spot_img
Home​ຂ່າວບັນເທິງວິດີໂອເພງໃໝ່ ໄກ່ ໂອເວີແດນຈັດເຕັມ ກຽມພົບກັນໄວໆນີ້

ວິດີໂອເພງໃໝ່ ໄກ່ ໂອເວີແດນຈັດເຕັມ ກຽມພົບກັນໄວໆນີ້

Published on

ວິ​ດີ​ໂອ​ເພງ ເຈົ້າ​ເຊົາ​ຫຼິ້ນ​ລະຄອນ​ໄດ້​ແລ້ວ ​ເປັນ​ຜົນ­ງານ​ໃໝ່​ຫຼ້າ ສຸດ​ຂອງ​ໄກ່ ໂອ​ເວີ​ແດນ ທີ່​ຫຼາຍ​ຄົນຮູ້­ຈັກ​ກັນ​ດີ​ໃນ​ນາມ​ເຈົ້າ​ແມ່​ແຫ່ງ ວົງ​ການ​ບັນ­ເທີງທັງ​ເປັນ​ຜູ້​ມີ​ປະສົບ​ການ​ມາ​ນານ​ຫຼາຍ​ກວ່າ 15 ປີ ຜະ­ລິດ­ຜົນ​ງານ​ດັ່ງ­ກ່າວ​ອອກ​ມາ ສ້າງ​ຄວາມ​ເບີກ­ບານ​ມ່ວນ­ຊື່ນ​ໃຫ້​ສັງ­ຄົມ.

chic_60_1

ເມື່ອ​ບໍ່​ດົນ​ຜ່ານ​ມາ ໄກ່ ໂອ​ເວີແດນ ຮ້ອງ­ເພງ ​ເຈົ້າ​ເຊົາ​ຫຼິ້ນ​ລະຄອນ​ໄດ້​ແລ້ວ ​ເຜີຍ​ຕໍ່­ໜ້າ​ມວນ​ຊົນ ໄດ້​ຟັງ​ກັນ​ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ ຊາດ​ຜົນ­ງານ​ດັ່ງ­ກ່າວ​ມີ​ເນື້ອ​ຫາ ສາ­ລະ​ດີ ຊຶ່ງ​ພັນ​ລະ​ນາ​ກ່ຽວ​ກັບ ຄວາມ​ຮັກ​ຈອມ​ປອມ ຖ້າ​ຫາ​ກວ່າ ຄວາມ​ຮັກ​ທີ່​ຝ່າຍ​ຊາຍ​ໃຫ້​ກັບ ສາວໆ​ຄື​ການ​ຫຼິ້ນ​ລະ­ຄອນ​ແລ້ວ ຈະ​ທົນ​ໄປ​ເພື່ອ​ຫຍັງ ສະ­ນັ້ນ, ເຈົ້າ ເຊົາ​ຫຼິ້ນ​ລະ­ຄອນ​ໄດ້​ແລ້ວ.

ມື້­ນີ້ ໄກ່ ພູມ­ໃຈ​ທີ່​ສູດ​ໄດ້​ຖ່າຍ​ທຳ ເພງ​ເຈົ້າ​ເຊົາ​ຫຼິ້ນ​ລະ­ຄອນ​ໄດ້​ແລ້ວ ທີ່​ຕົນ​ເອງ ແລະ ​ທີມ​ງານ​ທຸກ​ຄົນ​ຕັ້ງ ໃຈ​ທຸ່ມ​ເທ​ທັງ​ກາຍ​ໃຈ ແລະ​ດ້ວຍ ຄວາມ​ຮັກ​ມັກ​ໃນ​ສິ່ງ​ນີ້​ແທ້ໆ​ຕັ້ງ ໃຈ​ເຮັດ​ອອກ​ມາ​ໃຫ້​ດີ​ທີ່​ສຸດ​ກັບ ວິ​ດີ​ໂອ​ເພງ ແລະ​ບົດ​ເພງ​ນີ້ ໄກ່ ເປັນຄົນ​ແຕ່ງ​ເອງ​ເລືອກ​ນັກ­ສະ­ແດງ ເອງ, ຂຽນ​ເລື່ອງ​ລາວ​ເອງ, ກຳ ກັບ​ເອງ, ຄວບ​ຄຸມ​ການ​ຜະ­ລິດ​ເອງ ທັງ​ໝົດ​ເພື່ອ​ໃຫ້​ໄດ້­ຜົນ​ງານ​ທີ່​ດີ​ທີ່ ສຸດ​ອອກ​ມາ​ໃຫ້​ສົມ​ກັບ​ທີ່​ທຸກ​ຄົນ​ລໍ­ຖ້າ​ເບິ່ງ.

ທ້າຍ​ສຸດ​ນີ້ ໄກ່ ຂໍ​ກຳ­ລັງ​ໃຈ ຈາກ​ທຸກ​ຄົນ​ຊ່ວຍ​ຊຸກ­ຍູ້​ສະ­ໜັບ​ສະ ໜູນ ແລະ​ສົ່ງ­ເສີມ​ສີ­ມື​ການ​ສ້າງ­ສັນ ຜົນ­ງານ​ຂອງ​ໄກ່​ແດ່​ເດີ້​ໄກ່​ຂໍ​ຝາກ ແດ່ ແລະ​ຈະ​ໃຫ້​ແຟນໆ​ບັນ­ເທີງ​ໄດ້ ຊົມ​ວິ​ດີ​ໂອ​ແບບ​ເຕັມ​ຮູບ​ແບບ​ພາຍ​ໃນ​ເດືອນ​ນີ້​ແນ່­ນອນ.

ວັນນີ້ເຮົາເລີຍມີຕົວຢ່າງວິດີໂອມາຝາກ

 

 

ຂ່າວຈາກ: ເສດຖະກິດ-ສັງຄົມ

ພາບ-ວິດີໂອຈາກ: ວ້າວ ດາລາ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...