Home​ຂ່າວບັນເທິງນາງສາວລາວ 2015 ກັບການເຮັດກິດຈະກຳຊ່ວຍເຫຼືອສັງຄົມ

ນາງສາວລາວ 2015 ກັບການເຮັດກິດຈະກຳຊ່ວຍເຫຼືອສັງຄົມ

Published on

2366

ນີ້ເປັນອີກນຶ່ງພາບຄວາມປະທັບໃຈແກ່ຜູ້ທີ່ໄດ້ພົບເຫັນ ນາງສາວລາວ 2015 ນາງ ສຸຕິລັກ ອິນທະວົງ ກັບການເຮັດກິດຈະກຳຊ່ວຍເຫຼືອສັງຄົມ ແບບນີ້ທີ່ເຂົາເອີ້ນວ່າ ແມ່ຍິງລາວ ງາມທັງກາຍ ງາມທັງໃຈ

ສຸຕິລັກ ອິນທະວົງ ຫຼື ນາງສາວລາວ 2015 ໄດ້ເດີນທາງໄປແບ່ງປັນນ້ຳໃຈໃຫ້ແກ່ຄົນທຸກຍາກ ແລະ ຄົນພິການ ທີ່ເມືອງ ປາກເຊ, ແຂວງ ຈຳປາສັກ ໃນໂຄງການມອບແສງສະຫວ່າງທາງສາຍຕາ ແລະ ມອບລໍ້ເລື່ອຍໃຫ້ຜູ້ພິການ ໂດຍການໃຫ້ທຶນຊ່ວຍເຫຼືອ ແລະ ມອບລໍ້ເລື່ອນໃຫ້ຄົນພິການ ຈາກມູນລະນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ, ສາຂານະຄອນຫລວງວຽງຈັນ ໃນວັນທີ 07 ພຶດສະພາ 2016, ທີ່ຜ່ານມາ ເຊິ່ງໄດ້ສ້າງຮອຍຍິ້ມ ແລະ ຄວາມປະທັບໃຈເປັນຢ່າງຍິ່ງໃຫ້ແກ່ຊາວຈຳປາສັກຜູ້ທີ່ພົບເຫັນ ເຊິ່ງມີປະຊາຊົນຜູ້ທຸກຍາກ ແລະ ຄົນພິການທີ່ເຂົ້າມາຮັບກາຍຊ່ວຍເຫຼືອໃນຄັ້ງນີ້ມີທັງຫມົດ175 ຄົນ.

 

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...