັນດັບ 3 ເມືອງບາການ ປະເທດມຽນມາ 96.92% ສຳລັບເມືອງຫຼວງພະບາງ ແມ່ນມີຄະແນນ 94.67% ຕົກມາຢູ່ໃນອັນດັບທີ 8 ໃນປີ 2016 ນີ້.

ທີ່ມາ: ເສດຖະກິດ-ການຄ້າ

ພາບຈາກ: www.google.co.th

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...