Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານເຕືອນຂອງນົກເຂົາບໍ່ຂັນ (ເສື່ອມສະມັດຕະພາບທາງເພດ)

ສັນຍານເຕືອນຂອງນົກເຂົາບໍ່ຂັນ (ເສື່ອມສະມັດຕະພາບທາງເພດ)

Published on

ອາການນົກເຂົາບໍ່ຂັນເປັນບັນຫາທີ່ສ້າງຄວາມກັງວົນໃຫ້ກັບຝ່າຍຊາຍຫຼາຍ ເຊິ່ງມັນໄດ້ທຳລາຍຄວາມໝັ້ນໃຈໃຫ້ກັບຕົວເອງ ແລະ ກະທົບຄວາມສຳພັນລະຫວ່າງຊີວິດຄູ່ ວັນນີ້ພວກເຮົາໄດ້ມີສັນຍານເຕືອນການມາເຢືອນຂອງໂຣກນົກເຂົາບໍ່ຂັນມານຳສະເໜີ ເຊິ່ງຈະເປັນແບບໃດນັ້ນເຮົາມາອ່ານກັນເລີຍ

1. ຄວາມຕ້ອງການທາງເພດຫຼຸດລົງເຊັ່ນ: ເມື່ອກ່ອນເຄີຍມີຄວາມຕ້ອງການທາງເພດອາທິດລະ 3-4 ເທື່ອ ຕອນນີ້ເຫຼືອພຽງ ອາທິດລະ 1-2 ເທື່ອເທົ່ານັ້ນ ຫຼື ອາດຈະບໍ່ມີຄວາມຕ້ອງການທາງເພດເລີຍ
2. ຄວາມຖີ່ໃນການມີເພດສຳພັນ ເຖິງແມ່ນວ່າຜູ້ຊາຍຈະບໍ່ມີຄວາມຕ້ອງການທາງເພດກໍ່ຕາມ ແຕ່ເມື່ອຝ່າຍຍິງເຂົ້າມາກະຕຸ້ນຝ່າຍຊາຍກໍ່ຍັງມີອາລົມຄືເກົ່າ, ແຕ່ຖ້າຜູ້ຊາຍຄົນໃດເມື່ອມີສິ່ງມາກະຕຸ້ນແລ້ວຍັງບໍ່ມີອາລົມທາງເພດຖືວ່າເລີ່ມມີອາການເສື່ອມສະມັດຕະພາບທາງເພດແລ້ວ
3. ການຫຼັ່ງໄວ ຖືເປັນສັນຍານເຕືອນທີ່ຊັດເຈນຫຼາຍ ເພາະຄົນທີ່ມີອະໄວຍະເພດບໍ່ຄ່ອຍແຂງດີ ຄົນເຫຼົ່ານີ້ຈະຟ້າວປະຕິບັດພະລະກິດໃຫ້ແລ້ວໄວ ເພາະຢ້ານວ່າອະໄວຍະວະເພດຈະອ່ອນຕົວກ່ອນເຮັດສຳເລັດ ຈິ່ງສົ່ງຜົນໃຫ້ເກີດການຫຼັ່ງນ້ຳອະສຸຈິໄວຂຶ້ນ ຫຼື ບາງຄົນທີ່ເປັນໂຣກເສື່ອມສະມັດຕະພາບທາງເພດຂັ້ນຮຸນແຮງ ອະໄວຍະເພດຈະອ່ອນຕົວໄວກ່ອນໄປເຖິງຈຸດເສັ້ນໄຊ
4. ສັນຍານໃນຕອນຮຸ່ງເຊົ້າເຊັ່ນ: ໃນເມື່ອກ່ອນເວລາຕື່ນນອນຕອນເຊົ້ານ້ອງຊາຍຈະມັກຕື່ນຕົວຂຶ້ນມາຮັບເຊົ້າວັນໃໝ່ທັນທີ ແຕ່ຖ້າວັນໃດເລີ່ມສັງເກດເຫັນວ່ານ້ອງຊາຍບໍ່ຍອມຕື່ມຄືທຸກວັນທີ່ຜ່ານມາ ນັ້ນເປັນສັນຍານເຕືອນແລ້ວວ່າສະມັດຕະພາບທາງເພດເລີ່ມຫົດຖອຍ ບໍ່ຄວນປ່ອຍໄວ້ດົນຄວນໄປພົບແພດຊ່ຽວຊານສະເພາະດ້ານດ່ວນ
5. ອາຍຸຫຼາຍຂຶ້ນ ກໍ່ສົ່ງຜົນໂດຍກົງຕໍ່ການແຂງຕົວຂອງນ້ອງຊາຍ ເປັນແບບນີ້ຈະປ່ອຍປະໄວ້ຄົງບໍ່ດີແນ່ນອນ ຖ້າມີສັນຍານຢ່າງທີ່ກ່າວມາຂ້າງເທິງນີ້ ຄວນໄປຮັບຄຳປຶກສາຈາກແພດ ແລະ ກິນອາຫານທີ່ປະໂຫຍດ ພ້ອມອອກກຳລັງກາຍຢ່າງສະໝ່ຳສະເໝີ ເພື່ອໃຫ້ນ້ອງຊາຍກັບມາແຂງແຮງປຶງປັງເໝືອນຕອນຍັງໜຸ່ມ
ທີ່ມາ: http://thaibaba.net/3918/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...