ວິເຄາະ! ຄະແນນສຳຄັນທີ່ຣັດເຊຍຈະພົບກັບສະໂລວາກີ

ບານເຕະ​ຊິງ​ແຊ້ມ​ແຫ່ງ​ຊາດ​ເອີຣົບ ເອີໂຣ 2016 ຮອບ​ແບ່ງ​ກຸ່ມ ກຸ່ມ B ວັນ​ພຸດ​ທີ 15 ມິ​ຖຸ​ນາ 2016 ຣັດ​ເຊຍ ທີມ​ອັນ​ດັບ 3 ຂອງ​ກຸ່ມ ພົບ​ກັບ ສະ​ໂລວາກີ ທີມ​ທ້າຍ​ຂອງ​ຕາ​ລາງ ເວລາ 20:00 ໂມງ

06909

ທັດສະນະ
ຣັດເຊຍ ຟອມທີ່ຜ່ານມາບໍ່ຄ່ອຍດີປານໃດ ໂດຍເກມທຳອິດລອດຕາຍຢ່າງຫວຸດຫວິດ ຫລັງໄດ້ປະຕູໃນຊ່ວງທົດເຈັບຈາກ ອາເລັກເຊ ເບເລຊຸສະກີ້ ຊ່ວຍຕີສະເໝີອັງກິດ 1-1 ປະຕູ ໂດຍໃນເກມນັດນີ້ ໄດ້ ເດນິດ ກລູຊາຄອຟ ແລະ ໂລມັນ ຊິໂຣຄອຟ ສອງດາວເຕະຕົວເກົ໋າ ທີ່ເປັນແຄ່ສຳຮອງໃນເກມກ່ອນ ກັບມາເປັນ 11 ຕົວຈິງ ຮູບເກມຄາດວ່າທີ”ໝີຂາວ”ຈະເປັນຝ່າຍບຸກເຂົ້າໃສ່ຢ່າງແນ່ນອນ ໂດຍລູກກາງອາກາດຍັງຄົງເປັນຈຸດເດັ່ນຂອງທີມ

ທາງດ້ານຂອງ ສະໂລວາກີ ເສຍໃນເກມນັດທຳອິດໃຫ້ກັບເວວສ໌ ມາ 2-1 ປະຕູ ໂດຍສະພາບທີມຕອນນີ້ຍັງຕ້ອງລໍເບິ່ງອາການຂອງສອງຜູ້ຫລິ້ນຄົນສຳຄັນຢ່າງ ໂທມັດ ຮູໂບຊານ ແບັກຊ້າຍ ແລະ ນໍເບີດ ກີຍອມເບີ ກອງຫລັງຈາກໂຣມ່າ ມາຕິນ ສະເຄີເທນ ກັບຕັນທີມຍັງຄົງເປັນກຳລັງຫລັກຂອງທີມ ຄວບຄຸມແຜງແນວຮັບຄູ່ກັບ ຍູລາຍ ຄຸດກ້າ ໂດຍມີ ອາດຳ ເນເມດ ເປັນສູນຫນ້າ ແລະມີ ໂລເບີດ ມັກ, ມາເລັກ ຮຳຊິກ, ວະລາດິເມຍ ໄວສ໌ ຖ້າສ້າງສັນເກມໃຫ້ ຮູບເກມນີ້ຄາດວ່າຈະເປັນການຄອງເກມ ໂດຍແນວບຸກໄວ້ໃຈໄດ້ຫລາຍກວ່າຣັດເຊຍໜ້ອຍໜື່ງມີໂອກາດຊະນະ