ວິເຄາະ! ເຈົ້າພາບຝຣັ່ງກັດແຂ້ວສູ້ທີມທີ່ບໍ່ມີຈັກຄະແນນອານບານີ

ບານເຕະຊິງແຊ້ມແຫ່ງຊາດເອີຣົບ ວັນພຸດທີ 15 ມິຖຸນາ 2016 ຮອບແບ່ງກຸ່ມ ກຸ່ມ A ຝຣັ່ງທີມເຈົ້າພາບ ລົງຫລິ້ນນັດທີ່ສອງພົບກັບອານບານີ ທີ່ມີ 0 ຄະແນນ ເວລາ 23:00 ໂມງ

06910

ທັດສະນະ
ຝຣັ່ງ ໄດ້ເປີດສະໜາມກວ່າຈະເອົາຊະນະໂຣມານີ 2-1 ປະຕູ ແຕ່ໄດ້ໄຊຊະນະມາໃນຊ່ວງທ້າຍເກມ ຈາກ ດິມິຊີ ປາເຍດ ສຳລັບນັກເຕະຄົນອື່ນ ໆຍັງຫາຟອມເກັ່ງບໍ່ມີເລີຍ ໂດຍຄາດວ່າທີມເຈົ້າພາບຈະສູ້ໃຫ້ເຖິງທີ່ສຸດເພື່ອເອົາໃຈແຟນບານ ແລະບໍ່ເຮັດໃຫ້ແຟນ ໆຜິດຫວັງຢ່າງແນ່ນອນ

ສຳລັບ ອານບານີ ນັດທຳອິດເສຍໃຫ້ສະວິດເຊີແລນ 0-1 ປະຕູ ແຕ່ຟອມການຫລິ້ນສູ້ກັບສະວິດເຊີແລນໄດ້ດີ ຢ່າງໃດກໍຕາມສະຖິຕິຂອງແອານບານີຍັງເບິ່ງເປັນຮອງຊັດເຈນ ອີກທັງຍັງມີບັນຫາໃນແນວຮັບຈາກການຕິດໂທດແບນຂອງ ລໍລິກ ຊານາ