ຕາມຄາດ! ໂຣມານີບໍ່ສາມາດເອົາຊະນະສະວິດເຊີແລນ

ອັດເມຍ ເມເມ​ດີ້ ຊັດ​ເຕັມ​ຂໍ້​ຢ່າງ​ງາມ​ຊ່ວຍ​ໃຫ້ ສະ​ວິດ​ເຊີ​ແລນ ​ສະເໝີ ໂຣມາ​ນີ 1-1 ປະຕູແບ່ງ​ກັນ​ໄປ​ທີມ​ລະ​ 1 ຄະແນນ ​ໃນ​ບານເຕະເອີຣົບ 2016

ເລີ່ມເກມມານາ​ທີ 18 ໂຣມາ​ນີ​ ໄດ້​ຈຸດ​ໂທດ​ເມື່ອ ສະ​ເຕ​ຟານ ລິ​ຊສະໄຕ​ເນີ ໄປ​ດຶງ​ເສື້ອ​ຂອງ ອາ​ເລັກ​ຊາ​ນດຣູ ຊິບ​ຊິ​ອູ ໃນ​ເຂດ​ໂທດ​ບໍ່​ຍອມ​ປ່ອຍ ເຮັດໃຫ້ ເຊີ​ເກ ຄາ​ລາ​ເຊ​ຟ ເປົ່າ​ຟາວ​ແລະ​ຊີ້​ເປັນ​ຈຸດ​ໂທດ​ທັນ​ທີ​ກ່ອນ​ທີ່ ບັອກ​ດານ ສະ​ຕານ​ຄູ ຈະ​ຮັບ​ຫນ້າທີ່​ສັງ​ຫານ​ເຂົ້າໄປ 1-0 ປະຕູ

ຈາກນັ້ນນາ​ທີ 57 ສະ​ວິດ​ເຊີ​ແລນ ນຳຕີສະເໝີ​ຈົນ​ໄດ້​ຈາກ​ຈັງ​ຫວະ​ເຕະ​ມຸມ​ແລ້ວ ໂຍ​ຮັນ ຊູ​ລູ ໂໝ່ງ​ບານ​ໃຫ້ ອັດເມຍ ເມເມ​ດີ້ ຍິງ​ດ້ວຍ​ຊ້າຍ​ເຕັມ​ຂໍ້​ທາງ​ດ້ານ​ຊ້າ​ຍ​​ຜ່ານ​ມື ຊິ​ປຽນ ຕາ​ຕາ​ລູ​ຊາ​ນູ ເຂົ້າປະຕູ 1-1 ປະຕູ

ຈົບ​ເກມ​ການ​ແຂ່ງ​ຂັນ ໂຣມາ​ນີ ສະເໝີ​ກັບ ສະ​ວິດ​ເຊີ​ແລນ 1-1 ປະຕູ ແບ່ງ​ກັນ​ທີມ​ລະ​ 1 ຄະແນນ

11525